ຂປລ
ຂປລ. ໃນວັນທີ 25 ມິຖຸນາ 2025 ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ) ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຕ້ອນຮັບ ທ່ານ ວິນລ້ຽນ ໂຊເລ້ ຫົວໜ້າຕ້ານຢາເສບຕິດ ແລະ ບັງຄັບໃຊ້ກົດໝາຍສາກົນ, ສະຖານເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ ເຂົ້າຢ້ຽມອຳລາ ໃນໂອກາດສຳເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ.

ໂອກາດດັ່ງກ່າວ, ທ່ານ ຄຳເພັດ ສົມວໍລະຈິດ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຊົມ ເຊີຍຜົນສຳເລັດຂອງ ທ່ານ ວິນລ້ຽນ ໂຊເລ້ ຕະຫລອດໄລຍະການປະຕິບັດໜ້າທີ່ ແລະ ການຮ່ວມມື 3 ປີຜ່ານມາ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການຊ່ວຍເຫລືອດ້ານຕ່າງໆ ເປັນຕົ້ນ ການຝຶກອົບຮົມວຽກງານຕ້ານການຟອກເງິນ, ບັນຫາອາຊະຍາກຳຂ້າມຊາດ, ຕ້ານບັນຫາຢາເສບຕິດ, ພ້ອມທັງໄດ້ມອບພາ ຫະນະ ແລະ ອຸປະກອນຮັບໃຊ້ ວຽກງານວິຊາສະເພາະ ໃຫ້ແກ່ອົງການໄອຍະການປະຊາຊົນສູງສຸດ ເປັນຢ່າງດີ ອັນໄດ້ເຮັດໃຫ້ວຽກງານ ໄອຍະການປະຊາຊົນ ຂອງ ສປປ ລາວ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ, ຮັບປະກັນການປະຕິບັດໜ້າທີ່ວຽກງານ ໄອຍະການໃຫ້ມີປະສິດທິພາບສູງ ແນໃສ່ປົກປ້ອງຜົນປະໂຫຍດຂອງລັດ, ສັງຄົມ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ປະກອບສ່ວນເຂົ້າໃນ ການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ໂອກາດດຽວກັນ, ທ່ານ ຄຳເພັດ ສົມວໍລະຈິດ ກໍໄດ້ສະແດງຄວາມຂອບໃຈ ແລະ ໄດ້ອວຍ ພອນໃຫ້ ທ່ານ ວິນລ້ຽນ ໂຊເລ້ ຈົ່ງປະສົບຜົນສຳເລັດຕາມການມອບໝາຍໃນວຽກໃໝ່ ແລະ ຫວັງຢ່າງຍິ່ງວ່າ ສອງຝ່າຍຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ຢ່າງບໍ່ຢຸດຢັ້ງ.
ຂ່າວ-ພາບ: ອອປສ
KPL