ຂປລ
ດ່ານພາສີ ນະຄອນຄຸນໝິງ ແຂວງຢຸນນານຈີນ ແຈ້ງໃຫ້ຮູ້ວ່າ: ໃນ 10 ເດືອນຕົ້ນປີນີ້, ປະລິມານ ການນຳເຂົ້າ ແລະ ສົ່ງອອກສິນຄ້າ ຜ່ານເສັ້ນທາງ ລົດໄຟລາວ-ຈີນ ມີເຖິງ 4.506.000 ໂຕນ, ເພີ່ມຂຶ້ນ 12,8% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ ໂດຍມີມູນຄ່າເຖິງ 22 ຕື້ ກວ່າຢວນ, ເພີ່ມຂຶ້ນ 45,1%, ເປັນສະຖິຕິສູງສຸດຄັ້ງໃໝ່ ໃນປະຫວັດສາດ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ດ່ານພາສີ ນະຄອນຄຸນໝິງ ແຂວງຢຸນນານຈີນ ແຈ້ງໃຫ້ຮູ້ວ່າ: ໃນ 10 ເດືອນຕົ້ນປີນີ້, ປະລິມານ ການນຳເຂົ້າ ແລະ ສົ່ງອອກສິນຄ້າ ຜ່ານເສັ້ນທາງ ລົດໄຟລາວ-ຈີນ ມີເຖິງ 4.506.000 ໂຕນ, ເພີ່ມຂຶ້ນ 12,8% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ ໂດຍມີມູນຄ່າເຖິງ 22 ຕື້ ກວ່າຢວນ, ເພີ່ມຂຶ້ນ 45,1%, ເປັນສະຖິຕິສູງສຸດຄັ້ງໃໝ່ ໃນປະຫວັດສາດ. ໃນນັ້ນ, ການນຳເຂົ້າ ຜະລິດຕະພັນກະສິກຳ ຈາກປະເທດ ສະມາຊິກ ອາຊຽນ ເຊັ່ນ: ໝາກໄມ້ເປັນຕົ້ນ ເພີ່ມຂຶ້ນ 27% , ການສົ່ງອອກລົດພະລັງງານໃໝ່ ແລະ ຜະລິດຕະພັນເຕັກນິກທັນສະໄໝອື່ນໆ ເພີ່ມຂຶ້ນ 285%.ເສັ້ນທາງລົດໄຟລາວ-ຈີນ ໄດ້ເປີດບໍລິການ ເປັນເວລາເກືອບ 4 ປີ, ໄດ້ນຳເຂົ້າ ແລະ ສົ່ງອອກສິນຄ້າເກືອບ 16 ລ້ານໂຕນ ມີມູນຄ່າເກືອບ 7 ລ້ານຢວນ, ເສັ້ນທາງຄຳສາຍນີ້ ໄດ້ຊຸກຍູ້ໃຫ້ຕ່ອງໂສ້ ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ ໃນພາກພື້ນ ໄດ້ຮັບການຍົກປະສິດທິພາບໃຫ້ສູງຂຶ້ນ ແລະ ຊ່ວຍຊູກຍູ້ໜູນ ທາງດ້ານທ່າແຮງເຊິ່ງກັນ ແລະ ກັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL