ກອງປະຊຸມສຸດຍອດອາຟຣິກາ ປັນຍາປະດິດໂລກ ໄຂຂຶ້ນຢູ່ລູວັນດາ

04/04/2025 14:09
Email Print 280
ຂປລ ກອງປະຊຸມ ສຸດຍອດ ອາຟຣິກາ ປັນຍາປະດິດ ຫລື AI ໂລກ ໄດ້ໄຂຂຶ້ນ ລະຫວ່າງວັນທີ 3-4 ເມສານີ້ ຢູ່ ສູນປະຊຸມ ນະຄອນຫລວງ ກິກາລີ ປະເທດລູວັນດາ. ກອງປະຊຸມຄັ້ງນີ້ ພາຍໃຕ້ຫົວຂໍ້ “ປັນຍາປະດິດກັບ ການປັນຜົນ ທາງປະຊາກອນ”

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ກອງປະຊຸມ ສຸດຍອດ ອາຟຣິກາ ປັນຍາປະດິດ ຫລື AI ໂລກ ໄດ້ໄຂຂຶ້ນ ລະຫວ່າງວັນທີ 3-4 ເມສານີ້ ຢູ່ ສູນປະຊຸມ ນະຄອນຫລວງ ກິກາລີ ປະເທດລູວັນດາ. ກອງປະຊຸມຄັ້ງນີ້ ພາຍໃຕ້ຫົວຂໍ້ “ປັນຍາປະດິດກັບ ການປັນຜົນ ທາງປະຊາກອນ” ໄດ້ດຶງດູດຜູ້ແທນຫລາຍວົງການເຊັ່ນ: ການເມືອງ, ທຸລະກິດ ແລະວິຊາການ 1.000 ກວ່າຄົນ ຈາກ 95 ປະເທດ ເຂົ້າຮ່ວມ ໃນນີ້ລວມທັງ ປະມຸກລັດ, ຜູ້ບໍລິຫານຂັ້ນສູງ ວິສາຫະກິດ ວິທະຍາສາດ ເຕັກໂນໂລຊີ, ຜູ້ຊ່ຽວຊານ ແລະ ນັກວິຊາ ການຫລາຍຄົນ. ນອກນີ້, ຍັງມີວິສາຫະກິດ ປັນຍາປະດິດ ຫລາຍກວ່າ 100 ແຫ່ງ ເຂົ້າຮ່ວມ ງານວາງສະແດງ, ເຊິ່ງໄດ້ສ້າງສະຖິຕິ ເປັນກອງປະຊຸມ ຂົງເຂດ ປັນຍາປະດິດ ຂະໜາດໃຫຍ່ ທີ່ສຸດ ຢູ່ແຜ່ນດິນໃຫຍ່ ທະວີບອາຟຣິກາ. ສະພາມົນຕີ ປັນຍາປະດິດ ອາຟຣິກາ ໄດ້ສ້າງຕັ້ງຂຶ້ນ ຢ່າງເປັນທາງການ, ຄາດວ່າ ຮອດປີ 2030, AI ຈະປະກອບສ່ວນ ເຂົ້າໃນ ການພັດທະນາ ເສດຖະກິດ ອາຟຣິກາ ບັນລຸ 2.900 ຕື້ໂດລາ ສະຫະລັດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top