ເອີຣົບ ປັບໃໝບໍລິສັດ ແອບເບີລ-ເມຕາ ລວມເປັນເງິນ 700 ລ້ານເອີໂຣ

25/04/2025 15:52
ຂປລ ຍ້ອນ​ໄດ້​ລະ​ເມີດ “ກົດ​ໝາຍ ​ວ່າ​ດ້ວຍ ​ຕະ​ຫລາດ ​ດີ​ຈີ​ຕອນ”, ອົງ​ການ ​ຕິດ​ຕາມ​​​ຄຸ້ມ​ຄອງ​ ຂອງ​ສະ​ຫະ​ພາບ​ ເອີ​ຣົບ ​ໄດ້ປັບ​ໃໝ​ ບໍ​ລິ​ສັດ ແອບເບີລ( APPLE )ຂອງ ​ສ.ອາ​ເມ​ລິ​ກາ ຈຳນວນ 500 ລ້ານ​ເອີ​ໂຣ, ແລະ ປັບ​ໃໝ​ບໍ​ລິ​ສັດ ເມຕາ(Meta )

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້ ຄະ​ນະ ກຳ​ມາ​ທິ​ການ​ ສະ​ຫະ​ພາບ ​ເອີ​ຣົບ​ ເປີດ​ເຜີຍ​ໃຫ້​ຮູ້​ວ່າ: ຍ້ອນ​ໄດ້​ລະ​ເມີດ “ກົດ​ໝາຍ ​ວ່າ​ດ້ວຍ ​ຕະ​ຫລາດ ​ດີ​ຈີ​ຕອນ”, ອົງ​ການ ​ຕິດ​ຕາມ​​​ຄຸ້ມ​ຄອງ​ ຂອງ​ສະ​ຫະ​ພາບ​ ເອີ​ຣົບ ​ໄດ້ປັບ​ໃໝ​ ບໍ​ລິ​ສັດ ແອບເບີລ( APPLE )ຂອງ ​ສ.ອາ​ເມ​ລິ​ກາ ຈຳນວນ 500 ລ້ານ​ເອີ​ໂຣ, ແລະ ປັບ​ໃໝ​ບໍ​ລິ​ສັດ ເມຕາ(Meta )ເຊິ່ງ​ເປັນ​ບໍ​ລິ​ສັດ​ແມ່​ຂອງ​ສື່​ສັງ​ຄົມ​ອອ​ນ​ລາຍຄື facebook ແລະ Instagram ຈຳນວນ 200 ລ້ານ​​ເອີ​ໂຣ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top