ຂປລ
ຂປລ. ກຳມະກອນ ຫລື ຊາວຜູ້ອອກແຮງງານ ໃນທົ່ວປະເທດມີບົດບາດສຳຄັນຫລາຍດ້ານ ໃນການຂັບເຄື່ອນການພັດທະນາປະເທດຊາດ, ພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ຂປລ. ກຳມະກອນ ຫລື ຊາວຜູ້ອອກແຮງງານ ໃນທົ່ວປະເທດມີບົດບາດສຳຄັນຫລາຍດ້ານ ໃນການຂັບເຄື່ອນການພັດທະນາປະເທດຊາດ, ພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ທ່ານ ກົງໃຈ ຊຸມພົນພັກດີ ຜູ້ອຳນວຍການລັດວິສາຫະກິດໂຮງພິມແຫ່ງລັດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 29 ເມສາ 2025 ເນື່ອງໃນໂອກາດວັນກຳມະກອນສາກົນ ຄົບຮອບ 139 ປີ ໂດຍທ່ານໄດ້ຍົກໃຫ້ເຫັນບົດບາດ ແລະ ຄວາມສຳຄັນ ຂອງກຳມະກອນ ກໍຄື ຊາວຜູ້ອອກແຮງງານ ໃນຂອບເຂດທົ່ວປະເທດ ຕໍ່ການພັດທະນາປະເທດຊາດ ໃນແຕ່ລະໄລຍະເຮັດໃຫ້ປະເທດຊາດໄດ້ຮັບການພັດທະນາ, ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ສະເພາະພະນັກງານກຳມະກອນ ພາຍໃນໂຮງພິມແຫ່ງລັດ ແມ່ນມີຄວາມຈູບຈ້າວຫ້າວຫັນ, ບຸກບືນສຸມທຸກກຳລັງແຮງ, ກຳລັງໃຈເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ທີ່ໄດ້ຮັບມອບໝາຍເຮັດໃຫ້ການປະຕິບັດແຜນວຽກ ໃນແຕ່ລະມື້-ແຕ່ລະອາທິດ, ແຕ່ລະໜ້າວຽກສໍາເລັດຕາມກຳນົດເວລາ, ທັງຮັບປະກັນດ້ານປະລິມານ ແລະ ຄຸນນະພາບ ເຊິ່ງລັດວິສາຫະກິດໂຮງພິມແຫ່ງລັດ ມີພະນັກງານ-ກຳມະກອນ ທັງໝົດ 60 ກວ່າຄົນ, ເປັນພະນັກ ງານທີ່ມີປະສົບການ, ມີຄວາມຮູ້, ມີຄວາມຊຳນິຊຳນານ ໃນການດຳເນີນການເຮັດໃຫ້ໂຮງພິມ ມີຄວາມຍືນຍົງຄົງຕົວ ແລະ ສ້າງຜົນກຳໄລ ໃນແຕ່ລະປີ.

ທ່ານ ກົງໃຈ ຊຸມພົນພັກດີ ຍັງໃຫ້ຮູ້ອີກວ່າ: ຕະຫລອດໄລຍະຜ່ານມາ ຄະນະພັກ, ຄະນະນຳໂຮງພິມແຫ່ງລັດ ໄດ້ເອົາໃຈໃສ່ເບິ່ງແຍງດູແລ ພະນັກງານ-ກຳມະກອນ ຢູ່ພາຍໃນໂຮງພິມ ເປັນຢ່າງດີ ເປັນຕົ້ນພະນັກງານທຸກຄົນ ໄດ້ເຂົ້າເປັນສະມາຊິກປະກັນສັງຄົມ ແລະ ມີສະຫວັດດີການຕ່າງໆ ໂດຍສະເພາະ ໄດ້ມີການກວດພະຍາດໃຫ້ພະນັກງານ ເປັນປະຈຳໃນແຕ່ລະປີ, ມີນະໂຍບາຍອຸດໜູນເກີດລູກ ແລະ ເຈັບເປັນຕ່າງໆ ໂດຍທາງໂຮງພິມໄດ້ຈ່າຍໃຫ້ 100% ແລະ ອື່ນໆ. ພ້ອມນີ້, ໂຮງພິມຍັງເຫັນໄດ້ຄວາມສຳຄັນຕໍ່ວຽກງານ ພັດທະນາຊັບພະຍາກອນມະນຸດ ໂດຍໄດ້ຈັດຊຸດຝຶກອົບຮົມຕ່າງໆ, ພ້ອມທັງ ສົ່ງພະນັກງານ ໄປຝຶກອົບຮົມດ້ານຕ່າງໆ ຢູ່ທັງພາຍໃນ ແລະ ຕ່າງໆປະເທດ ເພື່ອເພີ່ມທັກສະ, ເພີ່ມຄວາມຮູ້ໃຫ້ພະນັກງານມີຄວາມເຂັ້ມແຂງ, ຮັບປະກັນໃຫ້ໄດ້ບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດເພື່ອມາພັດທະນາໂຮງພິມ ໃຫ້ມີຄວາມກ້າວໜ້າ ທັນຕາມຍຸກຕາມສະໄໝ ແລະ ອື່ນໆ.

ພ້ອມກັນນີ້, ທ່ານ ກົງໃຈ ຊຸມພົນພັກດີ ຍັງໄດ້ຍົກໃຫ້ເຫັນ ປະຫວັດແຫ່ງການກໍາເນີດ ວັນກໍາມະກອນສາກົນ ຄົບຮອບ 139 ປີ ເຊິ່ງເປັນວັນທີ່ມີຄວາມໝາຍສຳຄັນຢ່າງຍິ່ງ ສຳລັບຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນທີ່ຊົນຊັ້ນກຳມະກອນ ໄດ້ເຕົ້າໂຮມ ຄວາມສາມັກ ຄີກັນລຸກຮືຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ເພື່ອທວງເອົາສິດທິພື້ນຖານຂອງຕົນ ແລະ ຜົນປະໂຫຍດອັນຊອບທຳ ຂອງຕົນຈາກພວກນາຍທຶນ. ພ້ອມນີ້, ຍັງໄດ້ຮຽກຮ້ອງມາຍັງກໍາມະກອນ ແລະ ຊາວຜູ້ອອກ ແຮງງານລາວ ຈົ່ງມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ປະກອບ ສ່ວນເຂົ້າໃນການປະຕິບັດ ແຜນພັດທະນາ ເສດຖະກິດຂອງຊາດ, ສືບຕໍ່ຝຶກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນກຳລັງແຮງງານ ທີ່ມີລະບຽບວິໄນ ໃນການອອກແຮງງານ, ເສີມຂະຫຍາຍຄຸນລັກສະນະອັນດີເລີດ, ທາດແທ້, ມູນເຊື້ອອັນດີງາມ ຂອງຊົນຊັ້ນກໍາມະກອນລາວ ແລະ ກາຍເປັນກໍາລັງຫລັກແຫລ່ງ ໃນພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຍືນຍົງ ແລະ ໝັ້ນຄົງ.
KPL