ຂປລ
ເພື່ອສະເຫລີມ ສະຫລອງ ວັນສ້າງຕັ້ງ ສາຍພົວພັນ ທາງການທູດ ລະຫວ່າງ ສປ ຈີນ-ໄທ ຄົບຮອບ 50 ປີ, ງານວາງສະແດງການຮ່ວມມືຈີນ-ໄທ 2025 ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງບາງກອກຂອງໄທ, ພາຍໃຕ້ຫົວຂໍ້ “ສປ ຈີນ-ໄທ ສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 50 ປີ: ກ້າວໄປສູ່ ຄວາມຈະເລີນຮຸ່ນເຮືອງ ຮ່ວມກັນ”

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ເພື່ອສະເຫລີມ ສະຫລອງ ວັນສ້າງຕັ້ງ ສາຍພົວພັນ ທາງການທູດ ລະຫວ່າງ ສປ ຈີນ-ໄທ ຄົບຮອບ 50 ປີ, ງານວາງສະແດງ ການຮ່ວມມືຈີນ-ໄທ 2025 ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງ ບາງກອກຂອງໄທ, ພາຍໃຕ້ຫົວຂໍ້ “ສປ ຈີນ-ໄທ ສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 50 ປີ: ກ້າວໄປສູ່ ຄວາມຈະເລີນຮຸ່ນເຮືອງ ຮ່ວມກັນ”. ງານວາງສະແດງຄັ້ງນີ້ ໄດ້ດຶງດູດ ວິສາຫະກິດຈີນ ແລະ ໄທ ຫລາຍກວ່າ 200 ແຫ່ງ ຈາກຂົງເຂດຕ່າງໆເຊັ່ນ: ພະລັງງານສະອາດ, ເວທີດີຈີຕອນ, ກະສິກຳ ແລະ ອາຫານ, ການສຶກສາ, ວັດທະນະທຳ ແລະ ຂົງເຂດອື່ນໆເຂົ້າຮ່ວມ, ເນື້ອທີ່ວາງສະແດງ ຫລາຍກວ່າ 20.000 ຕາແມັດ, ມີຜູ້ເຂົ້າຮ່ວມ ຫລາຍກວ່າ 8.000 ຄົນ.ນອກນີ້ ໄດ້ຈັດເວທີປຶກສາຫາລື ກ່ຽວກັບຕ່ອງໂສ້ ການສະໜອງ, ງານສຳມະນາ ວິສາຫະກິດ, ເຂດວາງສະແດງ ສະເພາະການປະກອບອາຊີບ ແລະ ເຂດວາງສະແດງ ສະເພາະການສຶກສາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL