ຂປລ
ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ໄດ້ໂອ້ລົມ ທາງໂທລະສັບກັບ ທ່ານ ວະລາດີເມຍ ປູຕິນ, ປະທານາທິບໍດີ ຣັດເຊຍ ໂດຍແກ່ຍາວ ເປັນເວລາ ຫລາຍກວ່າ 2 ຊົ່ວໂມງ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ໄດ້ໂອ້ລົມ ທາງໂທລະສັບກັບ ທ່ານ ວະລາດີເມຍ ປູຕິນ, ປະທານາທິບໍດີ ຣັດເຊຍ ໂດຍແກ່ຍາວ ເປັນເວລາ ຫລາຍກວ່າ 2 ຊົ່ວໂມງ. ນີ້ແມ່ນ ການກະທຳ ທາງການທູດ ຫລ້າສຸດ ລະຫວ່າງ ສ.ອາເມລິກາ ແລະ ຣັດເຊຍ ໃນຄວາມມານະ ພະຍາຍາມ ຊອກຫາ ມາດຕະການ ເພືື່ອຢຸດຕິ ການປະທະກັນ ລະຫວ່າງ ຣັດເຊຍ-ອູແກຣນ ຊື່ງໄດ້ກ້າວເຂົ້າສູ່ ປີທີ 4 ແລ້ວ. ໂດຍຂຽນລົງທາງ ສື່ສັງຄົມ Truth Social ພາຍຫລັງສິ້ນສຸດ ການໂອ້ລົມ ທາງໂທລະສັບ, ທ່ານ ປະທານາທິບໍດີ ສ.ອາເມລິກາ ໃຫ້ຮູ້ວ່າ ທ່ານຫາກໍ່ສິ້ນສຸດການໂອ້ລົມທາງໂທລະສັບ ກັບປະທານາທິບໍດີ ຣັດເຊຍ ແລະ ເຊື່ອໝັ້ນວ່າ ທຸກບັນຫາ ແມ່ນດຳເນີນໄປເປັນຢ່າງດີ. ຣັດເຊຍ ແລະ ອູແກຣນ ຈະເລີ່ມການເຈລະຈາ ໂດຍທັນທີ ມຸ່ງໄປເຖິງຄຳສັ່ງຢຸດຍິງ ແລະ ສຳຄັນກວ່າ ແມ່ນຢຸດຕິສົງຄາມ.ບັນດາການຕີລາຄາເບື້ອງຕົ້ນ ສະແດງໃຫ້ເຫັນວ່າ: ເຖິງວ່າ ການນຳທັງ ຣັດເຊຍ ແລະ ສ.ອາເມລິກາ ລ້ວນແຕ່ ຍົກອອກ ບັນດາຖະແຫລງການ ທີ່ຕັ້ງຫນ້າ ແຕ່ສ່ວນຫລາຍ ພຽງເຮັດແຈ້ງອີກບາດກ້າວໜຶ່ງ ໃນວິວັດການເຈລະຈາ ແລະ ບໍ່ບັນລຸໄດ້ ໝາກຜົນ ລະອຽດໃດ. ໃນວົງການສື່ມວນຊົນ, ທ່ານ ປະທານາທິບໍດີ ຣັດເຊຍ ໄດ້ສະແດງ ຄວາມຂອບໃຈ ທ່ານ ປະທານາທິບໍດີ ສ.ອາເມລິກາ ຍ້ອນໄດ້ມີ ການສະໜັບ ສະໜູນ ໃນການເຊື່ອມຕໍ່ຄືນ ບັນດາການເຈລະຈາ ໂດຍກົງ ລະຫວ່າງ ຣັດເຊຍ ແລະ ອູແກຣນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL