ສປ ຈີນ-ຣັດເຊຍ ພີ່ມການຮ່ວມມື ຍຸດທະສາດ ຮອບດ້ານໃນຍຸກໃໝ່

21/11/2025 15:42
ຂປລ ພາຍ​ໃຕ້​ການ​​ຊີ້ນຳ ​ຍຸດ​ທະ​ສາດ ​ຂອງ​ປະ​ມຸກ​ລັດ​ ສອງ​ປະ​ເທດ, ການ​ພົວ​ພັນ​ ຄູ່​ຮ່ວມ​ປະ​ສານ​ງານ ຍຸດ​ທະ​ສາດ​ ຮອບ​ດ້ານ​ໃນ​ຍຸກ​ໃໝ່ ​ລະ​ຫວ່າງ​ ສປ ຈີນ-ຣັດ​ເຊຍ​ ໄດ້​​ດຳ​ເນີນ​ໄປ ​ໃນລະ​ດັບ​ສູງ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ທ່ານ​ ຫລີ ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ ໄດ້​ພົບ​ປະ​ກັບ​ ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ ທິ​ບໍ​ດີ​ ຣັດ​ເຊຍ ຢູ່​ວັງ​ເຄ​ຣມ​ລິນ ທີ່​ນະ​ຄອນ​ຫລວງ ມົ​ດສະກູ ປະ​ເທດ ​ຣັດ​ເຊຍ. ທ່ານ​ ຫລີ ສຽງ ກ່າວ​ວ່າ: ພາຍ​ໃຕ້​ການ​​ຊີ້ນຳ ​ຍຸດ​ທະ​ສາດ ​ຂອງ​ປະ​ມຸກ​ລັດ​ ສອງ​ປະ​ເທດ, ການ​ພົວ​ພັນ​ ຄູ່​ຮ່ວມ​ປະ​ສານ​ງານ ຍຸດ​ທະ​ສາດ​ ຮອບ​ດ້ານ​ໃນ​ຍຸກ​ໃໝ່ ​ລະ​ຫວ່າງ​ ສປ ຈີນ-ຣັດ​ເຊຍ​ ໄດ້​​ດຳ​ເນີນ​ໄປ ​ໃນລະ​ດັບ​ສູງ. ສປ ຈີນ​ ຍິນ​ດີ​​ເພີ່ມ​ທະ​ວີ​ ການເຊື່ອມ​ຕໍ່​ ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​ກັບ ຣັດ​ເຊຍ, ລົງ​ເລິກ​ການ​ຮ່ວມ​ມື ​​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ, ຮ່ວມ​ກັນ​ຈັດ​ກິດ​ຈະ​ກຳ​ປະ​ຈຳປີ ​​ລະ​ດັບ​ຊາດ ​ຄັ້ງ​ໃໝ່​ໃຫ້​ດີ, ແລະ ​ສົ່ງ​ເສີມ​ມິດ​ຕະ​ພາບ​ ລະ​ຫວ່າງ ​ປະ​ຊາ​ຊົນ ​ສອງ​ປະ​ເທດ. ທ່ານ​ ວະ​ລາ​ດີ​ເມຍ ປູ​ຕິນ ກ່າວ​ວ່າ: ການ​ພົວ​ພັນ ​ລະ​ຫວ່າງ​ ຣັດ​ເຊຍ​ ແລະ ​ສປ ຈີນ​ ຢູ່​ໃນ​ລະ​ດັບ​ດີ​ທີ່​ສຸດ ​ໃນ​ປະ​ຫວັດ​ສາດ, ຣັດ​ເຊຍ ​ຍິນ​ດີ​ເປີດກວ້າງ​ ການ​ຮ່ວມ​ມື​ກັບ ສປ ​ຈີນ ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ເສດ​ຖະ​ກິດ​ການ​ຄ້າ, ພະ​ລັງ​ງານ, ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ແລະ ອື່ນໆ, ເພີ່ມ​​ທະ​ວີ​ ການ​ປະ​ສານ​ງານ​ພາຍ​ໃຕ້​ ຂອບ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້, ກຸ່ມບ​ຣິກ​ສ໌ ແລະ ຂອບ​ຫລາຍ​ຝ່າຍ​ອື່ນໆ. ສອງ​ຝ່າຍເຫັນ​ດີ ​ເປັນ​ເອກ​ະ​ພາບ​ກັນ​ສືບ​ຕໍ່ ​ຈັດ​ຕັ້ງ​ປະ​ຕິ​ບັດ ​ໝາກ​ຜົນ ຂອງກອງ​ປະ​ຊຸມ​ສຸດຍອດ ​​ອົງ​ການ​ຮ່ວມ​ມື​ ຊຽງ​ໄຮ້ ທີ່​ທຽນ​ສິນ, ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ ທີ່​ມີ​ຄຸ​ນ​ນະ​ພາບ​ສູງ​ ຂອງ​ອົງ​ການ​ດັ່ງ​ກ່າວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top