ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າວາງ ພວງມາລາໄວ້ອາໄລ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

07/04/2025 12:42
Email Print 188
ຂປລ ຂປລ. ໃນວັນທີ 7 ເມສາ 2025 ນີ້, ສະຫາຍ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການຈາກໄປບໍ່ມີວັນຫວນກັບມາຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ.



ຂປລ. ໃນວັນທີ 7 ເມສາ 2025 ນີ້,
ສະຫາຍ ຟ້າມ ມິງ ຈິງ  ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການຈາກໄປບໍ່ມີວັນຫວນກັບມາຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ.




ການເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຂອງສະຫາຍ ຟ້າມ ມິງ ຈິງ
  ພ້ອມດ້ວຍຄະນະ ໃນຄັ້ງນີ້
, ເພື່ອສະແດງຄວາມໂສກເສົ້າ, ເສຍໃຈ ແລະ  ອາໄລອາວອນ ຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເຊິ່ງແມ່ນການສູນເສຍທີ່ໃຫຍ່ຫລວງ ສຳລັບ ພັກ, ລັດ, ປະຊາຊົນລາວ, ການນໍາ ແລະ ປະຊາຊົນຫວຽດນາມ  ສູນເສຍເພື່ອນຜູ້ໃຫຍ່, ສະຫາຍທີ່ໃກ້ຊິດ, ສະໜິດສະໜົມ, ຍາມໃດກໍປະກອບສ່ວນຢ່າງສຸດ ກຳລັງຂອງຕົນ ເພື່ອພາລະກິດປະຕິວັດ ຂອງສອງປະເທດ ລາວ-ຫວຽດນາມ ອ້າຍນ້ອງ ແລະ ສາຍພົວພັນພິເສດ ຫວຽດນາມ-ລາວ.




ພ້ອມນີ້, ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຍັງແມ່ນໜຶ່ງໃນການນຳຮຸ່ນທຳອິດ ຂອງພັກເຮົາ ທີ່ໄດ້ເປັນຫລັກແຫລ່ງ ແລະ ແກນນຳ ຂອງສູນກາງພັກ ນຳພາ-ຊີ້ນຳ ການປະຕິວັດຊາດ-ປະຊາທິປະໄຕໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ເປັນຜູ້ນໍາໃນການຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ ຮອບດ້ານ ມີຫລັກການຂອງພັກເຮົາ, ສະຫາຍແມ່ນນັກຮັກຊາດ, ແມ່ນນັກປະຕິວັດ ແລະ ເປັນຜູ້ນໍາທີ່ດີເດັ່ນ ຂອງພັກ, ຂອງຊາດເຮົາ, ຕະຫລອດຊີວິດຂອງເພີ່ນ ໄດ້ອຸທິດສະຕິປັນຍາ, ກຳລັງວັງຊາ ເພື່ອພາລະກິດປະຕິວັດຂອງພັກເຮົາ ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ ປະຊາຊົນລາວ ບັນດາເຜົ່າ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ຣາຊະອານາຈັກໄທການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ຣາຊະອານາຈັກໄທ

      4/7/2025 8:10:49 PM

      ຂປລ. ໃນວັນທີ 7 ເມສາ 2025, ທີ່ສໍານັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍຄື ຄອບຄົວ ສີພັນດອນ ແລະ ປະຊາຊົນລາວ ບັນດາເຜົ່າ ຕ້ອນຮັບ ທ່ານ ສຸຣິຍະ ຈຶ່ງຣຸ່ງເຣືອງກິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະ ຊວງຄົມມະນາຄົມ ແຫ່ງ ຣາຊະອານາຈັກໄທ

    • ງານຊາປະນະກິດສົບລະດັບຊາດ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຈັດຂຶ້ນຢ່າງສົມກຽດການເມືອງ

      ງານຊາປະນະກິດສົບລະດັບຊາດ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຈັດຂຶ້ນຢ່າງສົມກຽດ

      4/7/2025 8:06:14 PM

      ຂປລ. ງານຊາປະນະກິດສົບລະດັບຊາດ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025 ຈັດຂຶ້ນຢ່າງສົມກຽດ ໃນວັນທີ 7 ເມສາ 2025 ນີ້, ຢູ່ເດີນພະທາດຫລວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັດດາການນຳຂັ້ນສູງ ພັກ, ລັດ, ບັນດາທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍມວນຊົນ ພາຍ​ໃນນະຄອນຫລວງວຽງຈັນ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະສອງຝ່າຍ ຮັດແໜ້ນການຮ່ວມມືການເມືອງ

      ນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະສອງຝ່າຍ ຮັດແໜ້ນການຮ່ວມມື

      4/7/2025 7:54:28 PM

      ຂປລ. ໃນວັນທີ 7 ເມສາ 2025 ນີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາເຂົ້າຮ່ວມງານຊາປະນະກິດສົບລະດັບຊາດ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025.

    • ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບ ນາຍົກລັດຖະມົນຕີ ຫວຽດນາມການເມືອງ

      ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບ ນາຍົກລັດຖະມົນຕີ ຫວຽດນາມ

      4/7/2025 7:51:33 PM

      ຂປລ. ໃນວັນທີ 7 ເມສາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາວາງພວງມາລາ ໄວ້ອາໄລ ສະແດງຄວາມເສົ້າສະຫລົດໃຈ ແລະ ຮ່ວມພິທີຊາປະນະກິດສົບລະດັບຊາດ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

    • ສ້າງຄວາມເຂັ້ມແຂງໃຫ້ຊາວໜຸ່ມລາວ ຜ່ານການພັດທະນາທັກສະ ແລະ ໃຫ້ໂອກາດການເມືອງ

      ສ້າງຄວາມເຂັ້ມແຂງໃຫ້ຊາວໜຸ່ມລາວ ຜ່ານການພັດທະນາທັກສະ ແລະ ໃຫ້ໂອກາດ

      4/7/2025 7:43:31 PM

      ຂປລ. ເມື່ອບໍ່ດົນມານີ້, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ລົງຢ້ຽມຢາມໂຄງການຝຶກງານຂອງນັກສຶກສາອາຊີວະ ຢູ່ ໂຮງ​ແຮມ Crowne Plaza ແລະ ໂຮງແຮມ Holiday Inn ​ ​ໃນ​ນະຄອນຫລວງ​ວຽງ​ຈັນ ເພື່ອພົບປະນັກຮຽນຝຶກງານ ໃນສາຂາສິລະປະການເຮັດອາຫານ, ເຂົ້າໜົມອົບ ແລະ ຂອງຫວານ.

ads
ads

Top