ທະຫານຄືເຫລັກກ້າ ພ້ອມຜ່ານຜ່າແປວໄຟສົງຄາມ ເພື່ອຮັກສາປະເທດຊາດໃຫ້ມີຄວາມໝັ້ນຄົງ

08/12/2025 13:34
ຂປລ ຂປລ. ຄຳວ່າ ( ທະຫານ ) ຫາງສຽງ ແລະ ສາຍຕາຂອງສັງຄົມທີ່ມີຕໍ່ ນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ, ສ່ວນໃຫຍ່ແລ້ວຈະເບິ່ງເຫັນດ້ວຍສາຍຕາທີ່ອົບອຸ່ນ, ເຄົາລົບ ແລະ ໃຫ້ກຽດ ຢ່າງພາກພູມໃຈ, ທະຫານບໍ່ວ່າຈະປະຕິບັດງານອັນໃດ, ຢູ່ໃສ ກໍລ້ວນແລ້ວເອົາປະຊາຊົນເປັນທີ່ຕັ້ງ ແລະ ສິ່ງນີ້ເອງທີ່ເຮັດໃຫ້ມີຄວາມສະໜິດແໜ້ນ ແລະ ເຊື່ອມຈອດກັບປະຊາຊົນຢ່າງແທ້ຈິງ ແບບໃຈແລກໃຈ

ຂປລ. ຄຳວ່າ ( ທະຫານ ) ຫາງສຽງ ແລະ ສາຍຕາຂອງສັງຄົມທີ່ມີຕໍ່ ນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ, ສ່ວນໃຫຍ່ແລ້ວຈະເບິ່ງເຫັນດ້ວຍສາຍຕາທີ່ອົບອຸ່ນ, ເຄົາລົບ ແລະ ໃຫ້ກຽດ ຢ່າງພາກພູມໃຈ, ທະຫານບໍ່ວ່າຈະປະຕິບັດງານອັນໃດ, ຢູ່ໃສ ກໍລ້ວນແລ້ວເອົາປະຊາຊົນເປັນທີ່ຕັ້ງ ແລະ ສິ່ງນີ້ເອງທີ່ເຮັດໃຫ້ມີຄວາມສະໜິດແໜ້ນ ແລະ ເຊື່ອມຈອດກັບປະຊາຊົນຢ່າງແທ້ຈິງ ແບບໃຈແລກໃຈ; ແນ່ນອນມີຄົນຮັກກໍມີຄົນຊັງ ຍັງມີບາງຄົນທີ່ຍັງແນມທະຫານດ້ວຍສາຍຕາທີ່ບໍ່ເປັນມິດ,ບາງຄົນຕັ້ງຄຳຖາມຂຶ້ນມາວ່າອາຊີບທະຫານ ເງິນເດືອນບໍ່ສົມກັບໜ້າວຽກ,ບໍ່ກຸ້ມກິນ... ແນວໃດກໍດີ, ເຖິງວ່າສະພາບການບ້ານເມືອງປົກກະຕິ, ເສດຖະກິດມີການຂະຫຍາຍຕົວ,ປະຊາຊົນບັນດາເຜົ່າມີຊີວິດການດີຂຶ້ນ,  ແຕ່ຈົ່ງຢ່າໄດ້ດ້ອຍຄ່າອາຊີບທະຫານ ເຖິງແມ່ນວ່າທະຫານໃນປັດຈຸບັນອາດຈະບໍ່ໄດ້ໄປສູ້ຮົບ ແຕ່ທະຫານກໍຄືທະຫານ ຍາມສະຫງົບກໍເຮັດໜ້າທີ່ປະກອບສ່ວນເຮັດໃຫ້ປະເທດມີຄວາມສະຫງົບ, ຊ່ວຍເຫລືອປະຊາຊົນຢ່າງຮອບດ້ານໃນເວລາເກີດໄພພິບັດນ້ຳຖ້ວມ,ໄຟໄໝ້ປ່າ,ເກີດເຫດປຸ້ນຈີ້ຊີງຊັບ, ຄ້າຂາຍເຖື່ອນ ກໍລ້ວນແລ້ວແມ່ນທະຫານເປັນຜູ້ນຳໜ້າໃນການເຮັດໜ້າທີ່ປາມປາບ. ຄວາມຈິງແລ້ວ, ໃນເມື່ອກ່ອນໄລຍະຕໍ່ສູ້ກູ້ຊາດ ທະຫານທຸກຄົນບໍ່ມີເງິນເດືອນ,ບໍ່ມີນະ ໂຍບາຍຄືທຸກມື້ນີ້, ແຕ່ພວກເຂົາເຫລົ່ານັ້ນກໍເຮັດໜ້າທີ່ດ້ວຍຄວາມສະໝັກໃຈ, ດ້ວຍຄວາມຮັກຊາດຮັກບ້ານເກີດເມືອງນອນແທ້ໆ; ສິ່ງດັ່ງກ່າວມັນສະແດງໃຫ້ເຫັນເຖິງນ້ຳໃຈໃນການເສຍສະລະຢ່າງພິລາອາດຫານ, ຍອມເສຍຊີວິດດີກວ່າເສຍແຜ່ນດິນ.

    ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ກ່າວວ່າ: ກອງທັບປະຊາຊົນລາວ ກຳເນີດເກີດຂຶ້ນໃນທ່າມກາງປະເທດຊາດ ຖືກພວກລ່າເມືອງຂຶ້ນຝຣັ່ງເຂົ້າມາຮຸກຮານ ແລະ ຄອບຄອງປະເທດລາວເຮົາ, ໂດຍພາຍໃຕ້ການນຳພາຂອງພັກ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າໄດ້ລຸກຮືຂຶ້ນຕໍ່ສູ້ຕ້ານການຮຸກຮານ ຢ່າງເປັນຂະບວນຟົດຟື້ນໃນຂອບເຂດທົ່ວປະເທດ. ໃນວັນທີ 20 ມັງກອນ 1949 ກອງທັບລາວອິດສະຫລະ ໄດ້ຮັບການປະກາດສ້າງຕັ້ງຂຶ້ນ (ເຊິ່ງເປັນຕົ້ນກໍາເນີດຂອງກອງທັບປະຊາຊົນລາວ ໃນປັດຈຸບັນ) ຢູ່ເຂດລາວຮຸ່ງພຽງສາ, ເມືອງຊຽງຄໍ້ ແຂວງຫົວພັນ, ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳ-ບັນຊາໂດຍກົງ. ການປະກາດສ້າງຕັ້ງກອງທັບປະຊາຊົນລາວ ແມ່ນເຫດການ ການເມືອງທີ່ມີຄວາມໝາຍສໍາຄັນທີ່ສຸດ ເຊິ່ງເປັນເຫດການປະຫວັດສາດໜຶ່ງທີ່ສຳຄັນຂອງຊາດ, ເປັນບາດກ້າວແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດ, ທັງແມ່ນການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະກອບອາວຸດ ແລະ ເປັນບາດລ້ຽວທີ່ເປັນລັກສະນະຕັດສິນໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ພາຍຫລັງໄດ້ຮັບການສ້າງຕັ້ງຂຶ້ນ ກອງທັບ ກໍໄດ້ຜະເຊີນໜ້າກັບສັດຕູໂຕຮ້າຍກາດທີ່ມີກໍາລັງແຮງເໜືອກວ່າ ນັບທັງດ້ານກໍາລັງພົນ ແລະ ອາວຸດຍຸດໂທປະກອນທີ່ທັນສະໄໝກວ່າ, ແຕ່ດ້ວຍນໍ້າໃຈຮັກຊາດອັນສູງສົ່ງ, ການສືບທອດມູນເຊື້ອພິລະອາດຫານບໍ່ຍອມຈໍານົນຂອງບັນພະບຸລຸດ ແລະ ຊົນເຊື້ອຊາດລາວ, ກອງທັບເຮົາໄດ້ດໍາເນີນການຕໍ່ສູ້ຢ່າງພິລະອາດຫານ, ເດັດດ່ຽວໜຽວແໜ້ນ ແລະ ຍາດໄດ້ໄຊຊະນະເປັນກ້າວໆມາ, ກ້າວໄປສູ່ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.

      ຜ່ານການຝຶກຝົນຫລໍ່ຫລອມ ແລະ ທົດສອບໃນແປວໄຟສົງຄາມຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດ, ໃນສະພາບແວດລ້ອມ ແລະ ເງື່ອນໄຂສຸດທີ່ຫຍຸ້ງຍາກລໍາບາກນັ້ນ, ກອງທັບເຮົາໄດ້ສ້າງວິລະກຳ ອັນລໍ້າເລີດຫລາຍປະການ, ສ້າງປະຫວັດສາດໜ້າໃໝ່ ແລະ ມູນເຊື້ອວິລະຊົນຂອງຊາດລາວ ວິລະຊົນຢ່າງສະຫງ່າງາມ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ກອງທັບປະຊາຊົນລາວ ໄດ້ສືບຕໍ່ປະຕິບັດສອງໜ້າທີ່ຍຸດທະສາດຂອງພັກ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນກຳລັງຫລັກແຫລ່ງໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ເປັນເຈົ້າການປົກປັກຮັກສາໝາກຜົນຂອງການປະຕິວັດ, ເສີມຂະຫຍາຍທາດແທ້ມູນເຊື້ອຂອງກອງທັບ, ສຸມໃສ່ປັບປຸງກໍ່ສ້າງກໍາລັງໃນທຸກດ້ານ, ອົບຮົມ-ຫັດແອບ, ປັບປຸງລະບຽບແບບແຜນ, ເຮັດໃຫ້ກອງທັບນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ.

ໂດຍ: ຈິດ ເພັດພູທອງ

KPL

ຂ່າວອື່ນໆ

ads
ads

Top