ຂປລ
ກອງປະຊຸມລະດັບສູງ ເພື່ອລະນຶກ ການສ້າງຕັ້ງ ອົງການ ສະຫະ ປະຊາຊາດ ຫລື ສປຊ ຄົບຮອບ 80 ປີ ໄດ້ຈັດຂຶ້ນ ໃນວັນທີ 22 ກັນຍານີ້ ຢູ່ສຳນັກງານ ໃຫຍ່ ສປຊ ທີ່ນິວຢອກ ຂອງ ສ.ອາເມລິກາ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ກອງປະຊຸມລະດັບສູງ ເພື່ອລະນຶກ ການສ້າງຕັ້ງ ອົງການ ສະຫະ ປະຊາຊາດ ຫລື ສປຊ ຄົບຮອບ 80 ປີ ໄດ້ຈັດຂຶ້ນ ໃນວັນທີ 22 ກັນຍານີ້ ຢູ່ສຳນັກງານ ໃຫຍ່ ສປຊ ທີ່ນິວຢອກ ຂອງ ສ.ອາເມລິກາ. ບັນດາຝ່າຍ ທີ່ເຂົ້າຮ່ວມ ກອງປະຊຸມ ໄດ້ເນັ້ນໜັກວ່າ ຕ້ອງກ່າວຢ້ຳ ຄຳໝັ້ນສັນຍາ ທີ່ມີຕໍ່ລັດທິ ຫລາຍຝ່າຍ ແລະ ຈຸດປະສົງ ແລະ ຫລັກການ ຂອງກົດບັດ ສປຊ, ເກາະແຂນກັນ ກ້າວເດີນໄປຂ້າງໜ້າ, ທັງເພີ່ມທະວີ ບົດບາດຂອງ ສປຊ.ໃນໂອກາດນີ້ ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ ສປຊ ຊີ້ອອກວ່າ: ຈຸດປະສົງ ແລະ ຫລັກການຂອງກົົດບັດ ສປຊ ພວມຖືກກະທົບ ແບບບໍ່ເຄີຍມີມາກ່ອນ, ສົງຄາມ, ໄພອຶດຫິວ, ການປ່ຽນແປງ ຂອງດິນຟ້າອາກາດ ແລະ ບັນຫາອື່ນໆ ພວມທົດສອບ ລະບົບການບໍລິຫານໂລກ ຢ່າງຂ້ຽວຂາດ. ດັ່ງນັ້ນ ຖ້າຢາກ ຮັບມື ກັບສິ່ງທ້າທາຍເຫລົ່ານີ້, ພວກເຮົາ ບໍ່ພຽງແຕ່ ຕ້ອງປົກປ້ອງຖານະ ຂອງອົງການ ສະຫະ ປະຊາຊາດ ເທົ່ານັ້ນ, ແຕ່ຍັງຕ້ອງ ເພີ່ມທະວີບົດບາດຂອງອົງການ ສະຫະ ປະຊາຊາດ ອີກດ້ວຍ”. ທ່ານ ອັນໂຕນີໂອ ກູເຕີເຣັສຮຽກ ຮ້ອງໃຫ້ປະເທດ ສະມາຊິກ ສປຊ ຈົ່ງດຳເນີນການເຄື່ອນໄຫວ ຮ່ວມກັນ ເພື່ອຊຸກຍູ້ ການຈັດຕັ້ງປະຕິບັດ ຕາມວາລະສຳຄັນຕ່າງໆ ເຊັ່ນ: “ສັນຍາເພື່ອອະນາຄົດ” ແລະ “ຂໍ້ລິເລີ່ມ ການປະຕິຮູບ ເນື່ອງໃນໂອກາດທີ່ ສປຊ ສ້າງຕັ້ງຂຶ້ນຄົບຮອບ 80 ປີ” ເປັນຕົ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL