ຂປລ
ບໍລິສັດໂຕໂຍຕ້າ ມໍເຕີຄອບ(Toyota Motor Corp) ຊຶ່ງເປັນຜູ້ຜະລິດລົດລາຍໃຫຍ່ທີ່ສຸດຂອງໂລກ ເມື່ອພິຈາລະນາໃນແງ່ປະລິມານ ມີແຜນທີ່ຈະຜະລິດລົດທົ່ວໂລກໃຫ້ໄດ້ຫລາຍກວ່າ 10 ລ້ານຄັນ ໃນປີ 2026
ຂປລ. ສຳນັກຂ່າວກຽວໂດ ລາຍງານອ້າງຕາມການເປີດເຜີຍ ຂອງແຫລ່ງຂ່າວວ່າ: ບໍລິສັດໂຕໂຍຕ້າ ມໍເຕີຄອບ(Toyota Motor Corp) ຊຶ່ງເປັນຜູ້ຜະລິດລົດລາຍໃຫຍ່ ທີ່ສຸດຂອງໂລກ ເມື່ອພິຈາລະນາໃນແງ່ປະລິມານ ມີແຜນທີ່ຈະຜະລິດ ລົດທົ່ວໂລກ ໃຫ້ໄດ້ຫລາຍກວ່າ 10 ລ້ານຄັນ ໃນປີ 2026, ຊຶ່ງເປັນລະດັບດຽວກັນ ກັບທີ່ ຄາດການໄວ້ສຳລັບປີນີ້, ເນື່ອງຈາກຄວາມຕ້ອງການ ລົດໄຮບຣິດໃນ ອາເມລິກາເໜືອທີ່ສູງ.
ໂດຍໂຕໂຍຕ້າ ໄດ້ເລີ່ມແຈ້ງແຜນການດັ່ງກ່າວ ໃຫ້ຜູ້ຜະລິດຊິ້ນສ່ວນ ລົດລາຄາແພງ, ຊຶ່ງບໍລິສັດ ໄດ້ເລີ່ມເພີ່ມກຳລັງ ການຜະລິດໃນ ສ.ອາເມລິກາ ແລະ ປະເທດອື່ນໆ ຢ່າງຕໍ່ເນື່ອງ ເຖິງວ່າຈະຜະເຊີນກັບ ພາລະຈາກອັດຕາພາສີທີ່ສູງຂຶ້ນ ຂອງປະທານາທິບໍດີ ໂດນັນ ທຣຳ ຂອງສ.ອາເມລິກາ ລວມເຖິງມາດຕະການຕ່າງໆ ທີ່ບໍລິສັດນໍາມາໃຊ້ ເພື່ອຮັບມື.
ຂະນະທີ່ ການຜະລິດລົດໂຕໂຍຕ້າ ໃນຍີ່ປຸ່ນ ມີທ່າອຽງສູງກວ່າ 3 ລ້ານຄັນ ໃນປີ 2026 ຊຶ່ງເປັນລະດັບທີ່ຈຳເປັນ ຕໍ່ການຮັກສາການຈ້າງງານ ແລະ ຂີດຄວາມສາມາດ ທາງເຕັກໂນ ໂລຊີ.
KPL