ຂປລ
ທ່ານ ເຟີຣດີນານ ມາຣກໍສ ຈູເນຍ ປະທານາທິບໍດີ ຟີລິບປິນ ໄດ້ລົງນາມ ໃນລັດຖະດຳລັດ ໃຫ້ຊາວຕ່າງປະເທດ ເຊົ່າທີ່ດິນ ເປັນເວລາສູງສຸດ ເຖິງ 99 ປີ.
ຂປລ.ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງ ມານີລາ ປະເທດຟີລິບປິນ ໃນວັນທີ 6 ກັນຍານີ້ວ່າ: ທຳນຽບມາລາກັນ ໄດ້ອອກຖະແຫລງການ ວ່າ: ທ່ານ ເຟີຣດີນານ ມາຣກໍສ ຈູເນຍ ປະທານາທິບໍດີ ຟີລິບປິນ ໄດ້ລົງນາມ ໃນລັດຖະດຳລັດ ໃຫ້ຊາວຕ່າງປະເທດ ເຊົ່າທີ່ດິນ ເປັນເວລາສູງສຸດ ເຖິງ 99 ປີ.
ກົດໝາຍສະບັບ ດັ່ງກ່າວນີ້ ໄດ້ເຜີຍແພ່ໃນເວັບໄຊ ຂອງ ລັດຖະກິດ ຈານານຸກົມເບກສາ, ຊຶ່ງເປັນ ການແກ້ໄຂເພີ່ມເຕີມ ຈາກ ລັດຖະບັນຍັດ ສະບັບ ປີ 1993ທີ່ ອະນຸຍາດໃຫ້ຊາວ ຕ່າງປະເທດ ສາມາດເຮັດສັນຍາ ເຊົ່າທີ່ດິນເປັນເວລາ 50ປີ, ສາມາດຕໍ່ອາຍຸໄດ້ຄັ້ງໜຶ່ງ ເປັນເວລາສູງສຸດ 25ປີ.
ໃນຂະນະດຽວກັນ, ກົດໝາຍ ສະບັບໃໝ່ ຍັງມອບອຳນາດ ໃຫ້ແກ່ຜູ້ ຟີລິບປິນ ໃນການກຳນົດ ໄລຍະເວລາເຊົ່າ ທີ່ສັ້ນລົງ, ສຳລັບ ນັກລົງທຶນ ທີ່ດຳເນີນທຸລະກິດ ການບໍລິການ ທີ່ສຳຄັນ ຫລື ອຸດສາຫະກຳ ທີ່ຖືເປັນພື້ນຖານໂຄງລ່າງ ທີ່ສຳຄັນ ຕໍ່ຄວາມໝັ້ນຄົງ ແຫ່ງຊາດຫລື ລັດຖະບານ ໄດ້ກຳນົດ ໃຫ້ມີຄວາມສຳຄັນ ດ້ານການພັດທະນາ.
ນອກນັ້ນ ມາດຕະການ ດັ່ງກ່າວ ມີຈຸດປະສົງ ເພື່ອຊຸກຍູ້ ໃຫ້ນັກລົງທຶນ ກໍ່ສ້າງນິຄົມອຸດສາຫະກຳ ແລະ ໂຮງ ງານ, ລວມເຖິງ ໂຄງການ ດ້ານການທ່ອງທ່ຽວ ແລະ ການກະເສດ, ຕາມໝູ່ເກາະ ຫລາຍແຫ່ງໃນ ຟີລິບປິນ, ດ້ວຍຄວາມມຸ້ງໝັ້ນ ສົ່ງເສີມໃຫ້ ຟີລິບປິນ ຢູ່ໃນສະຖານະເໜືອກວ່າ ນານາປະເທດ ໃນການແຂ່ງຂັນ ດຶງດູດການລົງທຶນລະດັບ ພາກພື້ນ./
KPL