ສ ເກົາຫລີ ສະໜັບສະໜູນ ການເພີ່ມທະວີຄວາມປອດໄພດ້ານການບິນ

03/07/2025 15:07
ຂປລ ຂປລ. ລັດຖະບານ ສາທາ​ລະນະ​ລັດ ເກົາຫລີ (ສ ​ເກົາຫລີ) ໃຫ້ທຶນຊ່ວຍເຫລື​ອລ້າພາຍໃຕ້ໂຄງ ການ​ແບ່ງປັນຄວາມ​ຮູ້​ໄລຍະ​ທີ 2 ​(KSP) ໃນ​ຫົວ​ຂໍ້ “​ໂຄງການ​ປັບປຸງ​ລະບົບ​ການ​ດຳເນີນງານ​ດ້ານການ ບິນ​ ຢູ່​ສະໜາມ​ບິນ​ສາກົນ​ຫລວງ​ພະ​ບາງ” ​ຈັດພິທີເປີດໂຄງການຢ່າງເປັນທາງການ ໃນ​ວັນ​ທີ 2 ກໍລະ ກົດ 2025 ຢູ່ນະ​ຄອນຫລວງວຽງ​ຈັນ.

ຂປລ. ລັດຖະບານ ສາທາ​ລະນະ​ລັດ ເກົາຫລີ (ສ ​ເກົາຫລີ) ໃຫ້ທຶນຊ່ວຍເຫລື​ອລ້າພາຍໃຕ້ໂຄງ ການແບ່ງປັນຄວາມຮູ້ໄລຍະທີ 2 ​(KSP) ໃນຫົວຂໍ້ “​ໂຄງການປັບປຸງລະບົບການດຳເນີນງານດ້ານການ ບິນ ຢູ່ສະໜາມບິນສາກົນຫລວງພະບາງ” ​ຈັດພິທີເປີດໂຄງການຢ່າງເປັນທາງການ ໃນວັນທີ 2 ກໍລະ ກົດ 2025 ຢູ່ນະຄອນຫລວງວຽງຈັນ. ທັງນີ້ ກໍເພື່ອສ້າງຄວາມເຂັ້ມແຂງ ໃຫ້ລະບົບກວດກາຄວາມປອດໄພດ້ານການບິນຂອງ ສ ປປ ລາວແລະ ເສີມສ້າງຄວາມສາມາດ​​ໄລຍະຍາວຂອງຜູ້ຊ່ຽວຊານດ້ານການບິນຕາມມາດຕະຖານສາກົນ.

ໂຄງການແບ່ງປັນຄວາມຮູ້ໄລຍະ 2 ນີ້, ​ແມ່ນ​ສືບຕໍ່ມາຈາກຄວາມສຳເລັດ ຂອງໂຄງການໄລ ຍະທີ 1 ເຊິ່ງດຳເນີນໂຄງການແຕ່ປີ 2023-2024 ພາຍໄຕ້ຫົວຂໍ້ການປັບປຸງນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫລວງພະບາງແລະ ສິ້ນສຸດລົງໃນເດືອນ ກັນຍາ ປີ 2024 ເຊິ່ງໂຄງການ KSP ໄລຍະ 1 ແມ່ນແນໃສ່ ການອອກແບບຄືນໃໝ່ ຂອງລະບົບວົງຈອນບິນ ແລະ ການປັບຮູບແບບພື້ນທີ່ຄວບຄຸມ Terminal(TMA), ການຈັດຝຶກອົບຮົມ ແລະ ບັນດາໂຄງການລິເລີ່ມຕ່າງໆ ເພື່ອຊຸກຍູ້ການຮ່ວມມື ແລະ ສົ່ງເສີມຄວາມຊໍານານດ້ານວິຊາການ. ສ່ວນໄລຍະທີ 2 ແມ່ນສຸມໃສ່ສ້າງຄວາມເຂັ້ມແຂງດ້ານຄວາມສາມາດວິຊາການຂອງສະໜາມບິນ ໂດຍການສ້າງລະບົບການຝຶກອົບຮົມຜູ້ກວດກາຄວາມປອດໄພດ້ານການບິນ. ໂຄງການນີ້ ແມ່ນເພື່ອພັດທະນາຫລັກສູດການສອນ ທີ່ສອດຄ່ອງກັບມາດຕະ ຖານ ແລະ ແນວທາງທີ່ກຳນົດໂດຍອົງການ ການບິນພົນເຮືອນລະຫວ່າງປະເທດ (ICAO), ພ້ອມທັງ ວາງພື້ນຖານໃຫ້ແກ່ ການພັດທະນາໃນໄລຍະຍາວ ຂອງຜູ້ຊ່ຽວຊານດ້ານການບິນໃນລາວ. ໂຄງການດັ່ງກ່າວ ແມ່ນມີຄວາມສອດຄ່ອງກັບ ຄວາມຕ້ອງການ ຂອງກົມການບິນພົນລະເຮືອນຂອງລາວ ໂດຍສະເພາະໃນໄລຍະການກະກຽມຄວາມພ້ອມ ສຳລັບໂປແກຣມກວດສອບຄວາມປອດໄພສາກົນ ICAO (USOAP) ໃນປີ 2026.

ໂອກາດນີ້, ທ່ານ ຄິມ ຈອງ ຣອລ (Kim Jeong Ryeol) ທີ່ປຶກສາອາວຸໂສຂອງໂຄງການ KSP ອະດີດຮອງລັດຖະມົນຕີກະຊວງທີ່ດິນ ພື້ນຖານໂຄງລ່າງ ແລະ ການຂົນສົ່ງຂອງ ເກົາຫລີ ໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງພື້ນຖານໂຄງລ່າງດ້ານການບິນ ທີ່ເປັນກຳລັງຊຸກຍູ້ການເຕີບໂຕດ້ານເສດຖະກິດແລະ ການເຊື່ອມຕໍ່ທົ່ວໂລກ, ລະບົບຄວາມປອດໄພທີ່ເຂັ້ມແຂງແມ່ນກຸນແຈສຳຄັນໃນການສົ່ງເສີມການທ່ອງທ່ຽວ, ການຄ້າ ​ແລະ ການລົງທຶນຂອງຕ່າງປະເທດ.

ທ່ານ ຄຳຫລ້າ ພົມມະວັນ ຫົວໜ້າກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: ເກົາຫລີ ແມ່ນຖືກຍອມຮັບໃນລະດັບສາກົນ ວ່າມີຂະແໜງການບິນທີ່ກ້າວ ໜ້າ. ການຮຽນຮູ້ຈາກ ເກົາຫລີ ແມ່ນທິດທາງທີ່ຖືກຕ້ອງຂອງປະເທດລາວ. ການກວດສອບຂອງ ICAO ທີ່ຈະມາເຖິງ ໄດ້ຊີ້ໃຫ້ເຫັນຄວາມຕ້ອງການອັນຮີບດ່ວນ ສໍາລັບຜູ້ກວດກາການບິນທີ່ມີຄຸນວຸທິ ແລະ ໂຄງການນີ້ແມ່ນກົງກັບ ຄວາມຕ້ອງການດັ່ງກ່າວ. ມະຫາວິທະຍາໄລການບິນເກົາຫລີ ໄດ້ຖືກຄັດເລືອກໃຫ້ເປັນຜູ້ດຳເນີນໂຄງການນີ້.

ໂຄງການແບ່ງປັນຄວາມຮູ້​ (KSP) ແມ່ນໂຄງການໃຫ້ແນວທາງ ດ້ານນະໂຍບາຍວິຊາການແລະ ການຮ່ວມມືພັດທະນາຂອງ ເກົາຫລີ ທີ່ໄດ້ຮັບການສະໜັບສະໜູນ ຈາກກະຊວງເສດຖະກິດແລະ ການເງິນ ເກົາຫລີ, ດຳເນີນງານໂດຍອົງການ KOTRA ເຊິ່ງໂຄງການດັ່ງກ່າວ ແມ່ນສົ່ງເສີມການຖ່າຍທອດປະສົບການການພັດທະນາ ແລະ ຄວາມຮູ້ ຂອງ ເກົາຫລີ ໃຫ້ກັບບັນດາປະເທດຄູ່ຮ່ວມ ມືຍຸດທະສາດ ໂດຍເນັ້ນໃສ່ການເສີມສ້າງຄວາມອາດສາມາດແບບຍືນຍົງ.

ໂຄງການ KSP (2024-2025) ຄາດວ່າຈະສິ້ນສຸດໃນທ້າຍປີນີ້ ແລະ ຈະສາມາດສ້າງຄວາມເຂັ້ມແຂງ ໃຫ້ຂະແໜງການບິນ ໂດຍສະເພາະ ຫລັກສູດການຝຶກອົບຮົມ ແລະ ການກະກຽມຂອງຂະ ແໜງການບິນລາວ ສຳລັບການກະກຽມ ການກວດສອບດ້ານຄວາມປອດໄພ.

ໂຄງການນີ້ເປັນຂີດໝາຍສຳຄັນໃນການຮ່ວມມືລະຫວ່າງ ເກົາຫລີ- ລາວແລະໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນ ຂອງສອງປະເທດໃນການສ້າງລະບົບການບິນທີ່ປອດໄພ, ຍືນຍົງແລະ ສອດຄ່ອງກັບລະບົບການບິນສາກົນ.

KPL

ຂ່າວອື່ນໆ

ads
ads

Top