ສ.ອາເມລິກາ-ສປ ຈີນ ພົບປະກັບ ຄະນະຜູ້ແທນ ຄະນະບໍລິຫານສະພາການຄ້າສອງຝ່າຍ

31/07/2025 16:39
Email Print 248
ຂປລ ກຳ​ມະ​ການ​ ກົມ​ການ​ເມືອງ​ ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ, ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ ໄດ້​ພົບ​ປະກັບ ​ຄະ​ນະ​ຜູ້​ແທນ ຄະ​ນະ​ບໍ​ລິ​ຫານ​ສະ​ພາ​ການ​ຄ້າ ​ອາ​ເມ​ລິກາ-ຈີນ (US-China Business Council) ຢູ່​ນະ​ຄອນຫລວງ​ປັກ​ກິ່ງ.

ຂປລ.ວິທະຍຸສາກົນ ແຫ່ງ ສປ ຈີນ, ວັນ​ທີ 30 ກໍ​ລະ​ກົດ 2025, ທ່ານ ​ຫວາງ​ຢີ້, ກຳ​ມະ​ການ​ ກົມ​ການ​ເມືອງ​ ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ, ລັດ​ຖະ​ມົນ​ຕີ​ ກະ​ຊວງ​ ການ​ຕ່າງ​ປະ​ເທດ​ຈີນ​ ໄດ້​ພົບ​ປະກັບ ​ຄະ​ນະ​ຜູ້​ແທນ ຄະ​ນະ​ບໍ​ລິ​ຫານ​ສະ​ພາ​ການ​ຄ້າ ​ອາ​ເມ​ລິກາ-ຈີນ (US-China Business Council) ຢູ່​ນະ​ຄອນຫລວງ​ ປັກ​ກິ່ງ. ທ່ານ​ ຫວາງ​ຢີ້ ​ກ່າວ​ວ່າ, ສປ ຈີ​ນ​ ຍິນ​ດີ​ຮ່ວມ​ກັບ​​ ສ.ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ ການ​ຕິດ​ຕໍ່ ​ພົວ​ພັນ​ກັນ, ຫລີກ​ລ່ຽງ ການ​ຕັດ​ສິນ​ໃຈ ​ທີ່​ຜິດ​ພາດ, ຄຸ້ມ​ຄອງ ແລະ ຄວບ​ຄຸມ​ຄວາມ​ເຫັນ ​ທີ່​ຂັດ​ແຍ້ງ​ກັນ, ແລະ ຊອກ​ຫາ​ການ​ຮ່ວມ​ມື, ຈັດ​ຕັ້ງ​ປະ​ຕິ​ບັດ​ ຄວາມ​ເຫັນ ​ທີ່​ເປັນ​ເອ​ກະ​ພາບ​ກັນ ​ຂອງ​ປະ​ມຸກ​ລັດ​ ສອງ​ປະ​ເທດ, ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ ລະ​ຫວ່າງ​ ສປ ຈີນ-ສ.ອາ​ເມ​ລິ​ກາ​ ໄດ້​ຮັບ​ການ​ພັດ​ທະ​ນາ ​ຢ່າງ​ໝັ້ນ​ທ່ຽງ ປອດ​ໃສ ແລະ ຍືນ​ຍົງ. ສປ ຈີນ ແລະ ສ.ອາ​ເມ​ລິກາ​ ຄວນ​ສ້າງ​ຊ່ອງ​ທາງ​ ແລ​ກ​ປ່ຽນ ແລະ ປຶກ​ສາ​ຫາ​ລື​ ໃຫ້ຫລາຍກວ່າ​ເກົ່າ, ປະ​ຕິ​ບັດ​ ຕໍ່​ຝ່າຍ​ກົງ​ກັນ​ຂ້າມ ​ດ້ວຍ​ທ່າ​ທີ​ ທີ່​ພາ​ວະ​ວິ​ໄສ ມີ​ສະ​ຕິ ແລະ ຕິດ​ແທດ​ຕົວ​ຈິງ, ສ້າງ​ຄວາ​ມ​ຮັບ​ຮູ້ ​ດ້ານ​ຍຸດ​ທະ​ສາດ ​ທີ່​ຖືກ​ຕ້ອງ. ຕ້ອງ​ເຄົາ​ລົບ​ ຜົນ​ປະ​ໂຫຍດ ​ທີ່​ເປັນ​ແກນ​ກາງ ແລະ ສຳ​ຄັນ​ ເຊິ່ງ​ກັນ ​ແລະ​ກັນ, ຫລີກ​ລ່ຽງ ບໍ່​ໃຫ້​ເກີດ​ການ​ເປັນ​ ປໍ​ລະ​ປັກ​ກັນ. ຕ້ອງ​ປະ​ຕິ​ບັດ​ຕາມຫລັກ​ການ ​ເຄົາ​ລົບ ​ເຊິ່ງ​ກັນ ​ແລະ ​ກັນ ສະ​ເໝີ​ພາບ​ກັນ ແລະ ຕ່າງ​ຝ່າຍ​ ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ບໍ່​ຍຶດ​ຖືລັດ​ທິ ​ຝ່າຍ​ດຽວ ແລະ ບໍ່ນຳ​ໃຊ້​ ຄວາມ​ເປັນ​ເຈົ້າ​ອຳ​ນາດ, ປະ​ຕິ​ບັດ ​ວຽກ​ໃຫຍ່ ວຽກ​ຕົວ​ຈິງ ແລະ ວຽກ​​ທີ່​ມີ​ຜົນ​ດີ​ ຕໍ່​ສອງ​ປະ​ເທດ ແລະ ຕໍ່ໂລກ​ ໃຫ້ຫລາຍຂຶ້ນ. ໃນ 6 ເດືອນ​ຕົ້ນ​ປີ​ນີ້, ເສດ​ຖະ​ກິດ​ຈີນ​ ໄດ້​ຜ່ານ​ຜ່າ​ ຄວາມ​ຫຍຸ້ງ​ຍາກ ​ແລະ ກ້າວ​ໄປ​ໃນ​ທິດ​ທາງ​ ທີ່​ດີ​ຢ່າງ​ໝັ້ນ​ທ່ຽງ. ສປ ຈີນ​ ຈະ​ເປີດກວ້າງ ​ການ​ເປີດ​ປະ​ຕູ​ ສູ່​ພາຍນອກ​ ໃນ​ລະ​ດັບ​ສູງ, ສ້າງ​ສະ​ພາບ ​ແວດ​ລ້ອມ ​ດ້ານ​ການ​ດຳ​ເນີນ ​ທຸ​ລະ​ກິດ ​ລະ​ດັບ ​ສຸດຍອດ​ ທີ່​ພັດ​ທະ​ນາ​ຕາມຫລັກ​ການ​ຕະຫລາດ ຄຸ້ມ​ຄອງ ​ຕາມ​ກົດ​ໝາຍ ແລະ ເຊື່ອມ​ໂຍງ​ກັບ​ສາ​ກົນ, ຄອງ​ຄອຍ ​ວິ​ສາ​ຫະ​ກິດ ອ​າ​ເມ​ລິ​ກາ​ ສືບ​ຕໍ່​ເບິ່ງ​ປະ​ເທດ​ຈີນ​ ໄປ​ໃນ​ທາງ​ດີ ແລະ ລົງ​ທຶນ​ຢູ່​ ສປ ຈີນ ​ຕໍ່​ໄປ, ບັນ​ລຸ​ເປົ້າ​ໝາຍ​ ທີ່​ຕ່າງ​ຝ່າຍ ​ຕ່າງ​ໄດ້​ຮັບ​ ຜົນ​ປະ​ໂຫຍດ ແລະ ພັດ​ທະ​ນາ​ ໄປ​ພ້ອມ​ກັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top