ຂປລ
ການຝຶກຊ້ອມຮັບມື ສຸກເສີນຮ່ວມ ກ່ຽວກັບ ພະຍາດແຜ່ລະບາດ ຮ້າຍແຮງ ຂ້າມຊາຍແດນ ລະຫວ່າງ ສປ ຈີນ, ສປປ ລາວ ແລະ ສສ ຫວຽດນາມປີ 2025 ໄດ້ຈັດຂຶ້ນຢູ່ເມືອງຈ່ຽງເຊີງນະຄອນຜູເອີ ແຂວງຢຸນນານ ຂງ ສປ ຈີນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 15 ຕຸລານີ້, ການຝຶກຊ້ອມຮັບມື ສຸກເສີນຮ່ວມ ກ່ຽວກັບ ພະຍາດແຜ່ລະບາດ ຮ້າຍແຮງ ຂ້າມຊາຍແດນ ລະຫວ່າງ ສປ ຈີນ, ສປປ ລາວ ແລະ ສສ ຫວຽດນາມປີ 2025 ໄດ້ຈັດຂຶ້ນຢູ່ເມືອງຈ່ຽງເຊີງນະຄອນຜູເອີ ແຂວງຢຸນນານ ຂງ ສປ ຈີນ. ກະຊວງສາທາລະນະສຸກ ຂອງ ສສ ຫວຽດນາມ ແລະ ສປປ ລາວ ກໍຄືພາກສ່ວນກ່ຽວຂ້ອງ ຢູ່ເຂດຊາຍແດນ, ສູນປ້ອງກັນ ແລະ ຄວບຄຸມພະຍາດຂອງ ສປ ຈີນ, ໜ່ວຍງານຮັບມື ສຸກເສີນ ດ້ານສາທາລະນະສຸກ ລະດັບແຂວງ,ກິ່ງແຂວງ(ນະຄອນ) ແລະ ເມືອງຂອງແຂວງຢຸນນານ ທັງໝົດ 241 ຄົນໄດ້ເຂົ້າຮ່ວມການຝຶກຊ້ອມຄັ້ງນີ້. ການຝຶກຊ້ອມຮັບມືສຸກເສີນ ຮ່ວມຄັ້ງນີ້ ແມ່ນໄດ້ຈັດຂຶ້ນຢູ່ເມືອງປົກຄອງຕົນເອງເຜົ່າຮ່ານີເຜົ່າອີຈ່ຽງເຊີງ ເຊິ່ງເປັນເມືອງດຽວ ຂອງແຂວງຢຸນນານ ທີ່ມີຊາຍແດນຕິດກັບ ສປປ ລາວ ແລະ ສສ ຫວຽດນາມ. ການຝຶກຊ້ອມຄັ້ງນີ້ ແມ່ນສຸມໃສ່ ການຝຶກຊ້ອມ ຮັບມືສຸກເສີນ ທີ່ມີຂັ້ນຕອນ,ຕ່ອງໂສ້ ແລະ ປັດໄຈຄົບຊຸດ ກ່ຽວກັບພະຍາດລະບາດ ຂ້າມຊາຍແດນທີ່ ສປ ຈີນ,ສປປ ລາວ ແລະ ສສ ຫວຽດນາມ ດຳເນີນຮ່ວມເປັນຄັ້ງທຳອິດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL