ຂປລ
ພາຍຫລັງ ເຂົ້າຮ່ວມ ກອງປະຊຸມ ຮ່ວມມື ດ້ານສື່ມວນຊົນ ພາຍໃຕ້ ຫົວຂໍ້ ການລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" ປະຈໍາປີ 2025 (2025 Media Cooperation Forum on Belt and Road) ແລະ ກອງປະຊຸມ ອາຊຽນ (10+3) ຄັ້ງທີ 11 ກ່ຽວກັບ ການຮ່ວມມື ດ້ານສື່ມວນຊົນ
ຂປລ. ພາຍຫລັງ ເຂົ້າຮ່ວມ ກອງປະຊຸມ ຮ່ວມມື ດ້ານສື່ມວນຊົນ ພາຍໃຕ້ ຫົວຂໍ້ ການລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" ປະຈໍາປີ 2025 (2025 Media Cooperation Forum on Belt and Road) ແລະ ກອງປະຊຸມ ອາຊຽນ (10+3) ຄັ້ງທີ 11 ກ່ຽວກັບ ການຮ່ວມມື ດ້ານສື່ມວນຊົນ (The Elevent ASEAN Plus Three (10+3) Media Cooperation Forum), ເຊິ່ງ ໄດ້ຈັດຂຶ້ນ ໃນວັນທີ 16-17 ກັນຍາ ຜ່ານມານີ້ ຢູ່ນະຄອນຄຸນໝິງ ແຂວງ ຢຸນນານ ຂອງ ສປ ຈີນ.

ໂດຍມີ ຄະນະ ນັກຂ່າວຈາກ ປະເທດອາຊຽນ ແລະ ປະເທດຄູ່ຮ່ວມມື 3 ປະເທດ ຄື: ສ.ເກົາ, ຍີ່ປຸ່ນ ແລະ ປະເທດເຈົ້າພາບ ກໍ່ຄື: ສປ ຈີນ, ໂດຍສະເພາະແມ່ນ ຄະນະນັກຂ່າວ ຈາກໜັງສືພິມປະຊາຊົນຈີນ (People's Daily), ໂດຍແມ່ນ ທ່ານ ເປຍກວາງຈ່ຽງ ຮອງຫົວໜ້າກົມ ພົວພັນຕ່າງປະເທດ ຂອງ ໜັງສືພິມປະຊາຊົນ ຂອງ ສປ ຈີນ (People's Daily) ເປັນຜູ້ ນໍາພາ, ຄະນະນັກຂ່າວ ໄດ້ອອກເດີນທາງ ຈາກເມືອງຄຸນໝິງ ດ້ວຍລົດໄຟ ຄວາມໄວສູງ ເພື່ອຢ້ຽມຢາມ ແຂວງກຸຍໂຈ (Guizhou Province), ເປັນເມືອງ ທີ່ມີທ່າແຮງ ບົ່ມຊ້ອນ ກ່ຽວກັບ ຊັບພະຍາກອນ ທໍາມະຊາດ.
ໂດຍສະເພາະຫ້ວຍນໍ້າ ລວມທັງ ວັດທະນະທໍາ, ການຜະລິດ ກະສິກໍາ ຂອງ ພໍ່ແມ່ປະຊາຊົນ ພາຍໃນເມືອງນີ້. ສະນັ້ນ, ການນໍາ ພັກ-ລັດ ຈີນ ຈຶ່ງເຫັນໄດ້ ທ່າແຮງ ບົ່ມຊ້ອນດັ່ງກ່າວ, ຈຶ່ງໄດ້ ສະໜັບສະໜູນ ສົ່ງເສີມ ແລະ ອະນຸລັກ, ພ້ອມທັງ ກໍ່ສ້າງໃຫ້ກາຍເປັນ ໂຮງງານເຫລົ້າ ທີີມີຊື່ສຽງ ເປັນໜຶ່ງດຽວ ແລະ ໃຫຍ່ທີ່ສຸດ ຂອງ ສປ ຈີນ, ໂດຍມີຊື່ວ່າ: ເຫລົ້າເໝົາທາຍ (Moutai)./

KPL