ຂປລ
ກອງປະຊຸມ ເວທີປຶກສາຫາລື ການປະດິດສ້າງໃໝ່ ຜູຈ່ຽງປີ 2025 ທີ່ດຳເນີນມາ ເປັນເວລາ 4 ວັນ ໄດ້ສຳເລັດລົງ ໃນວັນທີ 22 ກັນຍານີ້ ໂດຍໄດ້ເປີດເຜີຍ ຜົນງານຫລາຍລາຍການ ເພື່ອຊ່ວຍຊຸກຍູ້ ການພັດທະນາ ລະບົບນິເວດ ດ້ານການປະດິດສ້າງໃໝ່ ວິທະຍາສາດ ເຕັກໂນໂລຊີ ແລະ ອຸດສາຫະກຳ ໃນອະນາຄົດຂອງ ສປ ຈີນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ກອງປະຊຸມ ເວທີປຶກສາຫາລື ການປະດິດສ້າງໃໝ່ ຜູຈ່ຽງປີ 2025 ທີ່ດຳເນີນມາ ເປັນເວລາ 4 ວັນ ໄດ້ສຳເລັດລົງ ໃນວັນທີ 22 ກັນຍານີ້ ໂດຍໄດ້ເປີດເຜີຍ ຜົນງານຫລາຍລາຍການ ເພື່ອຊ່ວຍຊຸກຍູ້ ການພັດທະນາ ລະບົບນິເວດ ດ້ານການປະດິດສ້າງໃໝ່ ວິທະຍາສາດ ເຕັກໂນໂລຊີ ແລະ ອຸດສາຫະກຳ ໃນອະນາຄົດຂອງ ສປ ຈີນ.ໃນກອງປະຊຸມ ດັ່ງກ່າວ, ອົງການທີ່ກ່ຽວຂ້ອງ ຈາກກະຊວງ ວິທະຍາສາດ ເຕັກໂນໂລຊີຂອງ ສປ ຈີນ ໄດ້ເຜີຍແຜ່ “ບົດລາຍງານປະຈຳປີ 2025 ກ່ຽວກັບ ການຫັນຜົນງານ ດ້ານວິທະຍາສາດ ເຕັກໂນໂລຊີ ມາເປັນການພັດທະນາຕົວຈິງຂອງ ສປ ຈີນ” ໂດຍສະແດງໃຫ້ເຫັນວ່າ: ປີ 2024, ມູນຄ່າສັນຍາ ທີ່ຜົນງານ ດ້ານວິທະຍາສາດ ເຕັກໂນໂລຊີ ຂອງສະຖາບັນ ການສຶກສາ 4.059 ແຫ່ງ ໃນທົ່ວປະເທດຈີນ ໄດ້ຫັນປ່ຽນບັນລຸທັງໝົດ 226,91 ຕື້ຢວນ, ເພີ່ມຂຶ້ນ ປະມານ 10% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີ 2023, ອັດຕາການຫັນໃຊ້ ຜົນງານດັ່ງກ່າວ ໄດ້ນັບມື້ ນັບເພີ່ມຂຶ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL