ໂຮງພິມແຫ່ງລັດ ເຕີບໃຫຍ່ຂະຫຍາຍຕົວ ຕິດພັນກັບຂະບວນການ ຕໍ່ສູ້ປົດປ່ອຍຊາດ

30/07/2025 14:46
Email Print 207
ຂປລ ຂປລ. ລັດວິສາຫະກິດໂຮງພິມແຫ່ງລັດ ກໍາເນີດມາຈາກໂຮງພິມລາວອິດສະຫລະ ແມ່ນໂຮງ ພິມແຫ່ງທໍາອິດ ຂອງພັກປະຊາຊົນປະຕິວັດລາວ, ເປັນໂຮງພິມທີ່ຕິດພັນກັບ ຂະບວນການປະຕິວັດ ກໍ​ຄື ຂະ​ບວນການຕໍ່ສູ້ປົດປ່ອຍຊາດ ໂດຍໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1950 (ຫ່າງຈາກນີ້ 75 ປີ)

ຂປລ. ລັດວິສາຫະກິດໂຮງພິມແຫ່ງລັດ ກໍາເນີດມາຈາກໂຮງພິມລາວອິດສະຫລະ ແມ່ນໂຮງ ພິມແຫ່ງທໍາອິດ ຂອງພັກປະຊາຊົນປະຕິວັດລາວ, ເປັນໂຮງພິມທີ່ຕິດພັນກັບ ຂະບວນການປະຕິວັດ ກໍ​ຄື ຂະ​ບວນການຕໍ່ສູ້ປົດປ່ອຍຊາດ ໂດຍໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1950 (ຫ່າງຈາກນີ້ 75 ປີ) ​ໄດ້ເຮັດໜ້າທີ່ຈັດພິມເອກະສານ, ໜັງສືພິມ, ປື້ມທິດສະດີການເມືອງ, ພິມໃບປິວ, ຄໍາຮຽກ ຮ້ອງຕ່າງໆ ແນໃສ່ໂຄສະນາ-ປຸກລະດົມ ທົ່ວກຳລັງຮັກຊາດ ໃຫ້ແກ່ການຕໍ່ສູ້ ຕ້ານພວກລ່າເມືອງຂຶ້ນຜູ້ຮຸກຮານ.

ທ່ານ ກົງໃຈ ຊຸມພົນພັກດີ ຜູ້ອຳນວຍການລັດວິສາຫະກິດໂຮງພິມແຫ່ງລັດ ​ໄດ້ໃຫ້ສຳພາດໃນວັນທີ 29 ກໍລະກົດ 2025 ເນື່ອງໃນໂອກາດ ກຽມສະເຫລີມສະຫລອງ ວັນສ້າງຕັ້ງ ສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໃນວັນທີ 13 ສິງຫາ ທີ່ຈະມາເຖິງນີ້ ໂດຍທ່ານໄດ້ຍົກໃຫ້ເຫັນມູນເຊື້ອ, ປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງບໍລິສັດລັດ ວິສາຫະກິດໂຮງພິມແຫ່ງລັດ ນັບແຕ່ເລີ່ມສ້າງຕັ້ງ ຈົນຮອດປັດຈຸບັນ ເຊິ່ງບໍລິສັດລັດວິສາຫະກິດໂຮງພິມແຫ່ງລັດ ເປັນທຸລະກິດບໍລິການສິ່ງພິມໜຶ່ງ ທີ່ມີຄວາມສໍາຄັນ ໄດ້ຕິດພັນກັບຂະບວນການຕໍ່ສູ້ປົດປ່ອຍຊາດ, ໄດ້ສ້າງຕັ້ງມາເປັນເວລາດົນນານ ແຕ່ວັນທີ 13 ສິງຫາ 1950, ໄດ້ປະກອບສ່ວນໃຫ້ແກ່ ການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາພັດທະນາ ປະເທດຊາດ, ໄດ້ມີຜົນງານຢ່າງຫລວງຫລາຍ ໂດຍສະເພາະ ນັບແຕ່ມື້ຫັນເປັນທຸລະກິດ ໃນປີ 1989 ເປັນຕົ້ນມາ ໂດຍໄດ້ປ່ຽນຊື່ຈາກໂຮງພິມແຫ່ງຊາດ ມາເປັນບໍລິສັດລັດວິສາຫະກິດ ໂຮງພິມແຫ່ງລັດຫາລ້ຽງກຸ້ມຕົນເອງ ຕາມກົນໄກເສດຖະກິດຕະຫລາດ ແລະ ໄດ້ຍືນຍົງຄົງຕົວຈົນເຖິງປັດຈຸບັນ, ໄດ້ມີການເຕີບໃຫຍ່ຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ ຢ່າງຕໍ່ເນື່ອງ, ໄດ້ນຳໃຊ້ເຄື່ອງຈັກທີ່ທັນສະໄໝ ເຂົ້າໃນການຈັດພິມ, ສາມາດສັ່ງພິມໄດ້ ຕາມຄວາມຮຽກຮ້ອງຕ້ອງການ ຂອງຜູ້ມາໃຊ້ບໍລິການ. ພ້ອມກັນນັ້ນ, ກໍມີພະນັກງານທີ່ມີປະສົບ ການ, ມີຄວາມຮູ້, ມີຄວາມຊຳນິຊຳນານ ໃນການດຳເນີນການ ເຮັດໃຫ້ໂຮງພິມມີຄວາມຍືນຍົງຄົງຕົວ, ສ້າງຜົນກຳໄລ ໃນແຕ່ລະປີ.

ພ້ອມ​ກັນ​ນີ້, ທ່ານ ກົງໃຈ ຊຸມພົນພັກດີ ຍັງໄດ້ຍົກໃຫ້ເຫັນຄວາມສຳຄັນ ຂອງສື່ມວນຊົນລາວ ຕໍ່ການຂັບເຄື່ອນວຽກງານ ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ, ສື່ມວນຊົນ ເປັນຜູ້ສ່ອງແສງ ທຸກການເຄື່ອນໄຫວຂອງສັງຄົມ, ເປັນຜູ້ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈໃນບັນຫາຕ່າງໆ ທີ່ເກີດຂຶ້ນຢ່າງຖືກຕ້ອງ, ເຮັດໜ້າທີ່ເປັນກະບອກສຽງອັນສໍາຄັນ ໃຫ້ແກ່ພັກ-ລັດ ແລະ ປະຊາຊົນບັນດາເຜົ່າ ເພື່ອໂຄສະນາແນວທາງ ນະໂຍບາຍຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມ, ລະບຽບກົດໝາຍຂອງລັດ ໃຫ້ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ.


ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ປະກາດສ້າງຕັ້ງ ອົງຄະນະພັກອົງການກາແດງແຫ່ງຊາດລາວການເມືອງ

      ປະກາດສ້າງຕັ້ງ ອົງຄະນະພັກອົງການກາແດງແຫ່ງຊາດລາວ

      7/31/2025 3:04:39 PM

      ຂປລ. ພິທີປະກາດສ້າງຕັ້ງ ອົງຄະນະພັກອົງການກາແດງແຫ່ງຊາດລາວ ແລະ ບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານພັກອົງການກາແດງແຫ່ງຊາດລາວ ຈັດຂຶ້ນໃນວັນທີ 31 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດ ວັດທະນາທຳ-ສັງຄົມ

    • ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ ວຽກງານຢູ່ເຂດພິເສດບໍເຕ່ນແດນງາມການເມືອງ

      ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ ວຽກງານຢູ່ເຂດພິເສດບໍເຕ່ນແດນງາມ

      7/31/2025 2:54:00 PM

      ຂປລ. ວັນທີ 29 ກໍລະກົດ 2025 ຜ່ານ​ມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້​ເຄື່ອນ​ໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ເຂດພິເສດບໍເຕ່ນແດນງາມ ແຂວງຫລວງນໍ້າທາ ໂດຍ​ໄດ້​ຮັບ​ການ​ຕ້ອນຮັບ​ຂອງ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫລວງນ້ຳທາ

    • ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອປ້ອງກັນການໃຊ້ແຮງງານເດັກການເມືອງ

      ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອປ້ອງກັນການໃຊ້ແຮງງານເດັກ

      7/31/2025 2:48:57 PM

      ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ແຮງງານເດັກ ທີ່ແຂວງຫລວງພະບາງ ລະຫວ່າງ ກະຊວງແຮງງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ອົງການຊ່ວຍເຫລືອເດັກສາກົນ (SCI) ປະຈໍາ ສປປ ລາວ

    • ນາຍົກລັດຖະມົນຕີ ເຄື່ອນໄຫວວຽກງານ ຢູ່ເມືອງຊຽງຮ່ອນ ແລະ ເມືອງໄຊຍະບູລີການເມືອງ

      ນາຍົກລັດຖະມົນຕີ ເຄື່ອນໄຫວວຽກງານ ຢູ່ເມືອງຊຽງຮ່ອນ ແລະ ເມືອງໄຊຍະບູລີ

      7/31/2025 2:25:22 PM

      ຂປລ. ໃນຕອນບ່າຍວັນທີ 30 ກໍລະກົດ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ພ້ອມຄະນະ ໄດ້​ເຄື່ອນ​ໄຫວຢ້ຽມຢາມເມືອງຊຽງຮ່ອນ ແຂວງໄຊຍະບູລີ ​ໂດຍ​ມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາພັກເມືອງ ຊຽງຮ່ອນ, ມີການນໍາຂອງແຂວງ ແລະ ການນໍາຂອງເມືອງໃຫ້ການຕ້ອນຮັບ.

    • ຮອງປະທານປະເທດ ຕ້ອນຮັບ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມການເມືອງ

      ຮອງປະທານປະເທດ ຕ້ອນຮັບ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ

      7/30/2025 9:41:43 PM

      ຂປລ. ໃນວັນທີ 30 ກໍລະກົດ 2025 ນີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ພົນເອກ ເລືອງ ຕາມ ກວາງ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມສັນທະວະໄມຕີ ແລະ ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸ ຂະພາບຜູ້ຕິດຢາເສບຕິດ ທີ່ແຂວງວຽງຈັນ

ads
ads

Top