ຂປລ
ຖ້ຽວລົດໄຟ ຕູ້ສິນຄ້າ ສົ່ງອອກ ຕ່າງປະເທດ ທີ່ໄດ້ບັນທຸກ ຝຸ່ນເຄມີ 1024 ໂຕນຂະບວນໜຶ່ງ ໄດ້ຄ່ອຍໆແລ່ນອອກຈາກ ເຂດຈໍລະຈອນ ສິນຄ້າ ທາງຫລວງ ທາງລົດໄຟ ຈ່ຽງຊ່ານເປີ້ຍເອີ ຂອງນະຄອນຕ່າງຢາງ ແຂວງຫູເປີຍ,

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 19 ພຶດສະພານີ້, ຖ້ຽວລົດໄຟ ຕູ້ສິນຄ້າ ສົ່ງອອກ ຕ່າງປະເທດ ທີ່ໄດ້ບັນທຸກ ຝຸ່ນເຄມີ 1024 ໂຕນຂະບວນໜຶ່ງ ໄດ້ຄ່ອຍໆແລ່ນອອກຈາກ ເຂດຈໍລະຈອນ ສິນຄ້າ ທາງຫລວງ ທາງລົດໄຟ ຈ່ຽງຊ່ານເປີ້ຍເອີ ຂອງນະຄອນຕ່າງຢາງ ແຂວງຫູເປີຍ, ແລ້ວຈະອອກຈາກ ປະເທດ ຜ່ານດ່ານຊາຍແດນ ບໍ່ຫານ ແຂວງຢຸນນານ, ຄາດວ່າ ໃນເວລາ 6 ຫາ 8 ມື້ ຈະແລ່ນໄປຮອດ ນະຄອນຫລວງພະບາງ ຂອງ ສປປ ລາວ. ນີ້ແມ່ນຂະບວນ ລົດໄຟຂົນສົ່ງ ສິນຄ້າ ໂດຍກົງ ຂອງທາງລົດໄຟລາວ-ຈີນ ຂະບວນທຳອິດ ທີ່ອອກເດີນທາງ ຈາກນະຄອນຕ່າງຢາງ. ນະຄອນຕ່າງຢາງ ຕັ້ງຢູ່ພາກກາງ ໄປຫາພາກຕາເວັນຕົກ ຂອງແຂວງຫູເປີຍ, ວັດສະດຸ ກໍ່ສ້າງສີຂຽວ ແລະ ກະສິກຳ ທີ່ມີສີສັນພິເສດ ແມ່ນຂະແໜງການ ທີ່ມີສີສັນພິເສດ ຂອງນະຄອນດັ່ງກ່າວ. ການເປີດ ບໍລິການ ຂະບວນລົດໄຟ ຂົນສົ່ງສິນຄ້າ ສົ່ງອອກຕ່າງປະເທດ ຂອງເສັ້ນທາງ ລົດໄຟລາວ-ຈີນ ຢ່າງເປັນທາງການ ເຮັດໃຫ້ການຂົນສົ່ງສິນຄ້າ ຈາກນະຄອນດັ່ງກ່າວ ດ້ວຍທາງລົດໄຟ, ປະຢັດ ເວລາຂົນສົ່ງ ຫລຸດລົງ 2 ວັນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL