ສາລະວັນສໍາ ເລັດກອງປະຊຸມຄົບຄະນະ ບໍລິຫານພັກແຂວງ ເປີດກວ້າງຄັ້ງທີ 19 ສະໄໝທີ IX

08/07/2025 15:17
ຂປລ ຂປລ. ກອງປະຊຸມຄົບຄະນະບໍລິຫານພັກ ແຂວງສາລະວັນ ເປີດກວ້າງ ຄັ້ງທີ 19 ສະໄໝທີ IX ໄດ້ເປີດຂຶ້ນ ແລະ ສໍາເລັດ ໃນວັນທີ 7 ກໍລະກົດ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງສາລະວັນ



ຂປລ. ກອງປະຊຸມຄົບຄະນະບໍລິຫານພັກ ແຂວງສາລະວັນ ເປີດກວ້າງ ຄັ້ງທີ 19 ສະໄໝທີ
IXໄດ້ເປີດຂຶ້ນ ແລະ ສໍາເລັດ ໃນວັນທີ 7  ກໍລະກົດ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງສາລະວັນ, ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ,ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສາລະວັນ, ມີສະຫາຍ ຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານອ້ອມຂ້າງແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ດາວວົງ ພອນແກ້ວ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ, ກຳລັງສຸມໃສ່ອອກແຮງແຂ່ງຂັນກັນສ້າງຜົນງານ ເພື່ອຂຳນັບຮັບຕ້ອນ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຄັ້ງທີ X ເຊິ່ງອັນທີ່ຜ່ານໄປໃໝ່ໆນີ້ ແມ່ນໄດ້ສໍາເລັດກອງປະຊຸມທາບທາມ ບຸກຄະລາກອນ ຜູ້ອອກສະໝັກ ຄະນະບໍລິຫານງານພັກ ແຂວງສາລະວັນ ສະໄໝທີ X (ຮອບ II) ດ້ວຍຜົນສຳເລັດອັນຈົບງາມ. ຕະຫລອດໄລຍະ 6 ເດືອນຜ່ານມາ ຄະນະບໍລິຫານງານພັກແຂວງ ຍັງຍຶດໝັ້ນຕໍ່ອຸດົມການຂອງພັກ, ເດັດດ່ຽວພ້ອມກັນນຳພາ-ຊີ້ນຳ ຄະນະພັກແຕ່ລະຂັ້ນ ແລະ ແກ້ໄຂຄວາມບັນຫາຫຍຸ້ງຍາກຕ່າງໆ ທີ່ພວກເຮົາພົບພໍ້ ເຮັດໃຫ້ສະພາບການຄ່ອຍໆດີຂຶ້ນ ແລະ ເຮັດໃຫ້ທົ່ວແຂວງສືບຕໍ່ມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍໜັກແໜ້ນ.



ຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງເຜີຍແຜ່ມະຕິ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 10 ສະໄໝທີ
XI, ຮ່າງບົດຕີລາຄາການນໍາພາຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ ໄລຍະ 6 ເດືອນຕົ້ນປີ ແລະທິດທາງ 6 ເດືອນ ປີ 2025, ທິດທາງຈຸດສຸມ 3 ເດືອນ (7, 8, 9) ປີ 2025. ໃນນັ້ນ, ເຫັນວ່າເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນຈັ່ງຫວະທີ່ດີ, ອັນສໍາຄັນແມ່ນສຸມໃສ່ ການພັດທະນາເສດຖະກິດ ຂອງແຂວງໃຫ້ເຂັ້ມ ແຂງ ຕາມທິດເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່, ດຶງດູດຍາດແຍ່ງການລົງທຶນພາຍໃນ ແລະ ຕ່າງປະເທດ, ເອົາໃຈໃສ່ຢ່າງແຂງແຮງ ໃນການແກ້ໃຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນຕາມມະຕິ 19/ກມສພ,ຄໍາສັ່ງ 13/ນຍ ແລະຂໍ້ຕົກລົງ 116/ນຍ ເພື່ອສ້າງໃຫ້ລວມ ຍອດຜະລິດຕະພັນພາຍໃນປະຕິບັດໄດ້ 5.165 ຕື້ກີບ, ເທົ່າກັບ 56,8% ຂອງແຜນການ, ອັດຕາການຂະຫຍາຍຕົວ ຂອງເສດຖະກິດຢູ່ໃນລະດັບ 4,6% ຂອງແຜນ ການປີ, ການລົງທຶນພາຍໃນ ແລະ ຕ່າງປະເທດປະຕິບັດໄດ້ 818 ຕື້ກ່ວາກີບ ເທົ່າກັບ 44,60% ຂອງແຜນການ. ໃນນັ້ນ, ທຶນລັດປະຕິບັດໄດ້ 59,67 ຕື້ກີບ, ທຶນຊ່ວຍເຫລືອ 38,5 ຕື້ກີບ, ທຶນເອກະຊົນພາຍໃນ ແລະ ຕ່າງປະ ເທດ 229 ຕື້ກີບ,ແຫລ່ງທຶນອື່ນປະຕິບັດໄດ້ 652,81 ຕື້ກີບ ລື່ນແຜນ 10,5%; ການຈັດຕັ້ງປະຕິບັດການຈັດເກັບ ລາຍຮັບເຂົ້າງົບປະມານຂອງລັດ (ຮອດວັນທີ 27 ມິຖຸນາ 2025) ບັນລຸໄດ້ 164,55 ຕື້ກີບເທົ່າກັບ 59,88% ຂອງແຜນການປີ. ໃນນັ້ນ, ສູນກາງຄຸ້ມຄອງປະຕິບັດໄດ້  55,89 ຕື້ກີບເທົ່າກັບ 55,01%, ແຂວງຄຸ້ມຄອງປະຕິບັດໄດ້ 108,65 ຕື້ກີບ ເທົ່າກັບ 62,74% ຂອງແຜນການປີ; ດ້ານລາຍຈ່າຍປະຕິບັດໄດ້ 354,15 ຕື້ກີບ ເທົ່າກັບ 56,51% ຂອງແຜນການປີ ໂດຍຈັດລຽງບຸລິມະສິດໃນການຈ່າຍ ເປັນຕົ້ນ ເບີກຈ່າຍເງິນເດືອນ, ເງິນນະໂຍບາຍເປັນປົກກະຕິ.



ຈາກນັ້ນ, ກອງປະຊຸມຍັງໄດ້ລາຍງານຄວາມຄືບໜ້າ ການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ
X, ຄວາມຄືບໜ້າການກະກຽມ ປັບປຸງກົງຈັກການຈັດຕັ້ງ ເປົ້າໝາຍບັນດາພະແນກການທີ່ໂຮມ ແລະໂອນວຽກເຂົ້າກັນ, ຜົນກະທົບຈາກພະຍຸວູທິບ ໃນວັນທີ 12-13 ມິຖຸນາ 2025 ແລະ ຕອບໂຕ້ໄພພິບັດທີ່ອາດຈະເກີດຂຶ້ນໃນລະດູຝົນ, ວຽກງານການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ.

ໃນຕອນທ້າຍກອງປະຊຸມ, ຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມ ຈາກ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເພື່ອເປັນການຊີ້ທິດເຍືອງທາງ ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ສໍາເລັດຜົນຕາມຄາດໝາຍ.             

ຂ່າວ-ພາບ: ແກ້ວວິໄລ ດວງຄໍາ

KPL

ຂ່າວອື່ນໆ

    • ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ການເມືອງ

      ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ

      7/8/2025 3:03:10 PM

      ຂປລ. ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2025

    • ສະຫວັນນະເຂດ ໄຂກອງປະຊຸມຄົບຄະນະ ບໍລິຫານງານເປີດກວ້າງ ຄັ້ງທີ 19 ສະໄໝມທີ IXການເມືອງ

      ສະຫວັນນະເຂດ ໄຂກອງປະຊຸມຄົບຄະນະ ບໍລິຫານງານເປີດກວ້າງ ຄັ້ງທີ 19 ສະໄໝມທີ IX

      7/8/2025 2:54:13 PM

      ຂປລ. ກອງປະຊຸມ ຄົບຄະນະບໍລິຫານງານ ແຂວງສະຫວັນນະເຂດ ເປີດກວ້າງ ຄັ້ງທີ 19 ສະໄໝທີ IX ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 7 ກໍລະກົດ 2025 ທີ່ສະໂມສອນຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ

    • ຮຽບຮຽງເນື້ອໃນກົດໝາຍການປູກຝັງການເມືອງ

      ຮຽບຮຽງເນື້ອໃນກົດໝາຍການປູກຝັງ

      7/8/2025 1:01:18 PM

      ຂປລ. ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍການປູກຝັງ (ສ້າງໃໝ່) ຈັດຂຶ້ນໃນວັນທີ 5-6 ກໍລະກົດ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານ, ຄະນະປະຈຳສະພາແຫ່ງຊາດ, ມີທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ

    • ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກການເມືອງ

      ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກ

      7/8/2025 12:19:17 PM

      ຂປລ. ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປະກາດແຕ່ງຕັ້ງຕໍາແໜ່ງ ບໍລິຫານ ຂັ້ນຮອງຫົວໜ້າຫ້ອງວ່າການສູນກາງພັກ ໃນວັນທີ 7 ກໍລະກົດ 2025 ໂດຍໄດ້ແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າຄະນະປະຕິຮູບລັດວິສາຫະກິດ

    • ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມການເມືອງ

      ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມ

      7/7/2025 2:13:51 PM

      ຂປລ. ເມື່ອບໍ່ດົນມານີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຕ້ອບຮັບ ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ເພື່ອປືກສາຫາລືກ່ຽວກັບ ການຮ່ວມມືລາວ-ໄທ

ads
ads

Top