ນັກທ່ອງທ່ຽວເຂົ້າ-ອອກເມືອງ ຜ່ານດ່ານດາໂລ້ ຢູ່ຊາຍແດນຈີນ-ມຽນມາ ຫລາຍກວ່າ 10.000 ເທື່ອຄົນຕໍ່ວັນ

14/10/2025 11:41
ຂປລ ໃນ​ວັນ​ທີ 11 ຕຸ​ລາ​ນີ້ ຈຳ​ນວນ ​ນັກ​ທ່ອງ​ທ່ຽວ​ ທີ່​ເຂົ້າ-​ອອກ​ເມືອງ ​ຜ່ານ​ດ່ານ​ດັ່ງ​ກ່າວ​ ໄດ້​ບັນ​ລຸ ​ຫລາຍກວ່າ 10.000 ​ເທື່ອ​ຄົນ​ຕໍ່​ວັນ ເຊິ່ງໄດ້​ສ້າງ​ສະ​ຖິ​ຕິໃໝ່​ ນັບ​ແຕ່ ​ໄດ້​ສ້າງ​​ດ່ານ ກວດ​ກາ ​ດັ່ງ​ກ່າວ​ ໃນ​ປີ 1951 ເປັນ​ຕົ້ນ​ມາ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ-​ອອກ​ເມືອງ​ ຜ່ານ​ດ່ານ​ດາ​ໂລ້​ ຢູ່​ເຂດ​ຊາຍ​ແດນ​ ລະ​ຫວ່າ​ງ ສປ ​ຈີນ-ມຽນ​ມາ​ ໄດ້​ເພີ່ມ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ. ຕາມ​ດ່ານ​ ກວ​ດ​ກາ​ ຄົນ​ເຂົ້າ-​ອອກ​ເມືອງ​ຢູ່​ເຂດ​ຊາຍ​ແດນ​ ດາ​ໂລ້ ລະ​ຫວ່າງ ສປ ຈີນ-ມຽນ​ມາ ​ໄດ້​ແຈ້ງ​ໃຫ້​ຮູ້ ​ໃນ​ວັນ​ທີ 12 ຕຸ​ລາ​ນີ້​ວ່າ: ໃນ​ວັນ​ທີ 11 ຕຸ​ລາ​ນີ້ ຈຳ​ນວນ ​ນັກ​ທ່ອງ​ທ່ຽວ​ ທີ່​ເຂົ້າ-​ອອກ​ເມືອງ ​ຜ່ານ​ດ່ານ​ດັ່ງ​ກ່າວ​ ໄດ້​ບັນ​ລຸ ​ຫລາຍກວ່າ 10.000 ​ເທື່ອ​ຄົນ​ຕໍ່​ວັນ ເຊິ່ງໄດ້​ສ້າງ​ສະ​ຖິ​ຕິໃໝ່​ ນັບ​ແຕ່ ​ໄດ້​ສ້າງ​​ດ່ານ ກວດ​ກາ ​ດັ່ງ​ກ່າວ​ ໃນ​ປີ 1951 ເປັນ​ຕົ້ນ​ມາ. ດ່ານ​ດາ​ໂລ້​ ຕັ້ງ​ຢູ່​ເມືອງ​ໄຮ​ກິ່ງ ​ແຂວງ​ປົກ​ຄອງ​ຕົນ​ເອງ​ ເຜົ່າ​ລື້​ສິບ​ສອງ​ພັ່ນ​ນາ ​ແຂວງ​ຢຸນ​ນານ​ ຂອງ ສປ ຈີນ ແມ່ນ​ໜຶ່ງ ​ໃນ​ບັນ​ດາ​ເສັ້ນ​ທາງ​ ທາງ​ບົກ​ທີ່​ສຳ​ຄັນ​ຂອງ​ ສປ ຈີນ ​ທີ່​ເຊື່ອມ​ຕໍ່ ສປ ​ຈີນ-​ມຽນ​ມາ​ ແລະ​ ອາ​ຊີ ​ຕາ​ເວັນ​ອອກ ​ສຽງ​ໃຕ້(ອາຊຽນ)./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top