ເກີດນ້ຳຖ້ວມຢູ່ ຟີລິບປິນ ເຮັດໃຫ້ມີ ຜູ້ເສຍຊີວິດ-ສູນຫາຍ 10ກວ່າຄົນ ຈາກພາຍຸວິພາ

23/07/2025 11:51
Email Print 171
ຂປລ ເກີດນ້ຳຖ້ວມສູງ ທົ່ວຟີລິບປິນ ລວມທັງ ນະຄອນຫລວງ ມະນິລາ ແລະ ແຂວງ ໃກ້ຄຽງ ໃນວັນທີ22 ກໍລະກົດນີ້ ເນື່ອງ ຈາກ ຝົນຕົກຢ່າງໜັກ ໃນລະດູ ມໍລະສຸມ ແລະ ມີຝົນຕົກ ເພີ່ມຕື່ມ ຈາກພາຍຸໝູນ ເຂດຮ້ອນ ວິພາ(Wipha) ທີ່ພັດ ເຂົ້າພື້ນທີ່ ທາງພາກເໜືອ ຂອງຟີລິບປິນ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 5 ຄົນ ແລະ ສູນຫາຍອີກ 7 ຄົນ,

ຂປລ.ຕາມຂ່າວຈາກ ນະຄອນຫລວງ ມະນິລາ, ເກີດນ້ຳຖ້ວມສູງ ທົ່ວຟີລິບປິນ ລວມທັງ ນະຄອນຫລວງ ມະນິລາ ແລະ ແຂວງ ໃກ້ຄຽງ ໃນວັນທີ22 ກໍລະກົດນີ້ ເນື່ອງຈາກ ຝົນຕົກຢ່າງໜັກ ໃນລະດູ ມໍລະສຸມ ແລະ ມີຝົນຕົກ ເພີ່ມຕື່ມ ຈາກພາຍຸໝູນ ເຂດຮ້ອນ ວິພາ(Wipha) ທີ່ພັດເຂົ້າພື້ນທີ່ ທາງພາກເໜືອ ຂອງຟີລິບປິນ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 5 ຄົນ ແລະ ສູນຫາຍອີກ 7 ຄົນ, ປະຊາຊົນ ຫລາຍກວ່າ 800.000ຄົນ ໄດ້ຮັບຜົນກະທົບ ຈາກພາຍຸ ດັ່ງກ່າວ.ຂະນະທີ່ ກົມອຸຕຸນິຍົມວິທະຍາ ຟີລິບປິນ ເຕືອນວ່າ: ຈະມີຝົນຕົກ ເພີ່ມຕື່ມອີກ ໃນພື້ນທີ່ ມີຝົນຕົກໜັກ ຢູ່ແລ້ວ ເນື່ອງຈາກ ກວດພົບເຂດ ຄວາມກົດດັນ ອາກາດຕ່ຳໃໝ່ 2 ແຫ່ງ ເຮັດໃຫ້ມີຝົນຕົກ ຕໍ່ໄປອີກ ຫລາຍວັນ ໃນຕໍ່ໜ້ານີ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top