ຂປລ
ປະທານ ສຸພານຸວົງ ເກີດວັນທີ13/7/1909 ທີ່ຫລວງພະບາງ ໃນຄອບຄົວເຊື້ອເຈົ້າ, ຕອນອາຍຸ 7 ປີ ໄດ້ເຂົ້າຮຽນຢູ່ໂຮງຮຽນປະຖົມສຶກ ສາທ່ີຫລວງພະບາງ, ເພິ່ນເປັນນັກຮຽນທ່ີຂະຫຍັນໝ່ັນພຽງ ແລະ ມີພອນສະຫວັນໃນຫລາຍດ້ານ.
*ປະທານ ສຸພານຸວົງ ເກີດວັນທີ13/7/1909 ທີ່ຫລວງພະບາງ ໃນຄອບຄົວເຊື້ອເຈົ້າ, ຕອນອາຍຸ 7 ປີ ໄດ້ເຂົ້າຮຽນຢູ່ໂຮງຮຽນປະຖົມສຶກສາທ່ີຫລວງພະບາງ, ເພິ່ນເປັນນັກຮຽນທ່ີຂະຫຍັນໝ່ັນພຽງ ແລະ ມີພອນສະຫວັນໃນຫລາຍດ້ານ. ໃນກາງປີ 1920 ທ່ານໄດ້ເດີນທາງໄປຮຽນຕ່ໍມັດທະຍົມ “ອານແບກຊາໂຣ” ທີ່ຮ່າໂນ້ຍ ປະເທດຫວຽດນາມ. ປີ 1931 ທ່ານໄດ້ໄປສຶກສາຕໍ່ທີ່ປະເທດຝຣັ່ງ, ຮຽນຢູ່ມະຫາວິທະຍາໄລຂົວທາງແຫ່ງຊາດ, ສາຂາວິຊາວິສະວະກອນພົນລະເຮືອນ ຢູ່ນະຄອນປາຣີ ເວລາຮຽນຢູ່ປະເທດຝຣ່ັງ, ປະທາ ສຸພານຸວົງ ບໍ່ພຽງແຕ່ມີຄວາມມຸ່ງໝັ້ນໃນການຮຽນເທົ່ານັ້ນ, ເພິ່ນຍັງດຸໝັ່ນໃນການລົງຝຶກຫັດ-ປະຕິບັດຕົວຈິງ ແລະ ເພິ່ນຍັງໄດ້ໄປຫລາຍປະເທດໃນທະວີບເອີຣົບ ທັງເບື້ອງຕາເວັນອອກ ແລະ ຕາເວັນຕົກ ແລະ ໄດ້ໄປຫລາຍປະເທດໃນທະວີບອາຟຣິກາ ເພ່ືອໄປສຳຜັດຕົວຈິງ ແລະ ຊອກຮູ້ປະສົບການໃນດ້ານຕ່າງໆ. ໃນປີ 1937 ປະທານ ສຸພານຸວົງ ໄດ້ຮັບປະກາດສະນິຍະບັດວິສາວະກອນຂົວທາງທີ່ຝຣັ່ງເປັນຄົນທຳອິດຂອງປະເທດລາວ. ເພິ່ນໄດ້ກັບຄືນອິນດູຈີນ ໂດຍໄດ້ຮັບລາຊະການໃນ ຂະ ແໜງໂຍທາທິການປະຈຳຢູ່ຍາ ຈາງ (ປະເທດຫວຽດນາມ).ໃນ ໄລຍະ 3 ປີ ປະທານ ສຸພານຸວົງ ໄດ້ ສຳເລັດການສ້າງຂົວທາງເລກທີ 14 ແລະ ໂຄງການເຂ່ືືອນໄຟຟ້ານ້ຳ ຕົກຢູ່ເມືອງວິນ, ໄດ້ໄປຊ່ວຍສ້າງຂົວ ແລະ ສ້ອມແປງທາງເລກທີ 13 ຢູ່ ແຂວງຊຽງແຕງ ປະເທດກຳປູເຈຍ. ຕໍ່ມາປະທານໄດ້ຖືກແຕ່ງຕັ້ງໄປຮັບລາຊະການຢູ່ເມືອງພິນ ແຂວງ ສະຫວັນນະເຂດ ເພື່ອສ້າງທາງເລກທີ 23 ແລະ ຂົວເຊບັງຫຽງ.
ໃນເວລາຮັບໜ້າທີ່ຢູ່ຫວຽດນາມ, ກຳປູເຈຍ ແລະ ລາວ, ປະທາ ສຸພານຸວົງ ໄດ້ສ້າງຜົນງານຫລາຍຢ່າງອັນເປັນທີ່ຍອມຮັບໃນຖານະວິສະວະກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ເຮັດແທ້ທຳຈິງ. ສ່ິງສຳຄັນທີ່ສຸດເພິ່ນໄດ້ສຳຜັດ, ໄດ້ເຫັນພຶດຕິກຳ ແລະ ການກະທຳຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ທີ່ມີຕໍ່ຄົນຊາດຫົວເມືອງຂຶ້ນ ຊຶ່ງມັນໄດ້ສ່ົງຜົນກະທົບໂດຍກົງຕ່ໍສະພາບແນວຄິດຈິດໃຈຂອງເພິ່ນ ແລະ ຈຳໃຫ້ເພ່ິນຕ້ອງເລືອກເອົາເສ້ັນທາງແຫ່ງການຕ່ໍສູ້ເພື່ອກອບກູ້ເອົາຄວາມເປັນເອກະລາດມາໃຫ້ປະເທດ, ນຳເອົາອິດສະລະພາບ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນລາວບັນດາເຜ່ົາ. ເດືອນຕຸລາ 1945 ປະທານ ສຸພານຸວົງ ໄດ້ກັບຄືນລາວຕາມ ເສັ້ນທາງເລກ 9 , ທ່ານໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຊາວເຊໂປນທຸກຊັ້ນຄົນ ແລະ ໄດ້ກ່າວຄຳປາໄສຕ່ໍໜ້າປະຊາຊົນຢ່າງຫລວງຫລາຍ, ເພິ່ນໄດ້ເວົ້າວ່າ: ແຜ່ນດິນລາວຕ້ອງແມ່ນຄົນລາວເປັນເຈົ້າຂອງ, ສະນັ້ນ ພວກເຮົາທຸກຄົນຕ້ອງສາມັກຄີກັນໂຮມແຮງກັນຕໍ່ສູ້ກູ້ຊາດອັນແສນຮັກຂອງພວກເຮົາຄືນມາໃຫ້ໄດ້”. ນີ້ແມ່ນຈຸດເລີ່ມຕົ້ນແຫ່ງພາລະກິດປະຕິວັດອັນຍິ່ງໃຫຍ່ຂອງປະທານ ສຸພານຸວົງ. ໃນວັນທີ 12/10/1945 ປະຊາຊົນລາວພາຍໃຕ້ການນຳພາຂອງພັກ ໄດ້ລຸກຂຶ້ນໂຄ່ນລົ້ມອຳນາດການປົກຄອງເກ່ົາ, ສ້າງຕ້ັງອຳນາດການປົກຄອງປະຕິວັດຂ້ຶນປະທານ ສຸພານຸວົງ ໄດ້ຮັບການແຕ່ງຕັ້ງໃຫ້ເປັນລັດຖະມົນຕີກະຊວງການຕ່າງປະເທດໃນລັດຖະບານຊຸດນັ້ນ ແລະ ນັບແຕ່ວັນທີ 30/10/1945 ເປັນຕົ້ນມາໄດ້ດຳລົງຕຳແໜ່ງຜູ້ບັນຊາການສູງສຸດຂອງບັນດາກຳລັງປະກອບອາວຸດອິດສະຫລະ ແລະ ໄດ້ກັບຄືນມາເຄື່ອນໄຫວທີ່ທ່າແຂກ. ຕົກມາຕົ້ນປີ 1946 ກອງທະຫານພວກລ່າເມືອງຂຶ້ນແບບເກົ່າເປີດການເຄື່ອນທັບ ເພື່ອຢຶດຄອງບັນດາຕົວເມືອງຄືນໃໝ່; ໃນນ້ັນກ່ໍມີທ່າແຂກ. ກອງທະຫານປະສົມລາວ-ຫວຽດນາມ ໃຕ້ການບັນຊາຂອງປະທານ ສຸພານຸວົງ ໄດ້ສູ້ຮົບຢ່າງພິລະອາດຫານຕ້ານການບຸກໂຈມຕີຢ່າງປ່ວງບ້າຂອງພວກສັດຕູຕາມທິຕ່າງໆ ເຊິ່ງພວກເຂົານຳໃຊ້ທັງເຮືອບິນສູ້ຮົບ ແລະ ປືນໃຫຍ່. ທະຫານຝຣັ່ງໄດ້ຢຶດເອົາຕົວເມືອງທ່າແຂກ ແລະ ໄດ້ເຂັນຂ້າປະຊາຊົນຢ່າງປ່າເຖ່ືອນທ່ີສຸດ. ປະທານ ສຸພານຸວົ ໄດ້ຮັບບາດເຈັບສາຫັດໃນວັນທີ 21/3/1946.
ວັນທີ 13 ສິງຫາ 1950 ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດໄດ້ເປີດຂຶ້ນເຊິ່ງໄດ້ຕົກລົງ ສ້າງຕັ້ງແນວໂຮມເອກະພາບແຫ່ງຊາດຂຶ້ນຢ່າງເປັນທາງການ ໂດຍໃສ່ຊື່ວ່າແນວລາວອິດສະຫລະ ແລະ ໄດ້ສ້າງຕັ້ງລັດຖະບານລາວຕໍ່ຕ້ານປະກອບດ້ວຍ 5 ທ່ານ ໂດຍແມ່ນປະທານ ສຸພານຸວົງ ເປັນປະທານແນວລາວອິດສະຫລະ ທັງເປັນລັດຖະມະຫາເສນາ (ນາຍົກລັດຖະມົນຕີ) ຂອງລັດຖະບານລາວຕໍ່ຕ້ານ. ກອງປະຊຸມໄດ້ກຳນົດ ແລະ ວາງໂຄງການການເມືອງ 12 ຂ້ໍ ເຊິ່ງເປັນທາງແນວນະໂຍບາຍ ເພື່ອເຕົ້າໂຮມປະຊາຊົນທຸກເຜົ່າ, ທຸກຊັ້ນ ຄົນໃນລາວ ລຸກຂຶ້ນຕໍ່ສູ້ປົດປ່ອຍ ຊາດ. ວັນທີ 22 ມີນາ 1955 ພັກ ປະຊາຊົນປະຕິວັດລາວ ໄດ້ຮັບການ ສ້າງຕັ້ງຂຶ້ນຢ່າງເປັນທາງການ ແລະ ໃນວັນທີ 14/5/1955 ປະທານ ສຸພານຸວົງ ຖືກຄັດເລືອກເພີ່ມເຕີມເຂົ້າເປັນກຳມະການສູນກາງພັກ. ວັນທີ 6 ມັງກອນ 1956 ປະທານ ສຸພານຸວົງ ໄດ້ຮັບເລືອກຕັ້ງເປັນປະທານຄະນະກຳມະການສູນກາງແນວລາວຮັກຊາດອິກເທື່ອໜຶ່ງ. ປະທານໄດ້ອອກຖະແຫລງການກ່ຽວກັບນະໂຍບາຍສັນຕິພາບເປັນກາງຂອງລາວ, ຮຽກຮ້ອງໃຫ້ພ່ີນ້ອງຮ່ວມຊາດໃນທົ່ວປະເທດລຸກຂຶ້ນຕໍ່ສູ້ຕ້ານຈັກກະພັດລ່າເມືອງຂ້ຶນແບບເກົ່າ, ແບບໃໝ່ ແລະ ພວກລູກມືທີ່ທຳລາຍສັນຍາເຊີແນວ ປີ 1954, ທວງໃຫ້ລັດຖະບານລາຊະອານາຈັກ ຕ້ອງຮ່ວມມືກັບຝ່າຍປະເທດລາວຢ່າງຈິງຈັງໃນການປະຕິບັດສັນຍາເຊີແນວ, ຮຽກຮ້ອງໃຫ້ກຳລັງປະຕິວັດເດັດດ່ຽວສູ້ຮົບປົກປັກຮັກສາສອງແຂວງເຕົ້າໂຮມ ແລະ ຂະຫຍາຍຂະບວນການຕໍ່ສູ້ ຂອງປະຊາຊົນໃນ 10 ແຂວງ. ວັນທີ 28 ກໍລະກົດ 1959 ພວກສັດຕູໄດ້ບັງອາດຈັບກຸມຄຸມຂັງປະທານ ສຸພານຸວົງ ແລະ ບັນດາຜູ້ນຳອື່ນໆໄປຂັງໄວ້ຄຸກໂພນເຄັງ. ໃນເວລາຖືກຈັບເຂົ້າຄຸກ ປະທານ ສຸພານຸວົງ ແລະ ບັນດາຜູ້ນຳປະຕິວັດກໍໄດ້ມີການຕໍ່ສູ້ໂດຍບໍ່ຍອມກົ້ມຫົວໃຫ້ສັດຕູ, ບໍ່ຮັບເອົາການຊືີ້ຈ້າງຈອບອອຍ ແລະ ບ່ໍຫວັ່ນໄຫວຕ່ໍການຂ່ົມຂູ່ຂອງພວກເຂົາ, ກົງກັນຂ້າມຍັງກ່າວປະນາມການທໍລະຍົດຂອງພວກເຂົາ, ພ້ອມກັນນັ້ນກໍຈັດຕັ້ງຂົນຂວາຍພວກທະຫານສັດຕູທີ່ມາເວນຍາມຄຸກ, ສຸດທ້າຍປະທານ ສຸພານຸວົງ ແລະ ຜູ້ນຳແນວລາວຮັກຊາດທັງໝົດໄດ້ອອກຈາກຄຸກ ແລະ ກັບຄືນສູ່ຖານທ່ີໝ້ັນປະຕິວັດຢ່າງປອດໄພ.
ໂດຍ: ຄະນະ ບກ
KPL