ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງ ຄະນະບໍລິຫານງານພັກ ກະຊວງ ປກສ ຮອບທີ 2

10/07/2025 19:57
Email Print 131
ຂປລ ຂປລ. ກອງປະຊຸມທາບທາມຮ່າງລາຍງານການເມືອງ, ຮ່າງບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ແລະ ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ 6 ຮອບທີ 2 ຈັດຂຶ້ນໃນວັນທີ 9 ກໍລະກົດ 2025



ຂປລ. ກອງປະຊຸມທາບທາມຮ່າງລາຍງານການເມືອງ
, ຮ່າງບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ແລະ ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ 6 ຮອບທີ 2 ຈັດຂຶ້ນໃນວັນທີ 9 ກໍລະກົດ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາອົງຄະນະພັກກະຊວງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີສະຫາຍຮອງເລຂາອົງຄະນະພັກກະ ຊວງ, ຄະນະປະຈໍາພັກ, ຄະນະພັກ, ພ້ອມດ້ວຍສະຫາຍຄະນະຜູ້ແທນສົມບູນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ​ແລະ ຮັບຟັງການຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານພັກ ກະ ຊວງປ້ອງກັນຄວາມສະຫງົບ ສະໄໝທີ 5 ​ແລະ ຮ່າງບົດສໍາຫລວດການນໍາພາລວມ ຂອງຄະນະບໍລິ ຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ 5.



ເນື້ອໃນທັງສອງເອກະສານດັ່ງກ່າວ ໄດ້ຕີລາຄາສູງເຖິງຜົນງານ ການຈັດຕັ້ງປະຕິບັດ ວຽກງານກໍາລັງປ້ອງກັນຄວາມສະຫງົບ ໃນໄລຍະຜ່ານມາ,
ພ້ອມທັງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ, ສະແດງໃຫ້ເຫັນສາເຫດຕ່າງໆ ແລະ ສະຫລຸບສັງລວມຖອດຖອນເປັນບົດຮຽນ ໃຫ້ແກ່ການນຳພາຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ໃນໄລຍະຜ່ານມາ. ພ້ອມນີ້, ກອງປະຊຸມກໍໄດ້ຮັບຟັງການປະກອບຄໍາເຫັນ ຕໍ່ຮ່າງລາຍງານການເມືອງ ແລະ ບົດສໍາຫລວດການນໍາພາ ຢ່າງມີວິໄສທັດທີ່ກວ້າງຂວ້າງ, ເລິກເຊິງ.




ໂອກາດນີ້
,  ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ເນັ້ນ​ໃຫ້ຜູ້ແທນກອງປະຊຸມ ຈົ່ງຍົກສູງສະ ຕິຄວາມຮັບຜິດຊອບ ແລະ ຄຳນຶງເຖິງຄວາມສຳຄັນ ຂອງການຕັດສິນໃຈໃນການເລືອກເອົາ ຄະນະບໍລິ ຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ຊຸດໃໝ່ ເຊິ່ງຈະເປັນຜູ້ນຳພາການເຄື່ອນໄຫວວຽກງານ ກໍາລັງປ້ອງກັນຄວາມສະຫງົບ ໃນອີກ 5 ປີຕໍ່ໜ້າ ໂດຍສະເພາະ ຜູ້ທີ່ມີມາດຖານເງື່ອນໄຂ, ຄວາມຮູ້-ຄວາມສາມາດ, ມີວິໄສທັດ, ມີຄວາມເປັນຜູ້ນຳ ແລະ ໃຫ້ປະຕິບັດກົດລະບຽບ, ຂັ້ນຕອນຕ່າງໆ ທີ່ທາງຄະນະຄວບຄຸມ ການປ່ອນບັດແນະນໍາຢ່າງເຂັ້ມງວດ.

ຈາກ​ນັ້ນ, ກອງ​ປະຊຸມ​ຍັງໄດ້ດໍາເນີນການປ່ອນບັດທາບທາມ ເອົາບຸກຄະລາກອນສະໝັກຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ 6 ຮອບທີ 2 ຕື່ມອີກ.

ຂ່າວ: ວາລະສານປ້ອງກັນຄວາມສະຫງົບ

KPL

ຂ່າວອື່ນໆ

ads
ads

Top