ຂປລ
ຂປລ. ໃນວັນທີ 29 ກໍລະກົດ 2025 ນີ້, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຈຸງ ຍັງຊູ ເອກອັກຄະລັດຖະທູດ ສ ເກົາຫລີ ປະຈຳ ສປປ ລາວ ແລະ ທ່ານ ບາໂກດຽກ ບູການັອຟ ຜູ້ປະສານງານອົງການສະຫະປະຊາຊາດ (ສປຊ) ປະຈຳ ລາວ ໃນໂອກາດທີ່ ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ຖືກແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຄົນໃໝ່.

ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ຈຸງ ຍັງຊູ ແລະ ທ່ານ ບາໂກດຽກ ບູການັອຟ ທີ່ໄດ້ນໍາພາຄະນະເດີນທາງມາຢ້ຽມຢາມ ແລະ ອວຍພອນ ໃນໂອກາດທີ່ໄດ້ຮັບຕຳແໜ່ງໃໝ່ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ດ້ານຕ່າງໆ ໂດຍສະເພາະ ດ້ານການສຶກສາ ແລະ ກິລາ ລະຫວ່າງ ລາວ-ສ ເກົາຫລີ ແລະ ສປຊ ໃຫ້ໄດ້ຮັບການພັດທະນາ ຂຶ້ນໄປເລື້ອຍໆ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ຕະຫລອດໄປ. ພ້ອມນີ້, ທ່ານ ລັດຖະມົນຕີ ຍັງໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການຈັດຕັ້ງປະຕິບັດ ວຽກງານດ້ານການສຶກສາ ແລະ ກິລາ ຢູ່ ສປປ ລາວ ໂດຍສະເພາະ ການປັບປຸງລະບົບການສຶກສາ, ການແກ້ໄຂຄວາມຫຍຸ້ງຍາກ ດ້ານການສຶກສາ ແລະ ອື່ນໆ. ພ້ອມທັງ ລາຍງານໃຫ້ຮູ້ກ່ຽວກັບຂໍ້ສະດວກ, ຂໍ້ຫຍຸງຍາກ ແລະ ຊ່ອງທາງການພັດທະນາ ດ້ານການສຶກສາ ຢູ່ ສປປ ລາວ ຕື່ມອີກ. ພ້ອມນັ້ນ, ທ່ານ ທອງສະລິດ ມັງໜໍ່ເມກ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ສ ເກົາຫລີ ແລະ ອົງການ ສປຊ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອດ້ານການສຶກສາ-ກິລາ ແກ່ ສປປ ລາວ ໃນໄລຍະຜ່ານມາ ຈົນຮອດປັດຈຸບັນ ເຮັດໃຫ້ວຽກງານດ້ານການສຶກສາ-ກິລາ ຢູ່ ສປປ ລາວ ໄດ້ຮັບການພັດທະນາຂຶ້ນໄປເລື້່ອຍໆ.

ທ່ານ ຈຸງ ຍັງຊູ ແລະ ບາໂກດຽກ ບູການັອຟ ຕ່າງກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ທອງສະລິດ ມັງໜໍ່ເມກ ທີ່ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມຊົມເຊີຍ ຕໍ່ທ່ານ ທອງສະລິດ ມັງໜໍ່ເມກ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຄົນໃໝ່. ພ້ອມທັງ ຢືນຢັນວ່າ ຈະສືບຕໍ່ ໃນການເປັນຂົ້ວຕໍ່ ໃຫ້ການສະໜັບສະໜູນຊ່ວຍເຫລືອ ດ້ານການສຶກສາ ແລະ ກິລາ ຢູ່ ສປປ ລາວ ຕື່ມອີກ ໃນອະນາຄົດ ແລະ ຍາວນານ.
ຂ່າວ: ທະນູທອງ
ພາບ: ອ່າຍຄຳ
KPL