ນູແວນເຊລັງ ເລັ່ງປັບນະໂຍບາຍ ຂໍທີ່ຢູ່ອາໃສໃຫ້ກັບແຮງງານຕ່າງປະເທດ

23/09/2025 20:13
ຂປລ ລັດຖະບານ ນູແວນເຊລັງ ພວມສະເໜີ ຊ່ອງທາງໃໝ່ 2 ທາງ ສຳລັບ ຜູ້ອົບພະຍົບ ໃນການຂໍທີ່ຢູ່ອາໄສ ເພື່ອດຶງດູດ ແຮງງານ ຕ່າງປະເທດ ກະຕຸ້ນ ເສດຖະກິດ ພາຍໃນປະເທດ ເນື່ອງຈາກ ຜູ້ອົບພະຍົບ ທີ່ມີຄວາມຊໍານິຊໍານານ ແລະ ມີປະສົບການ ມີບົດບາດ ສໍາຄັນ ໃນການຕື່ມເຕັມ ຊ່ອງຫວ່າງ ແຮງງານ ແລະ ສາມາດຊ່ວຍໃຫ້ ທຸລະກິດ ຂະ ຫຍາຍຕົວ ໃນເວລາດຽວກັນ

ຂປລ.ສຳນັກຂ່າວ ເອເອຟພີ, ວັນທີ23 ກັນຍານີ້, ລັດຖະບານ ນູແວນເຊລັງ ພວມສະເໜີ ຊ່ອງທາງໃໝ່ 2 ທາງ ສຳລັບ ຜູ້ອົບພະຍົບ ໃນການຂໍທີ່ຢູ່ອາໄສ ເພື່ອດຶງດູດ ແຮງງານ ຕ່າງປະເທດ ກະຕຸ້ນ ເສດຖະກິດ ພາຍໃນປະເທດ ເນື່ອງຈາກ ຜູ້ອົບພະຍົບ ທີ່ມີຄວາມຊໍານິຊໍານານ ແລະ ມີປະສົບການ ມີບົດບາດ ສໍາຄັນ ໃນການຕື່ມເຕັມ ຊ່ອງຫວ່າງ ແຮງງານ ແລະ ສາມາດຊ່ວຍໃຫ້ ທຸລະກິດ ຂະ  ຫຍາຍຕົວ ໃນເວລາດຽວກັນ. ຕາມແຜນການ ຊ່ອງທາງໃໝ່ ຈະມີໄວ້ສຳລັບ ແຮງງານ ທີ່ມີຂີດຄວາມສາມາດ, ຊ່າງຝີມື ແລະ ຊ່າງເຕັກນິກ ໂດຍກຳນົດໃຫ້ ແຮງງານກຸ່ມ ນີ້ ຕ້ອງມີປະສົບການ ທີ່ກ່ຽວຂ້ອງທັງ ພາຍໃນ ແລະ ຕ່າງປະເທດ ລວມທັງ ຄຸນສົມບັດ ຕາມເກນ ເງິນເດືອນ ຢ່າງເໝາະສົມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top