ຂປລ
*ຍັງອີກບໍ່ພໍເທົ່າໃດມື້ ກໍ່ຈະຮອດວັນສ້າງຕັ້ງອາຊຽນຄົບຮອບ 58 ປີ (8.8.1967-8.8.2025) ເຊິ່ງມື້ນີ້, ໜັງສືພິມປະເທດລາວ
*ຍັງອີກບໍ່ພໍເທົ່າໃດມື້ ກໍ່ຈະຮອດວັນສ້າງຕັ້ງອາຊຽນຄົບຮອບ 58 ປີ (8.8.1967-8.8.2025) ເຊິ່ງມື້ນີ້, ໜັງສືພິມປະເທດລາວ ຂໍມານຳສະເໜີບາງປະເດັນກ່ຽວກັບອາຊຽນໃຫ້ພວກເຮົາໄດ້ຮັບຮູ້ນຳກັນ ໂດຍສະບັບມື້ນີ້, ຂໍເນັ້ນກ່ຽວກັບການສ້າງອາຊຽນ, ຈຸດປະສົງຂອງອາຊຽນ, ຫລັກການພື້ນຖານຂອງອາຊຽນ ແລະ ການຂະຫຍາຍຕົວຂອງອາຊຽນ.
ສຳລັບການສ້າງອາຊຽນ; ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ເປັນອົງການລະຫວ່າງປະເທດຂອງຂົງເຂດອາຊີຕາເວັນອອກສຽງໃຕ້. ອາຊຽນໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 8 ສິງຫາ 1967, ມີສະມາຊິກ 5 ປະເທດຄື: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ໄທ.
ສຳລັບຈຸດປະສົງຂອງອາຊຽນ ແມ່ນເພື່ອປົກປັກຮັກສາ ແລະ ສົ່ງ ເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ, ເຮັດໃຫ້ອາຊີຕາເວັນອອກສຽງໃຕ້ເປັນເຂດປອດອາວຸດນິວເຄລຍ ແລະ ອາວຸດທໍາລາຍລ້າງຜານອື່ນໆ; ເພື່ອເພີ່ມທະວີຄວາມສາມາດໃນການເພິ່ງຕົນເອງຂອງພາກພື້ນໂດຍການສົ່ງເສີມການຮ່ວມມືທາງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມໃຫ້ກວ້າງຂວາງ; ເພື່ອເຊື່ອມໂຍງດ້ານເສດຖະກິດ, ເຮັດໃຫ້ອາຊຽນກາຍເປັນຕະຫລາດ ແລະ ຖານການຜະລິດດຽວ, ຮັບປະກັນຄວາມສາມາດໃນການແຂ່ງຂັນສູງທາງດ້ານເສດຖະກິດອໍານວຍຄວາມສະດວກແກ່ການຄ້າ ແລະ ການລົງທຶນຢ່າງມີປະສິດທິພາບ ໂດຍມີການໄຫລວຽນຢ່າງເສລີຂອງສິນຄ້າ, ການບໍລິການ ແລະ ການລົງທຶນ; ເພື່ອສົ່ງເສີມຄວາມຢູ່ດີກິນດີ ແລະ ການດໍາລົງຊີວິດທີ່ດີຂອງປະຊາຊົນພາຍໃນອາຊຽນ ໂດຍໃຫ້ເຂົາເຈົ້າມີໂອກາດຢ່າງເທົ່າທຽມກັນໃນການເຂົ້າເຖິງ ແລະ ຊົມໃຊ້ຜົນປະໂຫຍດຈາກການພັດທະນາ, ສະຫວັດດີການ ແລະ ຄວາມຍຸຕິທຳຂອງສັງຄົນ; ເພື່ອຮັກສາບົດບາດຄວາມເປັນແກນກາງຂອງອາຊຽນ ແລະ ຄວາມເປັນເຈົ້າການໃນການເປັນກຳລັງຂັບເຄື່ອນຕົ້ນຕໍໃນການພົວພັນຮ່ວມມືລະຫວ່າງອາຊຽນກັບບັນດາຄູ່ເຈລະຈາ ແລະ ຄູ່ຮ່ວມຈາກນອກພາກພື້ນ.
ຫລັກການພື້ນຖານຂອງອາຊຽນ; ເຄົາລົບເອກະລາດ, ອະທິປະໄຕ, ຄວາມສະເໝີພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ເອກະລັກແຫ່ງຊາດ ຂອງແຕ່ລະປະເທດສະມາຊິກອາຊຽນ, ບໍ່ແຊກແຊງເຂົ້າກິດຈະການພາຍໃນຂອງກັນ ແລະ ກັນ, ແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ; ມີພັນທະ ແລະ ຄວາມຮັບຜິດຊອບຮ່ວມກັນໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມວັດທະນາຖາ ວອນຂອງພາກພື້ນ; ບໍ່ຮຸກຮານກັນ, ບໍ່ຂົ່ມຂູ່, ໃຊ້ກຳລັງ ຫລື ການກະທໍາທຸກຮູບແບບທີ່ບໍ່ສອດຄ່ອງກັນກົດໝາຍສາກົນ; ເຄົາລົບສິດຂອງແຕ່ລະປະເທດສະມາຊິກໃນການຄົງຕົວ ໂດຍປາສະຈາກການແຊກແຊງ, ການໂຄ່ນລົ້ມ ແລະ ການບີບບັງຄັບຈາກພາຍນອກ; ຍຶດໝັ້ນຫລັກການປົກຄອງດ້ວຍກົດໝາຍ, ການປົກຄອງທີ່ດີ, ຫລັກການປະຊາທິປະໄຕ ແລະ ລັດຖະບານທີ່ຖືກຕ້ອງຕາມລັດຖະທຳມະນູນ; ເຄົາລົບເສລິພາບຂັ້ນພື້ນຖານ, ສົ່ງເສີມປົກປ້ອງສິດທິມະນຸດ ແລະ ຄວາມຍຸຕິທຳໃນສັງຄົມ; ລະເວັ້ນຈາກການມີສ່ວນຮ່ວມໃນການດໍາເນີນນະໂຍບາຍ ຫລື ກິດຈະກຳໃດໆ, ລວມທັງການນໍາໃຊ້ເຂດດິນຂອງຕົນໂດຍປະເທດສະມາຊິກອາຊຽນ ຫລື ປະເທດບໍ່ແມ່ນສະມາຊິກອາຊຽນ ຫລື ຜູ້ກະທຳທີ່ບໍ່ແມ່ນປະເທດໃດໜຶ່ງທີ່ເປັນໄພຂົ່ມຂູ່ຕໍ່ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ຫລື ສະຖຽນລະພາບທາງດ້ານການເມືອງ ແລະ ເສດຖະກິດຂອງບັນດາປະເທດສະມາຊິກ; ເຄົາລົບວັດທະນາທຳ, ພາສາ ແລະ ສາສະໜາທີ່ແຕກຕ່າງກັນຂອງປະຊາຊົນອາຊຽນ ເຊິ່ງໃນຂະນະດຽວກັນ ກໍ່ເນັ້ນຄ່ານິຍົມຮ່ວມກັນບົນຈິດໃຈແຫ່ງຄວາມເປັນເອກະພາບທ່າມກາງຄວາມຫລາກຫລາຍໃນອາຊຽນ; ຍຶດໝັ້ນຄວາມເປັນແກນກາງຂອງອາຊຽນໃນການພົວພັນຮ່ວມມືກັບພາຍນອກ, ຮັກສາທັດສະນະແຫ່ງການມີສ່ວນຮ່ວມຢ່າງຫ້າວຫັນ, ການເບິ່ງໄປຂ້າງໜ້າ, ການເປີດກວ້າງ ແລະ ບໍ່ແບ່ງແຍກ.
ສ່ວນການຂະຫຍາຍຕົວຂອງອາຊຽນ; ຫລັງຈາກສ້າງຕັ້ງອາຊຽນຂຶ້ນແລ້ວອາຊຽນກໍ່ໄດ້ເປີດຮັບສະໝັກສະມາຊິກໃໝ່ຈາກປະເທດໃນຂົງເຂດອາຊີຕາເວັນອອກສຽງໃຕ້ເພີ່ມຕື່ມເປັນລໍາດັບເຊັ່ນ: ບຣູໄນ ດາຣູຊາລາມ ເຂົ້າເປັນສະມາຊິກອາຊຽນ ວັນທີ 8 ມັງກອນ 1984; ສສ ຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ວັນທີ 28 ກໍລະກິດ 1995; ສປປ ລາວ ແລະ ສ ສະຫະພາບມຽນມາ ເຂົ້າເປັນສະມາຊິກອາຊຽນ ວັນທີ 23 ກໍລະກົດ 1997; ລາຊະອານາຈັກກຳປູເຈຍ ເຂົ້າເປັນສະມາຊິກອາຊຽນ ວັນທີ 30 ເມສາ 1999.
ປັດຈຸບັນອາຊຽນມີສະມາຊິກ 10 ປະເທດຄື: ບຣູໄນ ດາຣູຊາລາມ, ຣາຊະອານາຈັກກໍາປູເຈຍ, ສາທາລະນະລັດ ອິນໂດເນເຊຍ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສາທາລະນະລັດ ສິງກະໂປ, ຣາຊະອານະຈັກໄທ, ສາທາລະນະລັດ ມາເລເຊຍ, ສາທາ ລະນະລັດຟີລິບປິນ, ສາທາລະນະລັດ ສະຫະພາບມຽນມາ ແລະ ສາທາລະນະລັດສັງຄົມນິຍົມຫວຽດນາມ. ສໍາລັບສາທາລະນະລັດ ປະຊາທິປະໄຕ ປະຊາຊົນຕີມໍ ແມ່ນປະເທດສັງເກດການຂອງອາຊຽນ ແລະ ປະເທດປາປົວນິວກີນີ ແມ່ນປະເທດສັງເກດການພິເສດຂອງອາຊຽນ.
ອາຊຽນໄດ້ມີການຮ່ວມມືກັບພາຍນອກຢ່າງກວ້າງຂວາງທັງນີ້ກໍ່ເພື່ອແນໃສ່ສ້າງສະພາບແວດລ້ອມພາຍນອກແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື. ອາຊຽນມີ 10 ປະເທດຄູ່ເຈລະຈາສົມບູນ ຄື: ສປ ຈີນ, ຍີ່ປຸ່ນ, ສ ເກົາຫລີ, ອິນເດຍ, ຣັດເຊຍ, ອົດສະຕຣາລີ, ນິວຊີແລນ, ສະຫະພາບເອີຣົບ, ສ ອາເມລິກາ, ການາດາ ແລະ ມີຄູ່ເຈລະຈາຂະແໜງການ 1 ປະເທດຄື: ປາກິສະຖານ, ການຮ່ວມມືລະຫວ່າງອາຊຽນ ແລະ ຄູ່ເຈລະຈາ ຜ່ານບັນດາກົນໄກທີ່ອາຊຽນລິເລີ່ມຂຶ້ນ ແລະ ມີບົດບາດເປັນແກນກາງຄື: ອາຊຽນ +1, ອາຊຽນ + 3, ເວທີພາກພື້ນອາຊຽນ (ARF), ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ (ADMM plus) ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS). ນອກຈາກນັ້ນ ອາຊຽນຍັງມີການຮ່ວມມືກັບບັນດາປະເທດ ແລະ ບັນດາອົງການຈັດຕັ້ງພາກພື້ນ ແລະ ສາກົນອື່ນໆເຊັ່ນ: ສປຊ, ສະພາການຮ່ວມມືໃນອ່າວ (GCC), ອົງການຮ່ວມມີຣີໂອ ( Rio Group), ຕະຫລາດຮ່ວມອາເມລິກາລາດິນຕອນໃຕ້ (MERCOSUR), ສະມາຄົມການຮ່ວມມືພາກພື້ນອາຊີໃຕ້ (SAARC) ແລະ ອົງການຮ່ວມມືຊຽງໄຮ.
KPL