ກອງປະຊຸມວຽກງານສະຖາບັນການປົກຄອງທົ່ວປະເທດຈີນ

29/09/2025 15:58
ຂປລ ກອງ​ປະ​ຊຸມ ​ວຽກ​ງານ​ ຂອງ​ສະ​ຖາ​ບັນ ​ການ​ປົກ​ຄອງ​ ທົ່ວ​ປະ​ເທດ​ຈີນ ​ໄດ້​ຈັດ​ຂຶ້ນ ເມື່ອບໍ່ດົນມານີ້ ​ຢູ່​ນະ​ຄອນຫລວງ​ ປັກ​ກິ່ງ.

ຂປລ.ວິ​ທະ​ຍຸ​-ໂທ​ລະ​ພາບ ​ສູນ​ກາງ​ຈີນ ຫລື CMG. ກອງ​ປະ​ຊຸມ ​ວຽກ​ງານ​ ຂອງ​ສະ​ຖາ​ບັນ ​ການ​ປົກ​ຄອງ​ ທົ່ວ​ປະ​ເທດ​ຈີນ ​ໄດ້​ຈັດ​ຂຶ້ນ ເມື່ອບໍ່ດົນມານີ້ ​ຢູ່​ນະ​ຄອນຫລວງ​ ປັກ​ກິ່ງ.ທ່ານ ​ສີ​ ຈິ້ນ​ຜິງ, ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ກຳ​ມະ​ການ​ ສູນ​ກາງ​ພັກ ກອມ​ມູ​ນິດ​ຈີນ, ປະ​ທານ ​ປະ​ເທດ​ຈີນ, ປະ​ທານ​ ຄະ​ນະ​ກຳ​ມະ​ການ​ ການ​ທະ​ຫານ​ ສູນ​ກາງ​ຈີນ ​ໄດ້​ໃຫ້​ຄຳ​ຊີ້​ນຳສຳ​ຄັນ​ຕໍ່​ ວຽກ​ງານ​ ຂອງ​ສະ​ຖາ​ບັນ ​ດັ່ງ​ກ່າວ ໂດຍ​ໄດ້​ຢືນ​ຢັນ​ ຢ່າງ​ເຕັມ​ທີ່ ​ຕໍ່​ຜົນ​ງານ​ໃໝ່ ​ນັບ​ຕັ້ງ​ແຕ່ ກອງ​ປະ​ຊຸມ​ໃຫຍ່​ ຜູ້​ແທນທົ່ວ​ປະ​ເທດ ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ ເປັນ​ຕົ້ນ​ມາ ຂອງ​ສະ​ຖາ​ບັນ​ ການ​ປົກ​ຄອງ​ຂັ້ນ​ຕ່າງໆ ​ໃນ​ດ້ານ​ຄຸນ​ນະ​ພາບ​ການ​ຮຽນ-ການ​ສອນ, ການ​ຄົ້ນ​ຄ້​ວາ​ ວິ​ທະ​ຍາ​ສາດ ​ແລະ​ ການ​ປະ​ດິດ​ສ້າງ. ທ່ານ​ ສີ​ ຈິ້ນ​ຜິງ ເນັ້ນ​ໜັກ​ວ່າ: ໃນ​ຂະ​ບວນ​ການ​ໃໝ່, ຕ້ອງ​ຍຶດ​ໝັ້ນ ​ຖືເອົາ​ແນວ​ຄິດ ​ສັງ​ຄົມ​ນິ​ຍົມ​ ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ ສປ ຈີນ ​ໃນ​ຍຸກ​ໃໝ່ ​ເປັນ​ທິດ​ຊີ້​ນຳ, ລົງ​ເລິກ​ການ​ປະ​ຕິ​ຮູບ ​ການ​ຮຽນ-ການ​ສອນ, ເພີ່ມ​ທະ​ວີ​ ການ​ສຶກ​ສາ​​ອົບ​ຮົມ ດ້ານ​ທິດ​ສະ​ດີ​ພັກ, ການ​ຝຶກ​ຝົນ ຫລໍ່ຫລອມ ​ຕໍ່​​ສະ​ຕິ​ພັກ ແລະ ການ​ອົບ​ຮົມ ​ຄວາມ​ສາ​ມາດ​ ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່, ເພີ່ມທະ​ວີ ​ການ​ຄົ້ນ​ຄວ້າ​ ທິດ​ສະ​ດີ​​ພັກ ທີ່​ມີ​ການ​ປະ​ດິ​ສ້າງ ​ຢ່າງ​ເປັນ​ລະ​ບົບ, ເສີມ​ຂະ​ຫຍາຍ ​ບົດ​ບາດ​ຂອງ​ຄັງ​ປັນ​ຍາ. ​ພ້ອມ​ນີ້ ທ່ານ​ ສີ ​ຈິ້ນ​ຜິງ ຍັງ​ໄດ້ຮຽກ​ຮ້ອງ ​ໃຫ້​ຍຶດ​ໝັ້ນ​ ການ​​ຄຸ້ມ​ຄອງ ສະ​ຖາ​ບັນ ​ຢ່າງ​ເຂັ້ມ​ງວດ, ສ້າງ​ສະ​ຖາ​ບັນ ​ດ້ວຍ​ຄຸນ​ນະ​ພາບ​ດີ, ສ້າງ​ຖັນ​ແຖວ ​ຄູ​ສອນ​ ໃຫ້​ເຂັ້ມ​ແຂງ, ​ຄຸ້ມ​ຄອງ​ນັກ​​ສຶ​ກ​ສາ ​ຢ່າງ​ເຂັ້ມ​ງວດ. ຄະ​ນະ​ພັກ​ຂັ້ນ​ຕ່າງໆ ​ຕ້ອງ​ເພີ່ມ​ທະ​ວີ ​ການ​ຮັບ​ປະ​ກັນ ແລະ ການ​ສະ​ໜັບ​ ສະ​ໜູນ, ຊຸກ​ຍູ້​ໃຫ້​ວຽກ​ງານ ​ຂອງ​ສະ​ຖາ​ບັນ​ ການ​ປົກ​ຄອງ ​ພັດ​ທະ​ນາ​ ດ້ວຍ​ຄຸນ​ນະ​ພາບ​ສູງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ງານວາງສະແດງການຮ່ວມມືຈີນ-ໄທ 2025 ຈັດຂຶ້ນຢູ່ນະຄອນຫລວງບາງກອກຂ່າວຕ່າງປະເທດ

      ງານວາງສະແດງການຮ່ວມມືຈີນ-ໄທ 2025 ຈັດຂຶ້ນຢູ່ນະຄອນຫລວງບາງກອກ

      9/29/2025 3:58:02 PM

      ເພື່ອ​ສະ​ເຫລີມ​ ສະ​ຫລອງ ວັນສ້າງ​​ຕັ້ງ ສາຍ​ພົວ​ພັນ ທາງ​ການ​ທູດ​ ລະ​ຫວ່າງ​ ສປ ຈີນ-ໄທ​ ຄົບ​ຮອບ 50 ປີ, ງານ​ວາງ​ສະ​ແດງ​ການ​ຮ່ວມ​ມື​ຈີນ-ໄທ 2025 ໄດ້​ຈັດ​ຂຶ້ນ​ ເມື່ອບໍ່ດົນມານີ້ ຢູ່​ນະ​ຄອນ​ຫລວງ​ບາງກອກ​ຂອງ​ໄທ, ​ພາຍ​ໃຕ້​ຫົວ​ຂໍ້ “ສປ ຈີນ-ໄທ ສ້າງ​​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 50 ປີ: ກ້າວ​ໄປ​ສູ່​ ຄວາມ​ຈະ​ເລີນ​ຮຸ່ນ​ເຮືອງ ​ຮ່ວມ​ກັນ”

    • ຣັດເຊຍ ເປັນຄູ່ຮ່ວມມືສຳຄັນ ກ່ຽວກັບພະລັງງານປະລະມານູ ສສ ຫວຽດນາມຂ່າວຕ່າງປະເທດ

      ຣັດເຊຍ ເປັນຄູ່ຮ່ວມມືສຳຄັນ ກ່ຽວກັບພະລັງງານປະລະມານູ ສສ ຫວຽດນາມ

      9/29/2025 3:57:53 PM

      ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມ ວາລະປຶກສາຫາລື ຫົວເລື່ອງ ສະເພາະ “ມາດຕະການ ພະລັງງານ ປະລະມານູ ໃຫ້ແກ່ ບັນດາປະເທດ ອາ ຊຽນ”. ຫວຽດນາມ ວາງເປົ້າໝາຍ ຮ່ຳຮຽນ, ຊອກຮູ້ບັນດາຄວາມຮູ້ກ່ຽວກັບ ວິທະຍາສາດ ເຕັກນິກ, ບົດຮຽນປະສົບການ ໃນການສ້າງໂຮງງານໄຟຟ້ານິວເຄລຍ, ປົກປັກຮັກສາສິ່ງແວດລ້ອມ.

    • ເສັ້ນທາງລົດໄຟລາວ-ຈີນ ຈະຍຸດຕິການບໍລິການຂະບວນລົດໄຟໂດຍສານເປັນການຊົ່ວຄາວຂ່າວຕ່າງປະເທດ

      ເສັ້ນທາງລົດໄຟລາວ-ຈີນ ຈະຍຸດຕິການບໍລິການຂະບວນລົດໄຟໂດຍສານເປັນການຊົ່ວຄາວ

      9/29/2025 3:57:41 PM

      ​ເວັບ​ໄຊ​ທາງ​ການ ​ຂອງບໍ​ລິ​ສັດ​​ ທາງ​ລົດ​ໄຟ​ລາວ-ຈີນ​ ຈຳ​ກັດ ​ໄດ້​ອອກ​ແຈ້ງ​ການ​ ກ່ຽວ​ກັບ ​ການ​ຍຸດ​ຕິ​ ການ​ບໍ​ລິ​ການ​ ຂະ​ບວນ​ລົດ​ໄຟ​​ ໂດຍ​ສານ​ ທັງ​ໝົດ ​ເປັນ​ການ​ຊົ່ວ​ຄາວ​ ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ ຈາກ​ພາ​ຍຸ​ໄຕ້​ຝຸ່ນ​ບົວ​ລອຍ, ​ຢູ່​ພາກ​ເໜືອ​ຂອງ​ ສປປ ລາວ​ ຈະ​ມີ​ຝົນ​ຕົກ​ແຮງ ແລະ ​ມີ​ຄວາມ​ສ່ຽງ ​ຈະ​ເກີດໄພ​ພິ​ບັດ​ ດ້ານ​ທໍ​ລະ​ນີ​ສາດ​ ລະ​ຫວ່າງວັນ​ທີ 28-30 ກັນ​ຍາ​ນີ້.

    • ອັດຕາສ່ວນການປົກຄຸມຂອງເຄືອຂ່າຍນໍ້າແຫ່ງຊາດຈີນ ຈະບັນລຸເຖິງ 80,3%ຂ່າວຕ່າງປະເທດ

      ອັດຕາສ່ວນການປົກຄຸມຂອງເຄືອຂ່າຍນໍ້າແຫ່ງຊາດຈີນ ຈະບັນລຸເຖິງ 80,3%

      9/29/2025 3:57:30 PM

      ຫ້ອງການຖະແຫລງຂ່າວ ລັດຖະບານຈີນໄດ້ຈັດກອງປະຊຸມຖະແຫລງຂ່າວ ເພື່ອແຈ້ງຜົນສໍາເລັດ ການພັດທະນາ ທີ່ມີ ຄຸນນະພາບສູງ ດ້ານຊົນລະປະທານໃນໄລຍະປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 14 ຂອງ ສປ ຈີນ.

    • ສ.ອາເມລິກາ-ຣັດເຊຍ ອາດຈະຈັດການເຈລະຈາຮອບໃໝ່ ໃນເດືອນຕຸລາໜ້ານີ້ຂ່າວຕ່າງປະເທດ

      ສ.ອາເມລິກາ-ຣັດເຊຍ ອາດຈະຈັດການເຈລະຈາຮອບໃໝ່ ໃນເດືອນຕຸລາໜ້ານີ້

      9/29/2025 3:57:14 PM

      ​ສ.ອາ​ເມ​ລິ​ກາ-ຣັດ​ເຊຍ ​ອາດ​ຈະ​ຈັດ​ການ​ເຈ​ລະ​ຈາ​ ທາງ​​ການ​ທູດ ລະ​ຫວ່າງ​ ສອງ​ຝ່າຍ ຮອບ​ໃໝ່​ ໃນ​ເດືອນ​ຕຸ​ລາ​ປີ​ນີ້​ ເພື່ອ​ປຶກ​ສາ​ຫາ​ລື​ກັນ ​ກ່ຽວ​ກັບ ​ການ​ກຳ​ຈັດ “ປັດ​ໄຈທີ່​ກະ​ທົບ” ​ການ​ພົວ​ພັນ​ສອງ​ຝ່າຍ ​ເຊິ່ງ​ລວມ​ທັງ​ ການ​ປະ​ຕິ​ບັດ​ງານ​ ຂອງ​ສະ​ຖານ​ທູດ ​ຫັນ​ເປັນ​ປົກ​ກະ​ຕິ ກໍ​ຄື​ ບັນ​ຫາ​ກ່ຽວ​ກັບ​ ກຳ​ມະ​ສິດ ​ຂອງ​ຊັບ​ສິນ​ທາງ​ການ​ທູດ​ ຂອງ​ຣັດ​ເຊຍ​ ຢູ່ ສ.​ອາ​ເມ​ລິ​ກາ.

ads
ads

Top