ທະນາຄານພັດທະນາອາຊີ ປັບຫລຸດ ການຄາດຄະເນ ການເຕີບໂຕ ກຸ່ມເສດຖະກິດ ທີ່ພວມພັດທະນາ ຢູ່ເຂດອາຊີ-ປາຊີຟິກ

23/07/2025 12:32
Email Print 197
ຂປລ ທະນາຄານ ພັດທະນາ ອາຊີ ຫລື ADB ໄດ້ປະກາດ ບົດລາຍງານ “ການຄາດຄະເນ ການພັດທະນາ ອາຊີ ປີ2025 (ສະບັບ ເດືອນ ກໍລະກົດ)”, ໂດຍໄດ້ປັບຫລຸດ ການຄາດຄະເນ ການເຕີບໂຕ ດ້ານເສດຖະກິດໃນປີ 2025 ຂອງກຸ່ມເສດຖະກິດ ທີ່ພວມພັດທະນາ ຢູ່ເຂດອາຊີ-ປາຊີຟິກ ລົງເຫລືອ4,7% ແລະ 4,6% ໃນປີ 2026.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 23 ກໍລະກົດນີ້, ທະນາຄານ ພັດທະນາ ອາຊີ ຫລື ADB ໄດ້ປະກາດ ບົດລາຍງານ “ການຄາດຄະເນ ການພັດທະນາ ອາຊີ ປີ2025 (ສະບັບ ເດືອນ ກໍລະກົດ)”, ໂດຍໄດ້ປັບຫລຸດ ການຄາດຄະເນ ການເຕີບໂຕ ດ້ານເສດຖະກິດໃນປີ 2025 ຂອງກຸ່ມເສດຖະກິດ ທີ່ພວມພັດທະນາ ຢູ່ເຂດອາຊີ-ປາຊີຟິກ ລົງເຫລືອ4,7% ແລະ 4,6% ໃນປີ 2026. ADB ເປີດເຜີຍວ່າ: ການປັບຫລຸດ ການຄາດຄະເນ ຄັ້ງນີ້ ຕົ້ນຕໍ ແມ່ນໄດ້ຮັບຜົນກະທົບ ຈາກນະໂຍບາຍດ້ານພາສີ ຂອງ ສ.ອາເມລິກາ, ຄວາມບໍ່ແນ່ນອນ ຂອງການຄ້າ ທົ່ວໂລກ ແລະ ຄວາມອ່ອນແອ ດ້ານຄວາມຕ້ອງການ ພາຍໃນປະເທດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top