ການສຶກສາຂັ້ນພື້ນຖານຂອງ ສປ ຈີນ ໄດ້ເຂົ້າສູ່ລະດັບສະເລ່ຍຂອງປະເທດທີ່ມີລາຍໄດ້ສູງ

23/09/2025 16:52
Email Print 120
ຂປລ ຫ້ອງ​ການ​ຖະ​ແຫລງ​ຂ່າວ ຄະ​ນະ​ລັດ​ຖະ​ບານ​ຈີນ ​ໄດ້​ຈັດ​ກອງ​ປະ​ຊຸມ​ ຖະ​ແຫລງ​ຂ່າວ ​ກ່ຽວ​ກັບ​ ການ​ສຳ​ເລັດ ​ແຜນ​ພັດ​ທະ​ນາ​ ເສດ​ຖະ​ກິດ-ສັງ​ຄົມ ​ແຫ່ງ​ຊາດ​ຈີນ 5 ປີ ຄັ້ງ​ທີ 14.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,​ວັນ​ທີ 23 ກັ​ນ​ຍາ​ນີ້, ຫ້ອງ​ການ​ຖະ​ແຫລງ​ຂ່າວ ຄະ​ນະ​ລັດ​ຖະ​ບານ​ຈີນ ​ໄດ້​ຈັດ​ກອງ​ປະ​ຊຸມ​ ຖະ​ແຫລງ​ຂ່າວ ​ກ່ຽວ​ກັບ​ ການ​ສຳ​ເລັດ ​ແຜນ​ພັດ​ທະ​ນາ​ ເສດ​ຖະ​ກິດ-ສັງ​ຄົມ ​ແຫ່ງ​ຊາດ​ຈີນ 5 ປີ ຄັ້ງ​ທີ 14. ທ່ານ ​ຫວຍ​ ຈິ້ນ​ເຜິງ, ລັດ​ຖະ​ມົນ​ຕີ​ ກະ​ຊວງ​ສຶກ​ສາ​ທິ​ການ​ຈີນ​ ກ່າວ​ວ່າ: ສປ ຈີນ ​ໄດ້​ສຳ​ເລັດ​ເປົ້າ​ໝາຍ ແລະ ໜ້າ​ທີ່​ຕ່າງໆ​ ທີ່​ກຳ​ນົດ​ ຢູ່​ໃນ​ແຜນ​ພັດ​ທະ​ນາ​ ເສດ​ຖະ​ກິດ-ສັງ​ຄົມ​ ແຫ່ງ​ຊາດ​ 5 ປີ ຄັ້ງ​ທີ 14 ຢ່າງ​ຮອບ​ດ້ານ ແລະ ມີ​ຄຸນ​ນະ​ພາບ​ສູງ. ການ​ສຶກ​ສາ ​ຂັ້ນ​ພື້ນ​ຖານ​ຂອງ​ ສປ ຈີນ ໄດ້​ເຂົ້າ​ສູ່ ​ລະ​ດັບ​ ສະ​ເລ່ຍ​ ຂອງ​ປະ​ເທດ​ ທີ່​ມີ​ລາຍ​ໄດ້​ສູງ​ແລ້ວ. ທ່ານ ຫວຍ​ຈິ້ນ​ເຜິງ ​ອະ​ທິ​ບາຍ​ ໃຫ້​ຮູ້​ວ່າ: ອັດ​ຕາ​ການ​ເຂົ້າ​​ຮຽນ ​ຂອງເດັກ​ ກ່ອນ​​ໄວ​ຮຽນ ​ໄດ້​ບັນ​ລຸ​ເຖິງ 92%, ​ເພີ່ມ​ຂຶ້ນ 27,5% ເມື່ອ​ທຽບ​ໃສ່ 64,5% ໃນ​ປີ 2012. ການ​ສຶກ​ສາ​ ພາກ​ບັງ​ຄັບ ​ຢູ່​ໃນ 2.895 ເມືອງ​ໃນ​ທົ່ວ​ປະ​ເທດ​ຈີນ​ ໄດ້​ບັນ​ລຸ​ຄວາມ​ດຸນ​ດ່ຽງໂດຍ​ພື້ນ​ຖານ. ອັດ​ຕາ​ການ​ເຂົ້າ​ຮຽນ​ ຂອງ​ການ​ສຶກ​ສາຊັ້ນ​ສູງ​ ໄດ້​ເພີ່ມ​ຂຶ້ນ​ຈາກ 30% ໃນ​ປີ 2012 ມາ​ເປັນ 60,8% ໃນ​ປັດ​ຈຸ​ບັນ ເຊິ່ງ​ເພີ່ມ​ຂຶ້ນ ​ຫລາຍ​ກວ່າ​ ໜຶ່ງ​ເທົ່າ ແລະ ໄດ້​ເຂົ້າ​ສູ່ການ​ສຶກ​ສາ ​ຢ່າງ​ທົ່ວ​ເຖິງ. ໃນ​ໄລ​ຍະ​ປະ​ຕິ​ບັດ ​ແຜນ​ພັດ​ທະ​ນາ ​ເສດ​ຖະ​ກິດ-ສັງ​ຄົມ​ ແຫ່ງ​ຊາດ​ຈີນ 5 ປີ ຄັ້ງ​ທີ 14, ​ໂຮງ​ຮຽນ​ຂັ້ນ​ສູງ​ ໄດ້​ສ້າງ​ບຸກ​ຄະ​ລາ​ກອນ 55 ລ້ານ​ຄົນ ໃຫ້​ແກ່ ​ສັງ​ຄົມ ເຊິ່ງ​ໄດ້​ບັນ​ລຸ​ ການ​ບຸ​ກ​ທະ​ລຸ​ໃໝ່ ​ໃນ​ການ​ຮັບ​ໃຊ້ ແລະ ສະ​ໜັບ​ ສະ​ໜູນ​ ການ​ພັດ​ທະ​ນາ​ ເສດ​ຖະ​ກິດ-ສັງ​ຄົມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top