ຂປລ
ຂປລ. ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2025

ຂປລ. ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2025 ທີ່ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ມີສະຫາຍລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ພະນັກງານຫລັກແຫລ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ງາມປະສົງ ເມືອງມະນີ ໄດ້ຂຶ້ນຜ່ານບົດສະຫລຸບການນໍາພາ-ຊີ້ນໍາຕະຫລອດໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດຫລາຍ ດ້ານໃນການປະຕິບັດໜ້າທີ່ ການເມືອງອັນໜັກໜ່ວງ ແລະ ມີກຽດສະຫງ່າທີ່ພັກ-ລັດ ແລະ ປະຊາຊົນມອບໝາຍ ໃຫ້ນັບແຕ່ໄດ້ຮັບໜ້າ ທີ່ເປັນເລຂາຄະນະບໍລິຫານງານພັກ, ລັດຖະ ມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງເປັນຕົ້ນມາ. ຈາກນັ້ນ, ສະຫາຍ ທົງສັກ ກົມມະເມືອງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍ ການຍົກ ຍ້າຍພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່, ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຄະນະປະຈໍາພັກກະຊວງ ຍທຂ, ມະຕິຕົກລົງຂອງກົມການເມືອງ ວ່າດ້ວຍ ການແຕ່ງຕັ້ງເລຂາຄະນະບໍລິຫານງານພັກກະຊວງ ແລະ ຜ່ານລັດຖະດໍາລັດປະທານປະເທດ ວ່າດ້ວຍການແຕ່ງຕັ້ງລັດຖະມົນຕີກະຊວງ ຍທຂ. ໃນນີ້, ໄດ້ຍົກຍ້າຍ ສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ(ຜູ້ເກົ່າ) ຮັບໜ້າທີ່ເປັນຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຕົກລົງແຕ່ງຕັ້ງ ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເປັນເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຜູ້ໃໝ່).

ໃນພິທີ, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານອັນພົ້ນເດັ່ນ ໃນການນຳພາ-ຊີ້ນໍາວຽກງານຂອງ ສະຫາຍຄະນະບໍລິຫານງານພັກກະຊວງ ຍທຂ ກໍຄື ສະຫາຍເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະຕະຫລອດໄລຍະຜ່ານມາ. ພ້ອມນີ້, ກໍໄດ້ໃຫ້ຮູ້ວ່າການປ່ຽນແທນໜ້າທີ່ຕຳແໜ່ງ ຂອງການນຳຂັ້ນຍຸດທະສາດ ຫລື ພະນັກງານການນຳຂັ້ນສູງຄືແນວນີ້ ແມ່ນເປັນເລື່ອງປົກກະຕິ ສຳລັບພັກ-ລັດເຮົາ ແນ່ໃສ່ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນ ເພື່ອສືບທອດປ່ຽນແທນໃຫ້ສອດຄ່ອງ ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນແຕ່ລະໄລຍະ, ມີການສັບປ່ຽນໜູນວຽນການຄຸ້ມຄອງ ລະຫວ່າງສູນກາງ-ທ້ອງຖິ່ນ. ພ້ອມນັ້ນ, ສະຫາຍ ນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ສະຫາຍ ລັດຖະມົນຕີຜູ້ໃໝ່ ກໍຄື ພະນັກງານ, ສະມາຊິກ ແລະ ພະນັກງານຫລັກແຫລ່ງທົ່ວກະຊວງ ຍທຂ ໃຫ້ເອົາໃຈໃສ່ບາງບັນຫາ ເປັນ ຕົ້ນ ຕ້ອງເປັນເອກະພາບນຳຂັ້ນເທິງ ບົນພື້ນຖານນັ້ນ ໃຫ້ບັນດາສະຫາຍເອົາໃຈໃສ່ວຽກງານ ສຶກສາອົບຮົມນຳພາແນວຄິດຂອງພະນັກງານ, ສະມາຊິກພັກ ຢູ່ແຕ່ລະກົມ, ກອງ, ພະແນກການ ແລະ ວິສາຫະກິດທີ່ຂຶ້ນກັບກະຊວງ ເພື່ອໃຫ້ທຸກຄົນເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ ຕໍ່ການປ່ຽນແປງດັ່ງກ່າວ ບໍ່ໃຫ້ມີການສວຍໂອກາດ ທັບຖົມ-ໂຈມຕີກັນ ໃນທາງບໍ່ດີ, ອັນໃດເປັນຜົນສຳເລັດ ທີ່ພວກສະຫາຍພ້ອມກັນນຳພາ ຈັດຕັ້ງປະຕິບັດຜ່ານມາ ກໍໃຫ້ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ດີຂຶ້ນ, ອັນໃດຍັງເປັນຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃຫ້ບັນດາສະຫາຍພ້ອມພາກັນປັບ ປຸງ, ເອົາໃຈໃສ່ຍົກສູງການບໍລິການຮັບໃຊ້ປະຊາຊົນ, ເອົາໃຈໃສ່ແກ້ໄຂກົນໄກ ທີ່ເປັນການກົດໜ່ວງຖ່ວງດຶງ ໃນການພັດທະນາ, ເອົາໃຈໃສ່ປັບປຸງການຄຸ້ມຄອງບໍລິຫານ ໄປຕາມທິດຫັນເປັນທັນສະໄໝ, ກວດກາ ແລະ ສືບຕໍ່ປະຕິບັດໜ້າທີ່ມະຫາພາກຂອງກະຊວງ ຍທຂ; ເອົາໃຈໃສ່ເປັນເຈົ້າການ ແລະ ປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງ ເພື່ອປົກປັກຮັກສາຄວາມສະຫງົບພາຍໃນ ແລະ ພາຍນອກ ເປັນຕົ້ນ ໃນຂົງເຂດວຽກງານວິຊາສະເພາະຂອງຕົນ ແລະ ສືບຕໍ່ເອົາໃຈໃສ່ໃສ່ຕ້ານ ແລະ ສະກັດກັ້ນ ທຸກກົນອຸບາຍ ເລ່ຫລ່ຽມ ແລະ ຖ້ອຍທຳນອງ ໃສ່ຮ້າຍປ້າຍສີ, ປັ່ນປ່ວນ, ແບ່ງແຍກຄວາມສາມັກຄີພາຍໃນຄະນະພັກ, ຄະນະນຳ ຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີ ທີ່ຫວັງມ້າງເພທຳ ລາຍ; ສືບຕໍ່ປົກປັກຮັກສາມູນເຊື້ອອັນດີງາມ ຂອງກະຊວງ ໂດຍສະເພາະຄວາມສາມັກຄີພາຍໃນຄະນະພັກ-ຄະນະນຳ ຕ້ອງສາມັກຄີກັນແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫລັກເປັນແຫລ່ງ, ເປັນຄັນທຸງ ແລະ ເປັນແກນນຳ ໃນການເຕົ້າໂຮມຄວາມສາມັກຄີ ໃນຖັນແຖວພະນັກງານ ສະມາຊິກພັກ ເອົາໃຈໃສ່ວຽກງານຂະບວນການຄຽງຄູກັບວຽກງານວິຊາສະເພາະ. ສິ່ງສຳຄັນແມ່ນຕ້ອງເອົາໃຈໃສ່ ໂດຍມີລະບອບ, ແບບແຜນ ວິທີເຮັດວຽກ, ລະບອບປະຊຸມປຶກສາຫາລື, ສ່ອງແສງລາຍງານ ພາຍຄະນະພັກ-ຄະນະນຳເປັນປົກກະຕິ ເພື່ອສືບຕໍ່ນຳພາພະນັກງານ ສະມາ ຊິກພັກ ພ້ອມກັນຈັດຕັ້ງປະຕິບັດວຽກງານ ໂຍທາທິການ ແລະ ຂົນສົ່ງ ໃຫ້ນັບມື້ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ; ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານໂຍທາ ແລະ ຂົນສົ່ງ (ທາງບົກ, ທາງອາກາດ, ທາງນ້ຳ, ທາງລົດໄຟ, ນໍ້າປະປາ ແລະ ເຄຫາຜັງ-ເມືອງ ໃຫ້ສອດຄອງວຽກງານສາມສ້າງ) ໃນການກໍ່ສ້າງ, ບູລະນະ ແລະ ປົກປັກຮັກສາ ສິ່ງສຳຄັນແມ່ນໃຫ້ເອົາໃຈໃສ່ ຕິດຕາມກວດກາວຽກງານວິຊາສະເພາະຂອງພວກສະຫາຍ ໂດຍສະເພາະຈັດຕັ້ງປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພວກສະຫາຍ ວາງອອກ ມີຄຳຂວັນທີ່ວ່າ: “ພັດທະນາຂະແໜງການໂຍທາທິການ ໃຫ້ເປັນປາຍແຫລມ, ມີຈຸດສຸມ, ປະສິດທິຜົນສູງ, ທັນສະໄໝ, ປອດໄພ, ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ”. ນອກນັ້ນ, ຍັງຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແລະ 2 ສອງວາລະແຫ່ງຊາດ ວາງອອກໃຫ້ປະກົດຜົນເປັນຈິງ.

ສະຫາຍ ນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ: ດ້ວຍຄວາມຮູ້ຄວາມສາມາດ, ປະສົບປະ ການ ແລະ ບົດຮຽນຂອງ ສະຫາຍ ເຫລັກໄຫລ ສີວິໄລ ຈະສາມາດນໍາພາ-ຊີ້ນໍາວຽກງານມີການເຕີບໃຫຍ່ຂະຫຍາຍ ຕົວດີຂຶ້ນໄປເລື້ອຍໆ, ທັງນີ້ບັນດາສະຫາຍການນໍາ, ສະມາຊິກພັກ ແລະ ພະນັກງານຂໍໃຫ້ມີຄວາມເປັນເອກະພາບ, ມີຄວາມສາມັກຄີເປັນປຶກແຜ່ນ ພ້ອມກັນປະຕິບັດຕາມແນວທາງ ຂອງພັກ-ລັດວາງອອກ ໃນແຕ່ລະໄລຍະ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ.
ພາບ: ຂັນໄຊ
KPL