ຂປລ
ຂປລ. ກອງປະຊຸມຄະນະກຳມະການຊາຍແດນຮ່ວມ ລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວ ຄັ້ງທີ 8 ຈັດຂຶ້ນໃນວັນທີ 26 ກໍລະກົດ 2025 ຢູ່ນະຄອນຫລວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ

ຂປລ. ກອງປະຊຸມຄະນະກຳມະການຊາຍແດນຮ່ວມ ລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວ ຄັ້ງທີ 8 ຈັດຂຶ້ນໃນວັນທີ 26 ກໍລະກົດ 2025 ຢູ່ນະຄອນຫລວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ ເຊິ່ງຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ຄະນະຜູ້ແທນ ຝ່າຍກໍາປູເຈຍ ນໍາໂດຍ ທ່ານ ລາມ ເຈຍ ລັດຖະມົນຕີປະຈໍາ ເລຂາທິການກ່ຽວກັບຊາຍແດນ, ປະທານຄະນະກໍາມະການ ຊາຍແດນຮ່ວມ ກໍາປູເຈຍ-ລາວ ໂດຍມີຜູ້ຕາງໜ້າຈາກ ຂະແໜງການຂອງສູນກາງ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມ ໄດ້ຮ່ວມກັນຮັບຮອງເອົາບົດບັນທຶກ ຂອງກອງປະຊຸມ ຄັ້ງທີ 11 ຂອງຄະນະອະນຸກໍາມະການ ເຕັກນິກຊາຍແດນຮ່ວມ ລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວ, ສະບັບລົງວັນທີ 28 ເມສາ 2025 ທີ່ ແຂວງຫລວງພະບາງ, ສປປ ລາວ ແລະ ບົດບັນທຶກຂອງກອງປະຊຸມ ລະຫວ່າງປະທານຄະນະອະນຸກໍາມະການ ເຕັກນິກຊາຍແດນຮ່ວມ ລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວ, ຄັ້ງວັນທີ 25 ກໍລະກົດ 2025 ທີ່ ນະຄອນຫລວງພະນົມເປັນ, ຣາຊະອານາຈັກກຳປູເຈຍ ກ່ຽວກັບການຮັບຮອງຜົນ ການປະຕິບັດວຽກງານ ຂອງຄະນະວິຊາການເຕັກນິກ ຂອງທັງສອງຝ່າຍຢູ່ພາກສະໜາມ ໃນການກໍານົດຈຸດທີ່ຕັ້ງຫລັກໝາຍຊາຍແດນ ເພື່ອປັກຫລັກໝາຍຊາຍແດນແບບໃໝ່ ປ່ຽນແທນຫລັກໝາຍ ຊາຍແດນແບບເກົ່າ ແລະ ປັກຫລັກໝາຍຊາຍແດນ ເພີ່ມເຕີມໃສ່ຕາມເສັ້ນຊາຍແດນ ຕະຫລອດເສັ້ນຊາຍແດນ ລາວ-ກຳປູເຈຍ ນັບແຕ່ເດືອນມິຖຸນາ 2024 ຫາເດືອນກໍລະກົດ 2025 ສອງຝ່າຍສາມາດກໍານົດ ຈຸດທີ່ຕັ້ງຫລັກໝາຍ ຢູ່ພື້ນທີ່ຕົວຈິງໄດ້ທັງໝົດ ຈໍານວນ 75 ຈຸດ (ຫລັກໝາຍ) ແລະ ສໍາເລັດການກໍ່ ສ້າງຫລັກໝາຍຊາຍແດນໃໝ່ປ່ຽນແທນຫລັກໝາຍເກົ່າ ແລະ ປັກຫລັກໝາຍຊາຍແດນເພີ່ມເຕີມ (ຫລັກໝາຍຖີ່) ທີ່ແໜ້ນໜາຖາວອນ ຈໍານວນ 134 ຫລັກໝາຍ. ໂດຍລວມແລ້ວນັບແຕ່ຈັດຕັ້ງປະຕິ ບັດວຽກງານການປັກ ຫລັກໝາຍ ຊາຍແດນແບບໃໝ່ ປ່ຽນແທນຫລັກໝາຍແບບເກົ່າ ແລະ ປັກຫລັກໝາຍຊາຍແດນ ເພີ່ມເຕີມແຕ່ ເດືອນ ພຶດສະພາ 2023 ເປັນຕົ້ນມາ, ສອງຝ່າຍສາມາດກຳນົດຈຸດທີ່ຕັ້ງ ຫລັກໝາຍຊາຍແດນ ຢູ່ພື້ນທີ່ຕົວຈິງໄດ້ທັງໝົດ 241 ຈຸດ (ຫລັກໝາຍ) ກວມເອົາ 47,25% ແລະ ກໍ່ສ້າງໄດ້ຫລັກໝາຍຊາຍແດນສໍາເລັດແລ້ວ ຈໍານວນ 207 ຫລັກໝາຍ ກວມເອົາ 40,58% ໃນຈໍານວນຫລັກໝາຍຊາຍແດນທັງຫມົດ 510 ຫລັກໝາຍ ທີ່ຈະປັກຕະຫລອດເສັ້ນຊາຍແດນ ລາວ-ກຳປູ ເຈຍ.

ພ້ອມກັນນີ້, ທັງສອງຝ່າຍຍັງໄດ້ປຶກສາ ຫາລືກັນຢ່າງກົງໄປກົງມາ ເພື່ອຊອກຫາວິທີແກ້ໄຂຂໍ້ຄົງ ຄ້າງຮ່ວມກັນໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບກິດຈະກຳ ສະເຫລີມສະຫລອງ ຄົບຮອບ 30 ປີ ວຽກງານສຳຫລວດ ແລະ ປັກຫລັກໝາຍຊາຍແດນຮ່ວມ ລາວ-ກຳປູເຈຍ. ພ້ອມກັນນີ້, ຍັງໄດ້ເປັນເອກະພາບກັນ ວາງທິດທາງແຜນການ ເຮັດວຽກ ຮ່ວມກັນໃນຕໍ່ໜ້າ ໂດຍມອບໝາຍໃຫ້ຄະນະວິຊາການ ສອງຝ່າຍສືບຕໍ່ລົງປະຕິບັດວຽກງານ ຢູ່ພື້ນທີ່ຕົວຈິງຮ່ວມກັນ ເພື່ອບູລະນະຫລັກໝາຍຊາຍແດນ ແລະ ກໍ່ສ້າງຫລັກໝາຍຊາຍແດນ ເພີ່ມເຕີມໃຫ້ສຳເລັດຕາມແຜນການ.
ຄວາມຄືບໜ້າທີ່ສອງຝ່າຍ ສາມາດຍາດມາໄດ້ໃນຄັ້ງນີ້, ເປັນບາດກ້າວໜຶ່ງທີ່ສໍາຄັນ ຂອງວຽກງານສຳຫລວດ ແລະ ປັກຫລັກໝາຍຊາຍແດນ ລະຫວ່າງສອງປະເທດ ພາຍໃຕ້ບັນຍາກາດ ແຫ່ງການພົວພັນຮ່ວມມືອັນດີ ແລະ ນັບມື້ນັບແໜ້ນແຟ້ນ ລະຫວ່າງລັດຖະບານ ກໍຄື ປະຊາຊົນສອງປະເທດ, ບັນຫາຊາຍແດນໄດ້ຮັບ ການແກ້ໄຂເທື່ອລະກ້າວ ແລະ ມີຄວາມຈະແຈ້ງ, ສ້າງຄວາມສະດວກ ໃຫ້ແກ່ການຄຸ້ມຄອງ ໄປພ້ອມໆກັບການຮັບປະກັນ ໃຫ້ປະຊາຊົນສອງປະເທດດໍາລົງຊີວິດຢ່າງສະຫງົບ ແລະ ໄປມາຫາສູ່ໄດ້ຢ່າງສະດວກ, ຕອບສະໜອງໃຫ້ແກ່ ການສ້າງຊາຍແດນ ລະຫວ່າງສອງປະເທດ ລາວ-ກຳ ປູເຈຍ ໃຫ້ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາ ຕາມຄວາມມຸ່ງມາດປາຖະໜາອັນແຮງກ້າ ຂອງການນໍາຂັ້ນສູງສອງພັກ, ສອງລັດ, ກໍຄື ຂອງປະຊາຊົນສອງຊາດ ລາວ ແລະ ກໍາປູເຈຍ.
KPL