ຂປລ
ຫ້ອງການຖະແຫລງຂ່າວ ລັດຖະບານຈີນໄດ້ຈັດກອງປະຊຸມຖະແຫລງຂ່າວ ເພື່ອແຈ້ງຜົນສໍາເລັດ ການພັດທະນາ ທີ່ມີ ຄຸນນະພາບສູງ ດ້ານຊົນລະປະທານໃນໄລຍະປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 14 ຂອງ ສປ ຈີນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ວັນທີ 29 ກັນຍານີ້, ຫ້ອງການຖະແຫລງຂ່າວ ລັດຖະບານຈີນໄດ້ຈັດກອງປະຊຸມຖະແຫລງຂ່າວ ເພື່ອແຈ້ງຜົນສໍາເລັດ ການພັດທະນາ ທີ່ມີ ຄຸນນະພາບສູງ ດ້ານຊົນລະປະທານໃນໄລຍະປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 14 ຂອງ ສປ ຈີນ.ຈາກນັ້ນ ທ່ານ ຫລີໂກວຢິ່ງ ລັດຖະມົນຕີ ກະຊວງ ຊັບພະຍາກອນ ນໍ້າຈີນ ແຈ້ງໃຫ້ຮູ້ວ່າ: ສປ ຈີນ ໄດ້ສ້າງໂຄງການແຫລ່ງນໍ້າ, ໂຄງການສົ່ງນໍ້າ ແລະ ໂຄງການລະບາຍນ້ຳເຂົ້ານາ ຢ່າງຫລວງຫລາຍ, ຄາດວ່າ ເມື່ອຮອດໄລຍະທ້າຍ ຂອງການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 14 ຂອງ ສປ ຈີນ, ອັດຕາສ່ວນການປົກຄຸມ ຂອງເຄືອຂ່າຍນໍ້າແຫ່ງຊາດຈີນ ຈະບັນລຸເຖິງ 80,3%, ເນື້ອທີ່ການລະບາຍນໍ້າ ເຂົ້າດິນປູກຝັງ ຈະບັນລຸ ປະມານ 72.666.667 ເຮັກຕາ, ຂະນະທີ່ອັດຕາສ່ວນ ການເຂົ້າເຖິງ ນໍ້າປະປາ ຢູ່ເຂດຊົນນະບົດ ບັນລຸເຖິງ 96%. ປີ 2024, ປະລິມານການໃຊ້ນໍ້າ ຕໍ່ລວມຍອດ ຜະລິດຕະພັນ ພາຍໃນ ຫລື GDP ໃນແຕ່ ລະ 10.000 ຢວນ ໄດ້ຫລຸດລົງ 17,7% ເມື່ອທຽບໃສ່ ໄລຍະທ້າຍ ຂອງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 13 ຂອງ ສປ ຈີນ, ຂະນະທີ່ ປະລິມານ ການໃຊ້ນໍ້າ ຕໍ່ມູນຄ່າເພີ່ມ ດ້ານອຸດສາຫະກໍາ ໃນແຕ່ລະ 10.000 ຢວນ ໄດ້ຫລຸດລົງ 23,6%, ນອກນີ້, ຕົວເລກດັດຊະນີ ການລະບາຍນໍ້າ ເນື້ອທີ່ກະສິກໍາ ທີ່ມີປະສິດທິຜົນ ໄດ້ເພີ່ມຂຶ້ນ ຈາກລະດັບ 0,565 ໃນໄລຍະທ້າຍ ຂອງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 13 ຂອງ ສປ ຈີນ ມາເປັນ 0,58./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL