ຂປລ
ການຈູດເຜົາທຳລາຍ ຢາເສບຕິດ ຢ່າງເປີດເຜີຍ ຮ່ວມລະຫວ່າງ ສປ ຈີນ-ຫວຽດນາມ ໄດ້ຈັດຂຶ້ນຢູ່ ເມືອງນິງມິງນະຄອນຊົງໂຈ ເຂດປົກຄອງຕົນເອງ ເຜົ່າຈວ້າງກວາງຊີຈີນ ໂດຍໄດ້ຈູດເຜົາທຳລາຍ ຢາເສບຕິດ ທັງໝົດ 57,53 ກິໂລກຣາມ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ,ເມື່ອບໍ່ດົນມານີ້, ການຈູດເຜົາທຳລາຍ ຢາເສບຕິດ ຢ່າງເປີດເຜີຍ ຮ່ວມລະຫວ່າງ ສປ ຈີນ-ຫວຽດນາມ ໄດ້ຈັດຂຶ້ນຢູ່ ເມືອງນິງມິງນະຄອນຊົງໂຈ ເຂດປົກຄອງຕົນເອງ ເຜົ່າຈວ້າງກວາງຊີຈີນ ໂດຍໄດ້ຈູດເຜົາທຳລາຍ ຢາເສບຕິດ ທັງໝົດ 57,53 ກິໂລກຣາມ.ເນື່ອງໃນໂອກາດ ວັນປາບປາມ ຢາເສບຕິດ ສາກົນ ຄັ້ງທີ 38 ໝູນວຽນມາເຖິງ, ນະຄອນຊົງໂຈ ຂອງເຂດກວາງຊີຈີນ ໄດ້ຮ່ວມກັບ ພາກສ່ວນປາບປາມ ຢາເສບຕິດ ຂອງແຂວງລາງຊົນຫວຽດນາມ ຈູດເຜົາທຳລາຍ ຢາເສບຕິດ ຢ່າງເປີດເຜີຍ ໂດຍມີ ຈຸດປະສົງ ເພື່ອເພີ່ມທະວີ ການຮ່ວມມື ດ້ານການປາບປາມຢາເສບຕິດ,ເພີ່ມທະວີ ການຄວບຄຸມ ແລະ ການປ້ອງກັນຮ່ວມ ດ້ານການປາບປາມຢາເສບຕິດ ຢູ່ເຂດຊາຍແດນ,ປຸກລະດົມ ວົງການຕ່າງໆ ທາງສັງຄົມເຂົ້າຮ່ວມ ການສູ້ຮົບດ້ານການປາບປາມ ຢາເສບຕິດຢ່າງເປັນເຈົ້າການ.ໃນມື້ດັ່ງກ່າວ, ນະຄອນຊົງໂຈ ໄດ້ເປີດກິດຈະກຳ ໂຄສະນາເຜີຍແຜ່ຮ່ວມ ພາຍໃຕ້ຫົວຂໍ້ “ເດືອນໂຄສະນາການປາບປາມຢາເສບຕິດທົ່ວປວງຊົນ”ແລະໄດ້ຈັດງານວາງສະແດງການສຶກສາແລະໂຄສະນາເຜີຍແຜ່ຄວາມຮູ້ດ້ານການປາບປາມຢາເສບຕິດແລະກິດຈະກຳອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL