ຂປລ
ເສັ້ນທາງ ເລຢວັນ, ເມືອງ 1, ນະຄອນ ໂຮ່ຈີມິນ, ອະນຸກຳມະການ ເດີນຂະບວນ ສວນສະໜາມ ໃນພິທີ ສະເຫລີມ ສະຫລອງ 50 ປີແຫ່ງວັນປົດປ່ອຍ ພາກໃຕ້, ທ້ອນໂຮມ ປະເທດຊາດ ເປັນເອກະພາບ (30 ເມສາ 1975 – 30 ເມສາ 2025) ໄດ້ຈັດການຝຶກແອບ ຄັ້ງສຸດທ້າຍ ກ່ອນທີ່ດຳເນີນ ການສະຫລຸບ ເບື້ອງຕົ້ນ ແລະ ການສະຫລຸບຂັ້ນລັດ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ເສັ້ນທາງ ເລຢວັນ, ເມືອງ 1, ນະຄອນ ໂຮ່ຈີມິນ, ອະນຸກຳມະການ ເດີນຂະບວນ ສວນສະໜາມ ໃນພິທີ ສະເຫລີມ ສະຫລອງ 50 ປີແຫ່ງວັນປົດປ່ອຍ ພາກໃຕ້, ທ້ອນໂຮມ ປະເທດຊາດ ເປັນເອກະພາບ (30 ເມສາ 1975 – 30 ເມສາ 2025) ໄດ້ຈັດການຝຶກແອບ ຄັ້ງສຸດທ້າຍ ກ່ອນທີ່ດຳເນີນ ການສະຫລຸບ ເບື້ອງຕົ້ນ ແລະ ການສະຫລຸບຂັ້ນລັດ. ເຂົ້າຮ່ວມ ການຝຶກແອບ ລວມໝູ່ ການເດີນຂະບວນ ສວນສະໜາມ ມີ 38 ກຸ່ມ ຂອງກຳລັງ ປະກອບອາວຸດ (ກອງທັບ, ຕຳຫຼວດ), ກຸ່ມເດີນຂະບວນ ສວນສະໜາມ ຂອງກຳລັງ ປະກອບອາວຸດປະຊາຊົນ ລາວ ແລະ ກອງທັບລາຊະອານາຈັກ ກຳປູເຈຍ ແລະ 12 ກຸ່ມເດີນຂະບວນສວນສະໜາມທີ່ຕາງໜ້າໃຫ້ບັນດາອົງການຈັດຕັ້ງມະຫາຊົນ. ເປັນຄັ້ງທຳອິດ, ໃນການຝຶກແອບ ລວມໝູ່ ໄດ້ຈັດລາຍການສະແດງ ສິລະປະລວມໝູ່ ຂ່ຳນັບຊົມເຊີຍ ດ້ວຍການເຂົ້າຮ່ວມ ຂອງນັກສະແດງ ຫລາຍກວ່າ 1.000 ຄົນ. ສຳລັບ ພິທີເດີນຂະບວນ ສວນສະໜາມ ຈະຈັດຂຶ້ນ ຢ່າງເປັນທາງການ ໃນເວລາ 6 ໂມງ 30 ນາທີ, ວັນທີ 30 ເມສານີ້ ຄາດວ່າ ຈະມີຜູ້ເຂົ້າຮ່ວມ ປະມານ 13.000 ຄົນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL