ສສ ຫວຽດນາມ ຈະຈັດງານຕະຫລາດນັດ ລະດູໃບໄມ້ຫລົ່ນ 2025

16/10/2025 16:55
ຂປລ ໃນກອງປະຊຸມ ຖະແລງຂ່າວ ກ່ຽວກັບ ງານຕະຫລາດນັດ ລະດູໃບໄມ້ຫລົ່ນ 2025 ຈະດຳເນີນແຕ່ ວັນທີ 25 ຕຸລາ ຫາ ວັນທີ 4 ພະຈິກນີ້, ຢູ່ສູນວາງ ສະແດງ ຫວຽດນາມ (VEC), ນະຄອນ ຮ່າໂນ້ຍ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ໃນກອງປະຊຸມ ຖະແລງຂ່າວ ກ່ຽວກັບ ງານຕະຫລາດນັດ ລະດູໃບໄມ້ຫລົ່ນ 2025 ຈະດຳເນີນແຕ່ ວັນທີ 25 ຕຸລາ ຫາ ວັນທີ 4 ພະຈິກນີ້, ຢູ່ສູນວາງ ສະແດງ ຫວຽດນາມ (VEC), ນະຄອນ ຮ່າໂນ້ຍ. ງານຕະຫລາດນັດ ມີການເຂົ້າຮ່ວມຂອງ 34 ແຂວງ, ນະຄອນ; ບັນດາກະຊວງ, ຂະແໜງການສູນກາງ, ພ້ອມດ້ວຍວິສາຫະກິດ, ສະຫະພັນ ແລະ ກຸ່ມ ບໍລິສັດໃຫຍ່ຂອງ ສສ ຫວຽດນາມ ແລະ ໂລກນັບພັນແຫ່ງ. ຫົວຂໍ້ ເຊື່ອມຕໍ່ຜູ້ບໍລິໂພກ ກັບການຜະລິດ, ດຳເນີນທຸລະກິດຂອງງານຕະຫລາດນັດ ໄດ້ສະແດງໃຫ້ເຫັນ ຈິນຕະນາການ ວັດທະນະທຳ ມະນຸດ ແລະ ວິໄສທັດ ພັດທະນາ ຍາວນານ-ຖືມະນຸດ ເປັນໃຈກາງ ແລະ ກຳລັງໜູນ ຂອງພື້ນຖານເສດຖະກິດ. ທ່ານ ຫວູບ໊າຝຸ, ຫົວໜ້າກົມ ສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດ ນາມ ໃຫ້ຮູ້ວ່າ ງານຕະຫລາດນັດລະດູໃບໄມ້ຫລົ່ນປີ 2025 ແມ່ນງານຕະຫລາດນັດ ທີ່ມີຂອບຂະເໜາດໃຫຍ່ສຸດ, ເຂດວາງສະແດງທັນສະໄໝ ທີ່ສຸດ, ຜະລິດຕະພັນ ມີຄວາມຫລາກຫລາຍ ແລະ ຄຸນນະ ພາບສູງທີ່ສຸດ ດ້ວຍຫລາຍລາຍການ ທີ່ດູດດື່ມ ແລະ ໂປຣໂມຊັນ ດີທີ່ສຸດ. ນີ້ແມ່ນເຫດ ການສົ່ງເສີມ ການຄ້າ ເສດຖະກິດ ການລົງທຶນ ຢູ່ໃນຂອບເຂດ ທົ່ວປະເທດ. ດັ່ງນັ້ນ, ມີຄວາມແຕກຕ່າງກັນ, ນັ້ນແມ່ນ: ກ່ຽວກັບປະລິມານ ວິສາຫະກິດເຂົ້າຮ່ວມ ງານຕະຫລາດນັດ. ໄລ່ມາຮອດ ປັດຈຸບັນ, ຄະນະຈັດຕັ້ງຮັບຮູ້ ມີການຈົດທະບຽນ ເຂົ້າຮ່ວມຂອງວິສາຫະກິດ 2.500 ແຫ່ງ, ໃນນັ້ນ ມີປະມານ 100 ວິສາຫະກິດ ທີ່ມາຈາກ ບັນດາປະເທດໃນໂລກ, ເຊັ່ນ: ເອີຣົບ ແມ່ນ ຝຣັ່ງ, ແບນຊິກ, ໂຮນລັງ, ອົດສະຕາລີ ແລະ ສະວິດ ພ້ອມດ້ວຍ ບັນດາປະເທດ ໃນພາກພື້ນ ອາຊີຄື: ສປ ຈີນ, ບັນດາປະເທດ ອາຊຽນ, ອົດສະຕຣາລີ ແລະ ນູແວນເຊລັງ./.

 (ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top