ຂປລ
ຂປລ. ວັນທີ 7 ເມສາ 2025 ນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ໄດ້ພົບປະໂອ້ລົມນ້ອງນັກຮຽນ ກ່ຽວກັບບັນດາແຈ້ງການ ແລະ ລະບຽບການຕ່າງໆຂອງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໃນການງານສະ ເຫລີມສະຫລອງບຸນປີໃໝ່ລາວ

ຂປລ. ວັນທີ 7 ເມສາ 2025 ນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ໄດ້ພົບປະໂອ້ລົມນ້ອງນັກຮຽນ ກ່ຽວກັບບັນດາແຈ້ງການ ແລະ ລະບຽບການຕ່າງໆຂອງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໃນການງານສະ ເຫລີມສະຫລອງບຸນປີໃໝ່ລາວ ທີ່ຈະມາຮອດໃນມໍ່ໆນີ້ ໂດຍມີຄະນະ ກອງພັນ ນັກຮຽນ 2 ກອງພັນ, ຄະນະກອງຮ້ອຍ ແລະ ນ້ອງນັກຮຽນທົ່ວໂຮງຮຽນເຂົ້າຮ່ວມ.

ສະຫາຍ ພັນເອກ ຄຳສິງ ບຸດຈັນແພງ ຫົວໜ້າຫ້ອງການ ແລະ ບໍລິຫານໂຮງຮຽນ ໄດ້ຜ່ານຄຳສັ່ງແນະນຳ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການສະເຫລີມສະຫລອງບຸນປີໃໝ່ລາວ ປີ ພສ 2568 (ຄສ 2025), ຕາມແຈ້ງການຂອງຫ້ອງວ່າການ ສຳນັກງານນາຍຍົກລັດຖະມົນຕີ, ອີງຕາມການຕົກລົງເຫັນດີ ເປັນເອກະພາບຂອງຄະນະອຳນວຍການ ວ່າດ້ວຍການຫ້າງຫາ ກະກຽມສະເຫລີມສະຫລອງບຸນປີໃໝ່ລາວ ຄສ 2568 ແລະ ແຈ້ງການ ເລື່ອງການຍົກສູງສະຕິລະວັງຕົວກຽມພ້ອມສູ້ຮົບ ໃນການປ້ອງກັນການ ສະເຫລີມສະຫລອງບຸນປີໃໝ່ລາວ ຂອງໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ.

ໂອກາດນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ກໍໄດ້ໃຫ້ທິດຊີ້ນຳກ່ຽວກັບບັນດາຄຳສັ່ງ ແລະ ແຈ້ງການດັ່ງກ່າວ, ພ້ອມທັງຮຽກຮ້ອງໃຫ້ທຸກສະຫາຍ ກໍຄື ຄະນະກອງພັນ, ກອງຮ້ອຍຕະຫລອດຮອດ ນ້ອງນັກຮຽນທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ ຈັດຕັ້ງປະຕິບັດຕາມແຈ້ງການ ແລະ ລະບຽບການຕ່າງ ໃນການຫລິ້ນບຸນປີໃໝ່ ໃນຄັ້ງນີ້ໃຫ້ເຂັ້ມງວດ, ຫລິ້ນບຸນປີໃໝ່ບົນ ຈິດໃຈປະຢັດມັດທະ ຍັດ, ຖືກຕ້ອງຕາມຮີດຄອງປະເພນີ, ຈັດຕັ້ງປ້ອງກັນເວນຍາມ ຮັກສາຄວາມເປັນລະບຽບ, ຮັກສາຄວາມສະຫງົບໃຫ້ໄດ້ 100%, ພ້ອມກັນຫລິ້ນ ບຸນປີໃໝ່ ຢ່າງເບີກບານມ່ວນຊື່ນ ແລະ ກັບຄືນສູ່ກົມກອງດ້ວຍຄວາມປອດໄພ.
ຂ່າວ: ໂອລິນ ມິ່ງມີໄຊ
KPL