ຂປລ
ເນື່ອງໃນໂອກາດ ເທສະການເກັບກ່ຽວ ຂອງຊາວກະສິກອນຈີນ ປີທີ 8 ໄດ້ໝູນວຽນ ມາເຖິງ, ທ່ານ ສີ ຈິ້ນຜິງ ເລຂາ ທິການໃຫຍ່ ຄະນະກຳ ມະການສູນ ກາງພັກກອມມູນິດຈີນ, ປະທານປະເທດ, ປະທານ ຄະນະກຳມະການ ການທະ ຫານສູນກາງຈີນ ໄດ້ຕາງໜ້າສູນກາງພັກ ສະແດງຄວາມຊົມເຊີຍ ແລະ ສົ່ງຄຳອວຍພອນ ດ້ວຍຄວາມຈິງໃຈເຖິງ ຊາວກະສິ ກອນ ທັງຫລາຍ ໃນທົ່ວປະເທດ ແລະ ບັນດາສະຫາຍ ທີ່ເຮັດວຽກກ່ຽວ ກັບຊົນນະບົດ, ກະສິກຳ ແລະ ຊາວກະສິກອນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເນື່ອງໃນໂອກາດ ເທສະການເກັບກ່ຽວ ຂອງຊາວກະສິກອນຈີນ ປີທີ 8 ໄດ້ໝູນວຽນ ມາເຖິງ, ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳ ມະການສູນ ກາງພັກກອມມູນິດຈີນ, ປະທານປະເທດ, ປະທານ ຄະນະກຳມະການ ການທະຫານສູນກາງຈີນ ໄດ້ຕາງໜ້າສູນກາງພັກ ສະແດງຄວາມຊົມເຊີຍ ແລະ ສົ່ງຄຳອວຍພອນ ດ້ວຍຄວາມຈິງໃຈ ເຖິງຊາວກະສິ ກອນທັງຫລາຍ ໃນທົ່ວປະເທດ ແລະ ບັນດາສະຫາຍ ທີ່ເຮັດວຽກກ່ຽວ ກັບຊົນນະບົດ, ກະສິກຳ ແລະ ຊາວກະສິກອນ. ທ່ານ ສີ ຈິ້ນຜິງ ກ່າວເນັ້ນໜັກວ່າ: ຄວາມໄທສະໄໝແບບຈີນ ຈະປາສະຈາກ ຄວາມທັນສະໄໝ ທາງດ້ານກະສິກຳ ແລະ ຄວາມທັນສະໄໝ ຂອງຊົນນະບົດບໍ່ໄດ້. ຄະນະພັກ ແລະ ອົງການປົກຄອງທຸກຂັ້ນ ຕ້ອງລົງເລິກ ຜັນຂະຫຍາຍ ແຜນນະໂຍບາຍ ຂອງສູນກາງພັກ, ຍຶດໝັ້ນຖື ເອົາ ການພັດທະນາ ກະສິກຳ ແລະ ຊົນນະບົດ ເປັນບຸລິມະສິດ, ປັບປຸງນະໂຍບາຍ ດ້ານການພັດທະນາກະສິກຳ ໃຫ້ເຂັ້ມແຂງ, ສ້າງຜົນປະໂຫຍດ ໃຫ້ແກ່ ຊາວກະສິກອນ ແລະ ເຮັດໃຫ້ຊາວກະສິກອນ ຮັ່ງ ມີຂຶ້ນ, ເພີ່ມທະວີ ການຄ້ຳຊູກະສິກຳ ຈາກດ້ານວິທະຍາສາດ ເຕັກໂນໂລຊີ ແລະ ອຸປະກອນ, ສຸມກຳລັງເຂົ້າໃນການຍົກສູງຄວາມສາມາດ ສັງລວມ ດ້ານການຜະລິດ ກະສິກຳ, ນຳໃຊ້ມາດຕະການຕ່າງໆ ເພື່ອຊຸກຍູ້ ການສ້າງວຽກເຮັດງານທຳ ແລະ ມີລາຍຮັບເພີ່ມຂຶ້ນ ຂອງຊາວກະສິກອນ, ເຮັດວຽກຢ່າງຈິງຈັງ ເພື່ອຊຸກຍູ້ ໃຫ້ຊົນນະບົດກ້າວໄປສູ່ ຄວາມຈະເລີນຮຸ່ງເຮືອງ ຢ່າງຮອບດ້ານ. ຫວັງວ່າ ຊາວກະສິ ກອນທັງຫລາຍ ຈະສົ່ງເສີມ ຄວາມເປັນເຈົ້າການ ແລະ ຫົວຄິດປະດິດສ້າງ ຢ່າງເຕັມທີ່, ວົງການຕ່າງໆ ໃນສັງຄົມຕັ້ງໜ້າ ໃຫ້ການສະໜັບ ສະໜູນ ແລະ ເຂົ້າຮ່ວມໃນການ ພະຍາຍາມ ເພື່ອສ້າງຊົນນະບົດ ທີ່ສວຍງາມ, ໜ້າຢູ່ອາໄສ ແລະ ມີອຸດສາຫະກຳ ທີ່ພັດທະນາ ເປັນຢ່າງດີ ເພື່ອຮ່ວມກັນ ກ້າວໄປສູ່ ອະນາຄົດ ທີ່ສວຍງາມ ແຫ່ງຄວາມທັນສະໄໝ ແບບຈີນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL