ຂປລ
ຂປລ. ເມື່ອບໍ່ດົນມານີ້, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈັດກອງປະຊຸມຜ່ານຮ່າງ ແຜນພັດທະນາອຸດສາຫະກຳ ແລະ ການຄ້າ ໄລຍະ 5 ປີ (2026-2030) ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ

ຂປລ. ເມື່ອບໍ່ດົນມານີ້, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈັດກອງປະຊຸມຜ່ານຮ່າງ ແຜນພັດທະນາອຸດສາຫະກຳ ແລະ ການຄ້າ ໄລຍະ 5 ປີ (2026-2030) ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີຜູ້ຊ່ຽວຊານຈາກ ສາທາລະນະລັດ ເກົາຫລີ, ພ້ອມດ້ວຍຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ, ຫົວໜ້າສະຖາບັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມໄດ້ປຶກສາຫາລື, ປະກອບຄຳຄິດຄຳເຫັນ ໃສ່ຮ່າງເນື້ອໃນແຜນພັດທະນາອຸດສາຫະກຳ ແລະ ການຄ້າ ໄລຍະ 5 ປີ (2026-2030) ເພື່ອໃຫ້ມີຄວາມຄົບຖ້ວນສົມບູນ ແລະ ສອດຄ່ອງກັບສະພາບ ການປ່ຽນແປງ ຢ່າງວ່ອງໄວຂອງພາກພື້ນ ແລະ ສາກົນ, ພ້ອມທັງຜັນຂະຫຍາຍຕາມຮ່າງແຜນ ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 10. ພ້ອມນີ້, ຍັງໄດ້ຮັບຟັງບົດລາຍງາຍຫຍໍ້ ການຕີລາຄາການຈັດຕັ້ງປະຕິບັດ ວຽກງານໃນໄລຍະ 5 ປີ ຜ່ານມາ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໂດຍໄດ້ຕີລາຄາສະພາບການ ພັດທະນາວຽກງານ ຂະແໜງອຸດສາຫະກໍາ ແລະ ການຄ້າ ເຊິ່ງເປັນຂະແໜງການໜຶ່ງ ທີ່ມີບົດບາດສໍາຄັນຕໍ່ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປິ ຄັ້ງທີ IX ຂອງຊາດ, ຕາມຄໍາຂວັນທີ່ວ່າ: “ຍົກສູງຄວາມສາມາດນໍາພາຂອງພັກ ໃນການພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ໃຫ້ທັນສະໄໝ, ກ້າວສູ່ເສດຖະກິດດີຈິຕອນ, ສີຂຽວ ແລະ ຍືນຍົງ” ໃຫ້ມີຜົນສໍາເລັດຫລາຍດ້ານ. ຄຽງຄູ່ກັນກັບຜົນສຳເລັດ ຍັງໄດ້ຍົກໃຫ້ເຫັນຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ທິດທາງລວມ, ເປົ້າໝາຍ ແລະ ຄາດໝາຍການພັດທະນາ ວຽກງານອຸດສາຫະກໍາ ແລະ ການຄ້າ ໃນ 5 ປີ ຕໍ່ໜ້າ.

ຜົນກອງປະຊຸມຄັ້ງນີ້, ຈະນຳໄປສັງຮວມ ແລະ ປັບປຸງເຂົ້າໃນຮ່າງແຜນພັດທະນາອຸດສາຫະກຳ ແລະ ການຄ້າໄລຍະ 5 ປີ (2026-2030) ໃຫ້ມີຄວາມສົມບູນ, ມີຄວາມຊັດເຈນ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິຜົນ ໃນພາກປະຕິບັດຕົວຈິງ ແລະ ປະກອບສ່ວນອັນສຳຄັນເຂົ້າໃນ ການພັດທະນາ ເສດຖະກິດຂອງ ສປປ ລາວ ໃຫ້ເຕີບໃຫຍ່ ເຂັ້ມແຂງ, ມີຄວາມຍືນຍົງ ແລະ ມີຄວາມສາມາດໃນ ການແຂ່ງຂັນໃນເວທີສາກົນ.
ຂໍ້ມູນ-ພາບ: ສົມສະນຸກ
KPL