ຮັກສາການ ຫົວໜ້າ ຄຕພ ຕ້ອນຮັບ ຜູ້ແທນ ກະຊວງການຕ່າງປະເທດຫວຽດນາມ

10/07/2025 19:44
Email Print 110
ຂປລ ຂປລ. ໃນວັນທີ 9 ກໍລະກົດ 2025 ນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການ ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນແມ້ງເກືອງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍຄະນະ



ຂປລ. ໃນວັນທີ
9 ກໍລະກົດ 2025 ນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການ ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນແມ້ງເກືອງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 8-9 ກໍລະກົດ 2025.

ໂອກາດນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມເຮັດວຽກ ແລະ ເປັນປະທານຮ່ວມ ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ 10 ລະຫວ່າງ ກະຊວງການຕ່າງປະເທດ ສປປ ລາວ ແລະ ກະຊວງການຕ່າງປະເທດ ສສ ຫວຽດນາມ ຂອງ ສະຫາຍ ຫງວຽນແມ້ງເກືອງ, ພ້ອມທັງສະແດງຄວາມປິຕິຍິນດີທີ່ໄດ້ຕ້ອນຮັບ ຄະນະຜູ້ແທນມາຢ້ຽມຢາມ ຄະ ນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ໃນຄັ້ງນີ້ ຈະເປັນການປະກອບສ່ວນເຂົ້າໃນ ການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ກາານຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄື ລະຫວ່າງ ສອງອົງການ ທີ່ເຮັດໜ້າທີ່ວຽກງານພົວພັນຕ່າງປະເທດ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນໃນທຸກຂົງເຂດວຽກງານ.




ສອງຝ່າຍໄດ້ຮ່ວມກັນຕີລາຄາຄືນ ການພົວພັນຮ່ວມມື ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ແລະ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໃນເມື່ອກ່ອນ ກໍຄື ກະຊວງການຕ່າງປະເທດຫວຽດນາມ ໃນປັດຈຸບັນ ໂດຍໄດ້ເຫັນດີເປັນເອກະພາບ ໃນການສືບຕໍ່ຈັດຕັ້ງ ຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນໍາຂັ້ນສູງ ສອງພັກ
, ສອງລັດ ກໍຄື ທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນ ການປະສານສົມທົບໃຫ້ແໜ້ນແຟ້ນ ໃນການກະກຽມໃຫ້ແກ່ ການຢ້ຽມຢາມທາງການ, ການພົບປະຂອງການນໍາຂັ້ນສູງ; ການຮ່ວມກັນຈັດກິດຈະກໍາການ ເຄື່ອນໄຫວຕ່າງໆ ເພື່ອສະເຫລີມສະຫລອງ ວັນສໍາຄັນຂອງສອງພັກ, ສອງປະເທດ; ການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນຖອດຖອດບົດຮຽນ ທາງດ້ານທິດສະດີ ແລະ ພຶດຕິກໍາ, ຈັດຊຸດບໍາລຸງ ແລະ ຝຶກອົບຮົມ ໃຫ້ແກ່ພະນັກງານລາວຂັ້ນຕ່າງໆ, ລວມທັງການປະສານສົມທົບຕິດຕາມ, ຊຸກຍູ້ບັນດາກະ ຊວງ, ອົງການ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ ໃນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນໍາຂັ້ນສູງ ພັກ, ລັດ ລາວ-ຫວຽດນາມ ໃຫ້ເປັນຮູບປະທໍາ.

ຂ່າວ: ຄຕພ

KPL

ຂ່າວອື່ນໆ

ads
ads

Top