ທະນາຄານກາງຈີນ ເພີ່ມການຊື້ຄຳ ຢ່າງຕໍ່ເນື່ອງ ເປັນເດືອນທີ 11

10/10/2025 21:56
Email Print 822
ຂປລ ຍອດການຖືຄອງຄໍາຂອງຈີນ ນັບແຕ່ ທ້າຍເດືອນກັນຍາ 2025 ລວມມີ 74,06 ລ້ານອອນ, ເພີ່ມຂຶ້ນຈາກ 74,02 ລ້ານອອນໃນເດືອນສິງຫາ ແລະ ຍັງເປັນ ການເພີ່ມ ການຊື້ຄຳ ຢ່າງຕໍ່ເນື່ອງ ເປັນເດືອນທີ 11 ຕິດຕໍ່ກັນ.

ຂປລ. ສຳນັກຂ່າວ ອິນໂຟເຄວສ, ທະນາຄານກາງຈີນ (PBOC) ໄດ້ເປີດເຜີຍ ເມື່ອບໍ່ດົນມານີ້ວ່າ: ຍອດການຖືຄອງຄໍາຂອງຈີນ ນັບແຕ່ ທ້າຍເດືອນກັນຍາ 2025 ລວມມີ 74,06 ລ້ານອອນ, ເພີ່ມຂຶ້ນຈາກ 74,02 ລ້ານອອນໃນເດືອນສິງຫາ ແລະ ຍັງເປັນ ການເພີ່ມ ການຊື້ຄຳ ຢ່າງຕໍ່ເນື່ອງ ເປັນເດືອນທີ 11 ຕິດຕໍ່ກັນ. ສ່ວນມູນຄ່າ ຄຳສຳຮອງ ຂອງຈີນ ເພີ່ມຂຶ້ນ ເຖິງລະດັບ 2,8329 ແສນລ້ານໂດລາສະຫະລັດ, ໃນທ້າຍເດືອນກັນຍາຜ່ານມາ, ຈາກ 2,5384 ແສນລ້ານໂດລາສະຫະລັດ ກ່ອນໜ້ານີ້.

ດ້ານສະພາຄຳໂລກ (WGC) ໄດ້ເປີດເຜີຍ ໂດຍອ້າງອີງຂໍ້ມູນ ຈາກກອງທຶນ ການເງິນ ລະຫວ່າງປະເທດ (IMF) ແລະ ທະນາຄານກາງ ຂອງແຕ່ລະປະເທດ ໃນເດືອນສິງຫາ, ທະນາຄານກາງ ທົ່ວໂລກໄດ້ ກັບຄືນມາຊື້ຄຳ ເພີ່ມຂຶ້ນສຸດທິ 15 ໂຕນ. ຕົວເລກ ດັ່ງກ່າວ ແມ່ນສອດຄ່ອງກັບ ຄ່າສະເລ່ຍ ລາຍເດືອນ ໃນລະຫວ່າງ ເດືອນມີນາ-ມິຖຸນາ, ເຊິ່ງສະທ້ອນເຖິງ ການກັບຄືນ ມາຊື້ຄຳອີກຄັ້ງ ຫລັງຈາກຢຸດຊົ່ວຄາວ ໃນເດືອນກໍລະກົດ. /

 

KPL

ຂ່າວອື່ນໆ

ads
ads

Top