ສປຈີນ ມີໄລຍະທາງຂອງລະບົບທາງລົດໄຟຄວາມໄວສູງບັນລຸ 50.000 ກິໂລແມັດ

29/12/2025 12:51
ຂປລ ລະບົບລົດໄຟຄວາມໄວສູງ ຂອງຈີນ ມີໄລຍະທາງ ໃຫ້ບໍລິການລວມ 50.000 ກວ່າກິໂລແມັດ ຫລັງຈາກເປີດເສັ້ນທາງໃໝ່ ໃນວັນທີ 26 ທັນວາ ຜ່ານມາ, ໂດຍຈີນ ຍັງຄົງເປັນປະເທດ ທີ່ມີລະບົບທາງລົດໄຟ ຂະໜາດໃຫຍ່ທີ່ສຸດໃນໂລກ.

ຂປລ. ສຳນັກຂ່າວອິນໂຟເຄວສ ລາຍງານຈາກ ສະຖານີໂທລະພາບ ຊີຊີທີວີ (CCTV) ຂອງລັດຖະບານຈີນ ວ່າ:​ ລະບົບລົດໄຟຄວາມໄວສູງ ຂອງຈີນ ມີໄລຍະທາງ ໃຫ້ບໍລິການ ລວມ 50.000 ກວ່າກິໂລແມັດ ຫລັງຈາກເປີດເສັ້ນທາງໃໝ່ ໃນວັນທີ 26 ທັນວາ ຜ່ານມາ, ໂດຍຈີນ ຍັງຄົງເປັນປະເທດ ທີ່ມີລະບົບທາງລົດໄຟ ຂະໜາດໃຫຍ່ທີ່ສຸດໃນໂລກ.

ເສັ້ນທາງລົດໄຟ ທີ່ເປີດຫລ້າສຸດຄືສາຍ ຊີອານ-ຫຍຽນອັນ ໃນແຂວງຊານຊີ ທາງພາກເໜືອຂອງ ຈີນ ມີໄລຍະທາງລວມ 299 ກິໂລແມັດ, ໃຊ້ເວລາເດີນທາງ ສັ້ນທີ່ສຸດພຽງ 66 ນາທີ, ໂດຍຂະບວນລົດໄຟລຸ້C9309 ທີ່ໃຊ້ໃນເສັ້ນທາງດັ່ງກ່າວ ແລະ ສາມາດແລ່ນດ້ວຍ ຄວາມໄວສູງສຸດ 350 ກິໂລແມັດຕໍ່ຊົ່ວໂມງ,​ ສູງກວ່າຄວາມໄວສູງຂອງລົດໄຟ ຊິນຄັນເຊັນ ຂອງຍີ່ປຸ່ນ ທີ 320 ກິໂລແມັດຕໍ່ຊົ່ວໂມງ.

ສປ. ຈີນ ແຈ້ງວ່າ: ນັບແຕ່ປີ 2020 ເປັນຕົ້ນມາ ເຄືອຂ່າຍລົດໄຟຂອງປະເທດ ຂະຫຍາຍຕົວເພີ່ມຂຶ້ນປະມານ 32% ສະທ້ອນເຖິງການລົງທຶນ ດ້ານພື້ນຖານໂຄງລ່າງ ຢ່າງຕໍ່ເນື່ອງ. ຂະນະດຽວກັນ ຈີນ ຍັງໃຫ້ການສະໜັບສະໜູນເງິນທຶນ ກໍ່ສ້າງພື້ນຖານໂຄງລ່າງ ໃນປະເທດອື່ນໆ ພາຍໃຕ້ໂຄງການ ໜຶ່ງແລວໜຶ່ງເສັ້ນທາງ  (Belt and Road Initiative: BRI).

KPL

ຂ່າວອື່ນໆ

ads
ads

Top