ອາຣັບບິ ຊາອຸດິ-ສ.ອາເມລິກາ ສ້າງການພົວພັນ ຄູ່ຮ່ວມມື ຍຸດທະສາດ ກ່ຽວກັບບັນຍາປະດິດ

21/11/2025 15:42
ຂປລ ພາຍໃຕ້ ການເປັນປະທານຂອງ ເຈົ້າຊາຍ ໄຟຊານ ບິນຟາແຮນ(Faisal bin Farhan) ລັດຖະມົນຕີ ການຕ່າງປະເທດ ອາຣັບບິ ຊາອຸດິ ແລະ ທ່ານ ມາໂຄຣ ຣູບີໂອ(Marco Rubio) ລັດຖະມົນຕີການຕ່າງປະເທດ ອາເມລິກາ, ອາຣັບບິ ຊາອຸດິ ແລະ ອາເມລິກາ ໄດ້ເຊັ່ນຂໍ້ຕົກລົງທີ່ມີຊື່ວ່າ “ການພົວພັນ ຄູ່ຮ່ວມມື ຍຸດທະສາດ ກ່ຽວກັບ ປັນຍາ ປະດິດ” (AI), ເຊິ່ງໄດ້ສ້າງບາດກ້າວທີ່ກາວໜ້າ ໃນປະຫວັດສາດໃນການພົວພັນສອງຝ່າຍ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ,ເມື່ອບໍ່ດົນມານີ້, ພາຍໃຕ້ ການເປັນປະທານຂອງ ເຈົ້າຊາຍ ໄຟຊານ ບິນຟາແຮນ(Faisal bin Farhan) ລັດຖະມົນຕີ ການຕ່າງປະເທດ ອາຣັບບິ ຊາອຸດິ ແລະ ທ່ານ ມາໂຄຣ ຣູບີໂອ(Marco Rubio) ລັດຖະມົນຕີການຕ່າງປະເທດ ອາເມລິກາອາຣັບບິ ຊາອຸດິ ແລະ ອາເມລິກາ ໄດ້ເຊັ່ນຂໍ້ຕົກລົງທີ່ມີຊື່ວ່າ ການພົວພັນ ຄູ່ຮ່ວມມື ຍຸດທະສາດ ກ່ຽວກັບ ປັນຍາ ປະດິດ” (AI), ເຊິ່ງໄດ້ສ້າງບາດກ້າວທີ່ກາວໜ້າ ໃນປະຫວັດສາດໃນການພົວພັນສອງຝ່າຍ. ຂໍ້ຕົກລົງໄດ້ປະກາດຢູ່ນອກການຢ້ຽມຢາມ ອາເມລິກາ ທາງລັດຖະກິດ ຂອງມົງກຸດລາຊະກຸມມານ ໂມຫາມິດ ບີນ ຊາມານ(Mohammed bin Salman). ຂໍ້ຕົກລົງສະບັບນີ້ ຂຸດຄົ້ນທ່າໄດ້ປຽບ ກ່ຽວກັບທີ່ຕັ້ງພູມສາດ, ພະລັງງານ ແລະ ທີ່ດິນຂອງ ອາຣັບບິ ຊາອຸດິ ເພື່ອແນໃສ່ ພັດທະນາ ກຸ່ມເຕັກໂນໂລຢີ AI, ຮັບໃຊ້ຄວາມຕ້ອງການການບໍລິການ AI ແລະ Cloud Coumputing ພາຍໃນປະເທດ, ພາກພື້ນ ແລະ ທົ່ວໂລກ. ຂໍ້ຕົກລົງກໍ່ໝູນໃຊ້ລະບົບນິເວດ ເຕັກໂນໂລຢີ ອາເມລິກາ ເພື່ອສ້າງກຳລັງໜູນ ໃຫ້ແກ່ ການເຕີບໂຕ ເສດຖະກິດ ໃຫ້ແກ່ ທັງສອງປະເທດ. ເນື້ອໃນຂໍ້ຕົກລົງລວມ ມີການສະໜອງເຄິ່ງຊັກນຳໄຟຟ້າ ທີ່ກ້າວໜ້າ, ພັດທະນາແອັບ AI, ສ້າງພື້ນຖານໂຄງລ່າງ AI ທີ່ທັນສະໄໝ, ເປີດກວ້າງ ການລົງທຶນ ທີ່ມີມູນຄ່າສູງ ແລະ ພັດທະນາ ກຳລັງຄວາມສາມາດ ຂອງປະເທດຊາດກ່ຽວກັບ ປັນຍາປະດິດ. ສອງຝ່າຍໄດ້ຢັ້ງຢືນຄຳໝັ້ນສັນຍາ ຍົກສູງປະລິມານ, ນະວັດຕະກຳ ແລະ ຜົນປະໂຫຍດ ດ້ານ ເສດຖະກິດ-ສັງຄົມ, ຜ່ານບັນດາການພົວພັນຄູ່ຮ່ວມມື ຍຸດທະສາດຍາວນານ ດ້ວຍຈຸດສຸມ ແມ່ນຄວາມໝັ້ນຄົງດ້ານເສດຖະກິດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top