ຂປລ
ຂປລ. ສະພາແຫ່ງຊາດ ປະກາດຮັບຮອງກົດໝາຍ ສະບັບປັບປຸງ ແລະ ສ້າງໃໝ່ ທັງໝົດ 10 ສະບັບ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 25 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພາຍຫລັງທີ່ບັນດາກົດໝາຍດັ່ງກ່າວ ໄດ້ຖືກສະເໝີຕໍ່ກອງປະຊຸມ

ຂປລ. ສະພາແຫ່ງຊາດ ປະກາດຮັບຮອງກົດໝາຍ ສະບັບປັບປຸງ ແລະ ສ້າງໃໝ່ ທັງໝົດ 10 ສະບັບ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 25 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພາຍຫລັງທີ່ບັນດາກົດໝາຍດັ່ງກ່າວ ໄດ້ຖືກສະເໝີຕໍ່ກອງປະຊຸມ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ຄົ້ນຄວ້າ, ປະກອບຄຳຄິດເຫັນໃນແຕ່ລະໝວດ, ແຕ່ລະມາດຕາ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຮັດກຸມ ແລະ ສາມາດນຳໄປຈັດຕັ້ງປະຕິບັດ ກັບຂະແໜງການທີ່ກ່ຽວຂ້ອງ ໄດ້ຢ່າງມີປະສິດພາບ ແລະ ປະສິດທິຜົນໃນຕໍ່ໜ້າ.

ກົດໝາຍ ທີ່ສະພາແຫ່ງຊາດ ປະກາດຮັບຮອງ 10 ສະບັບນີ້, ມີກົດໝາຍສ້າງໃໝ່ 5 ສະບັບຄື: ກົດໝາຍວ່າດ້ວຍ ພະນັກງານໄອຍະການປະຊາຊົນ, ກົດໝາຍວ່າດ້ວຍສັງຄົມສົງເຄາະ, ກົດໝາຍວ່າດ້ວຍການປູກຝັງ, ກົດໝາຍວ່າດ້ວຍສາມັນສຶກສາ ແລະ ກົດໝາຍວ່າດ້ວຍ ຄວາມປອດໄພໄຊເບີ. ສ່ວນກົດໝາຍສະບັບປັບປຸງ ມີ 5 ສະບັບຄື: ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ, ກົດໝາຍວ່າດ້ວຍຊົນລະປະທານ, ກົດໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍປ້າຍ, ກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍສານປະຊາຊົນ.

ຂ່າວ: ກິດຕາ
ພາບ: ອ່າຍຄຳ
KPL