ຂປລ
ທ່ານ ນາງ ແທມມີ ບຣູຊ ໂຄສົກກະຊວງການຕ່າງປະເທດ ສ.ອາເມລິກາ ໄດ້ອອກຖະແຫລງການວ່າ: ສ.ອາເມລິກາ ໄດ້ແຈ້ງຂໍ້ຕົກລົງ ກ່ຽວກັບ ສ.ອາ ເມລິກາ ຈະຖອນຕົວ ອອກຈາກ ອົງການ ເພື່ອການສຶກສາ,ວິທະຍາສາດ ແລະ ວັດທະ ນະທຳ ສະຫະ ປະຊາຊາດ ຫລື UNESCO ຕໍ່ທ່ານ ນາງ ອໍເດລ ອາຊູເລ ຜູ້ອຳນວຍການໃຫຍ່ ອົງ ການ UNESCO.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ທ່ານ ນາງ ແທມມີ ບຣູຊ ໂຄສົກກະຊວງການຕ່າງປະເທດ ສ.ອາເມລິກາ ໄດ້ອອກຖະແຫລງການວ່າ: ສ.ອາເມລິກາ ໄດ້ແຈ້ງຂໍ້ຕົກລົງ ກ່ຽວກັບ ສ.ອາ ເມລິກາ ຈະຖອນຕົວ ອອກຈາກ ອົງການ ເພື່ອການສຶກສາ,ວິທະຍາສາດ ແລະ ວັດທະນະທຳ ສະຫະ ປະຊາຊາດ ຫລື UNESCO ຕໍ່ທ່ານ ນາງ ອໍເດລ ອາຊູເລ ຜູ້ອຳນວຍການໃຫຍ່ ອົງ ການ UNESCO. ອີງຕາມຂັ້ນຕອນ ທີ່ກ່ຽວຂ້ອງ, ສ.ອາເມລິກາ ຈະຖອນຕົວ ອອກຈາກ ອົງການ UNESCO ຢ່າງເປັນທາງການ ໃນວັນທີ 31 ທັນວາປີ 2026. ການເຂົ້າຮ່ວມ ອົງການ UNESCO ຢ່າງຕໍ່ເນື່ອງ “ບໍ່ສອດຄ່ອງກັບ ຜົນປະໂຫຍດ ແຫ່ງຊາດ ຂອງ ສ.ອາເມລິກາ ”, ການທີ່ອົງການ UNESCO ຮັບເອົາ ປາແລັດສະຕິນ ເປັນປະເທດ ສະມາຊິກ “ຂັດກັບ ນະໂຍບາຍ ຂອງ ສ.ອາເມລິກາ”.ນີ້ເປັນຄັ້ງທີ3ທີ່ສ.ອາເມລິກາ ໄດ້ປະກາດ ຖອນຕົວ ອອກຈາກ ອົງການດັ່ງກ່າວ. ໃນວັນດຽວກັນ, ທ່ານ ນາງ ອໍເດລ ອາຊູເລ ຜູ້ອຳນວຍການໃຫຍ່ ອົງການ UNESCO ໄດ້ ອອກຖະແຫລງການ: ສະແດງຄວາມເສຍໃຈ ຕໍ່ການກະທຳ ຂອງ ສ.ອາເມລິກາ ແລະ ໄດ້ຊີ້ອອກວ່າ ການກະທຳຄັ້ງນີ້ “ລະເມີດຕໍ່ ຫລັກການ ພື້ນຖານ ຂອງລັດທິ ຫລາຍຝ່າຍ.”./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL