ຂປລ
*ຕາມການລາຍງານຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ເມື່ອບໍ່ດົນມານີ້ວ່າ: ໃນ 6 ເດືອນຜ່ານມາການເຕີບໂຕທາງດ້ານເສດຖະກິດພາຍໃນແຂວງຍັງສືບຕໍ່ຂະຫຍາຍຕົວດີ

*ຕາມການລາຍງານຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ເມື່ອບໍ່ດົນມານີ້ວ່າ: ໃນ 6 ເດືອນຜ່ານມາການເຕີບໂຕທາງດ້ານເສດຖະກິດພາຍໃນແຂວງຍັງສືບຕໍ່ຂະຫຍາຍຕົວດີ ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວຢູ່ໃນລະດັບ 5,95%, ຄິດເປັນມູນຄ່າ 16.397 ຕື້ກີບ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນເພີ່ມຂຶ້ນ 0,32%, ລາຍໄດ້ສະເລ່ຍຕໍ່ຫົວຄົນ 14,53 ລ້ານກີບຕໍ່ຄົນ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນເພີ່ມຂຶ້ນ 1.020.000 ກີບ, ໃນນັ້ນ: ກະສິກໍາຂະຫຍາຍຕົວ 2,66%, ທຽບໃສ່ໄລຍະດຽວກັນໃນປີຜ່ານມາເພີ່ມຂຶ້ນ 0,41%; ອຸດສາຫະກໍາຂະຫຍາຍຕົວ 7,8%, ເພີ່ມຂຶ້ນ 0,18%; ບໍລິການຂະຫຍາຍຕົວ 5,57%, ເພີ່ມຂຶ້ນ 0,34%. ໂດຍລວມແລ້ວເຫັນວ່າເສດຖະກິດຂອງແຂວງຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ປັດໄຈຫລັກແມ່ນໄດ້ຈາກການລົງທຶນຂອງພາກສ່ວນທຸລະກິດພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນການຜະລິດ, ສົ່ງອອກແຮ່ຄໍາ-ທອງແດງບໍລິສັດລ້ານຊ້າງ ມິເນໂຣນ, ຜະລິດເຍື່ອເຈ້ຍບໍລິສັດຊັນເປເປີ້, ການລົງທຶນໃນຂະແໜງພະລັງງານທົດແທນ ແລະ ຈາກກໍາລັງແຮງການຜະລິດເຂົ້າ, ມັນຕົ້ນ, ອ້ອຍ, ຢາງພາລາ, ໄມ້ວິກ, ກ້ວຍ, ສັດໃຫຍ່ ແລະ ສັດປີກ ທີ່ເພີ່ມຂຶ້ນຂອງປະຊາຊົນ.
ດ້ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ 6 ເດືອນຜ່ານມາສາມາດຈັດເກັບລາຍຮັບງົບປະມານໄດ້ 3.151,34 ຕື້ກີບ, ເທົ່າກັບກັບ 68,36% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນປີຜ່ານມາເພີ່ມຂຶ້ນ 28,73% ຫລື ເປັນເງິນປະມານ 703 ຕື້ກີບ, ໃນນັ້ນ: ລາຍຮັບພູດສູນກາງ ປະຕິບັດໄດ້ປະມານ 1.054 ຕື້ກີບ, ເທົ່າກັບ 51,93% ຂອງແຜນການປີ, ຖ້າທຽບໄລຍະດຽວເພີ່ມຂຶ້ນ 11,13% ຫລື ເປັນເງິນປະມານ 105 ຕື້ກີບ ລາຍຮັບພູດທ້ອງຖິ່ນປະຕິບັດໄດ້ປະມານ 2.097 ຕື້ກີບ, ເທົ່າ 81,29% ຂອງແຜນການປີ, ທຽບໃສ່ໄລຍະດຽວເພີ່ມຂຶ້ນ 39,86% ຫລື ເປັນເງິນປະມານ 597 ຕື້ກີບ. ດ້ານລາຍຈ່າຍສາມາດຈັດຕັ້ງປະຕິບັດໄດ້ 785 ຕື້ກີບ, ເທົ່າກັບ 65,69%. ໃນນັ້ນ, ໄດ້ປະຕິບັດອະນຸມັດເງິນເດືອນຄູອາສາສະໝັກທົ່ວແຂວງໃນ 6 ເດືອນຕົ້ນປີ 2025 ປະມານ 15 ຕື້ກວ່າກີບ,ໄດ້ປະຕິບັດການດຸ່ນດ່ຽງງົບປະມານໃຫ້ສູນກາງສໍາເລັດແລ້ວຫລາຍກວ່າ 636 ຕື້ກີບ.

KPL