ຂປລ
ຄະນະກຳມະການ ເອີຣົບ(EC) ຈະຍື່ນສະເໜີ ຂໍ້ລິເລີ່ມໃໝ່ ກ່ຽວກັບ ລະບົບປ້ອງກັນ ຕ້ານອຸປະກອນບິນ ບໍ່ມີຄົນຂັບ (UAV) ໃນວັນທີ 16 ຕຸລາ ເພື່ອແນໃສ່ ເພີ່ມທະວີ ຄວາມໝັ້ນຄົງ ຢູ່ທາງທິດຕາເວັນອອກ ຂອງກຸ່ມ.
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ຄະນະກຳມະການ ເອີຣົບ(EC) ຈະຍື່ນສະເໜີ ຂໍ້ລິເລີ່ມໃໝ່ ກ່ຽວກັບ ລະບົບປ້ອງກັນ ຕ້ານອຸປະກອນບິນ ບໍ່ມີຄົນຂັບ (UAV) ໃນວັນທີ 16 ຕຸລາ ເພື່ອແນໃສ່ ເພີ່ມທະວີ ຄວາມໝັ້ນຄົງ ຢູ່ທາງທິດຕາເວັນອອກ ຂອງກຸ່ມ. ຂໍ້ລິເລີ່ມນີ້ ຈະໄດ້ນຳເຂົ້ານະໂຍບາຍ ດ້ານປ້ອງກັນຊາດ ຂອງສະຫະພາບ ເອີຣົບ (EU), ມຸ່ງໄປເຖິງ ບາດກ້າວທຳອິດ ໃນການຜັນຂະຫຍາຍ ລະບົບປ້ອງກັນ UAV ນັບແຕ່ທ້າຍປີ 2026 ແລະ ປັບປຸງທົ່ວລະບົບ ໃຫ້ສຳເລັດ ໃນທ້າຍປີ 2027. ລະບົບນີ້ ລວມມີ ບັນດາອຸປະກອນຄົ້ນພົບ, ກ່າວເຕືອນ ແລະ ສະກັດກັ້ນ ການແຊກ ເຂົ້າຊາຍແດນ ຂອງ UAV, ປະກອບສ່ວນ ຮັບປະກັນ ຄວາມໝັ້ນຄົງ ທາງອາກາດ ແລະ ໜູນຊ່ວຍ ບັນດາປະເທດສະມາຊິກ ໃນການສົມທົບກັນປ້ອງກັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL