ສສ ຫວຽດນາມ ສະເຫລີມສະຫລອງ 95 ປີແຫ່ງວັນສ້າງຕັ້ງສະມາຄົມຊາວກະສິກອນ

16/10/2025 17:10
ຂປລ ເນື່ອງໃນໂອກາດ ສະເຫລີມ ສະຫລອງ 95 ປີ ແຫ່ງວັນສ້າງຕັ້ງ ສະມາຄົມ ຊາວກະສິກອນ ຫວຽດນາມ (14 ຕຸລາ 1930 –14 ຕຸລາ 2025), ໃນວັນທີ 14 ຕຸລາ, ຢູ່ສຳນັກງານ ສູນກາງພັກ, ທ່ານໂຕເລິມ, ເລຂາທິການໃຫຍ່ ພັກກອມ ມູນິດ ຫວຽດນາມ ໄດ້ພົບປະກັບ ຜູ້ຕາງໜ້າ ຊາວກະສິກອນ ຫວຽດນາມ ດີເດັ່ນ, ນັກວິທະຍາສາດ ຂອງຊາວກະສິ ກອນປີ 2025 ຈຳນວນ 95 ຄົນ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ເນື່ອງໃນໂອກາດ ສະເຫລີມ ສະຫລອງ 95 ປີ ແຫ່ງວັນສ້າງຕັ້ງ ສະມາຄົມ ຊາວກະສິກອນ ຫວຽດນາມ (14 ຕຸລາ 1930–14 ຕຸລາ 2025), ໃນວັນທີ 14 ຕຸລາ, ຢູ່ສຳນັກງານ ສູນກາງພັກ, ທ່ານໂຕເລິມ, ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໄດ້ພົບປະກັບ ຜູ້ຕາງໜ້າ ຊາວກະສິກອນ ຫວຽດນາມ ດີເດັ່ນ, ນັກວິທະຍາສາດ ຂອງຊາວກະສິກອນປີ 2025 ຈຳນວນ 95 ຄົນ. ທ່ານ ເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໃຫ້ຮູ້ວ່າ: ເພື່ອໃຫ້ກະສິກຳ ບຸກທະລຸ, ຊົນນະບົດຮັ່ງມີສວຍງາມ, ຊາວກະສິກອນມີຄວາມຜາສຸກ, ຕ້ອງຖືຊາວກະສິກອນ ເປັນໃຈກາງ. ຊາວ ກະສິກອນ ແຕ່ລະຄົນ ຕ້ອງແມ່ນຜູ້ນຳໜ້າ ໃນແນວຮົບ ຄວາມໝັ້ນຄົງ ດ້ານສະບຽບອາຫານ; ແມ່ນນັກທຸລະກິດ ຂອງເຂດທົ່ງນາ; ເປັນເຈົ້າກຳລ້ຽງດູ ສີສັນວັດທະນະທຳ ຫວຽດນາມ ໃນກະແສ ຂອງການ ເຊື່ອມໂຍງ ແລະ ກ່າວເນັ້ນຕື່ມວ່າ ຕ້ອງນຳວິທະຍາສາດ-ເຕັກໂນໂລຊີ ເຂົ້າໃຈກາງ ຂອງການຜະລິດ. ວິສາຫະກິດ, ສະຫະກອນຮ່ວມເດີນທາງ ພ້ອມກັບ ຊາວກະສິກອນ ເພື່ອຫັນຂັ້ນຕອນ ເປັນມາດ ຕະຖານ, ມີຄຸນນະພາບ, ຕອບສະໜອງ ບັນດາມາດຕະຖານ ຂອງຕະຫລາດ ຮຽກຮ້ອງຕ້ອງ ມີຄຸນນະພາບສູງ; ຫັນບັນດາຜະລິດ ຕະພັນກະສິກຳ ເປັນຫລາຍຮູບ ຫລາຍແບບ,ເປີດກວ້າງ ຕະຫລາດກະສິ ກຳ ຫວຽດນາມ, ພັດທະນາ ກະສິກຳສີຂຽວ-ໝູນວຽນ-ຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດ. ທ່ານ ເລຂາທິການໃຫຍ່ ໂຕເລິມ ປາດຖະໜາວ່າ ສະມາຄົມ ຊາວກະສິກອນ ປະກອບສ່ວນ ສ້າງຊົນ ນະບົດ ຫວຽດນາມ ສີວິໄລ, ມີວຽກເຮັດ ງານທຳແບບຍືນຍົງ, ມີສິ່ງແວດລ້ອມສະອາດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top