ຣັດເຊຍ ເປັນຄູ່ຮ່ວມມືສຳຄັນ ກ່ຽວກັບພະລັງງານປະລະມານູ ສສ ຫວຽດນາມ

29/09/2025 15:57
ຂປລ ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມ ວາລະປຶກສາຫາລື ຫົວເລື່ອງ ສະເພາະ “ມາດຕະການ ພະລັງງານ ປະລະມານູ ໃຫ້ແກ່ ບັນດາປະເທດ ອາ ຊຽນ”. ຫວຽດນາມ ວາງເປົ້າໝາຍ ຮ່ຳຮຽນ, ຊອກຮູ້ບັນດາຄວາມຮູ້ກ່ຽວກັບ ວິທະຍາສາດ ເຕັກນິກ, ບົດຮຽນປະສົບການ ໃນການສ້າງໂຮງງານໄຟຟ້ານິວເຄລຍ, ປົກປັກຮັກສາສິ່ງແວດລ້ອມ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມ ວາລະປຶກສາຫາລື ຫົວເລື່ອງ ສະເພາະ ມາດຕະການ ພະລັງງານ ປະລະມານູ ໃຫ້ແກ່ ບັນດາປະເທດ ອາ ຊຽນ”. ຫວຽດນາມ ວາງເປົ້າໝາຍ ຮ່ຳຮຽນ, ຊອກຮູ້ບັນດາຄວາມຮູ້ກ່ຽວກັບ ວິທະຍາສາດເຕັກນິກ, ບົດຮຽນປະສົບການ ໃນການສ້າງໂຮງງານໄຟຟ້ານິວເຄລຍ, ປົກປັກຮັກສາສິ່ງແວດລ້ອມ. ທ່ານ ເຈິ່ນຈີ ແທັງ, ຫົວໜ້າສະຖາບັນ ປະລະມານູ ຫວຽດນາມ ເນັ້ນໜັກວ່າ ຣັດເຊຍ ແມ່ນຄູ່ຮ່ວມມືສຳຄັນ ໃນການພັດທະນາພະລັງງານ ປະລະມານູ ຢູ່ ສສ ຫວຽດນາມ. ພະລັງງານ ປະລະມານູ ແມ່ນຂົງເຂດ ໃໝ່, ການຮ່ວມມືກັບ ຣັດເຊຍ ແມ່ນຖືກຕ້ອງ. ເຖິງຢ່າງໃດກໍຕາມ, ເພື່ອຊຸກຍູ້ວຽກງານນີ້ ຍັງມີສິ່ງທ້າທາຍ ຫລາຍຢ່າງ ແລະ ມີຫລາຍບັນຫາ ຕ້ອງຮັບການພິຈາລະນາແກ້ໄຂ, ໃນນັ້ນ ລະບົບຜັນຂະຫຍາຍ ໂຄງການຢູ່ ສສ ຫວຽດນາມ ຍັງບໍ່ທັນປະຕິບັດ ຕາມມາດຖານສາກົນ. ເພາະສະນັ້ນ, ບັນດາໂຄງການນິວເຄລຍ ຕ້ອງໄດ້ປະຕິບັດ ຕາມມາດຖານສາກົນ ເພື່ອຮັບປະກັນ ຄວາມປອດໄພ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top